ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%
ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;

ສັງເກດການປ່ຽນແປງລາຄາສິນຄ້າເດືອນພຶດສະພາ2025ທຽບກັບເດືອນເມສາ2025ລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນ. ໃນນີ້, ໝວດສຸຂະພາບແລະຢາເພີ່ມຂຶ້ນ1,7%; ໝວດສະບຽງອາຫານແລະເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າເພີ່ມຂຶ້ນ0,6%ພົ້ນເດັ່ນ ປະເພດຊີ້ນເພີ່ມຂຶ້ນ1,2%;ໝວດສິນຄ້າແລະການບໍລິການອື່ນໆເພີ່ມຂຶ້ນ2,8% ພົ້ນເດັ່ນກຸ່ມວັດຖຸມີຄ່າເພີ່ມຂຶ້ນ4,7%ເຊິ່ງລາຄາຄໍາຟຸ່ງຂຶ້ນ5,5%;

ທ່ານຫົວໜ້າຫ້ອງການ ທຫລ ໄດ້ເປີດເຜີຍ ວ່າ: ໃນໄລຍະເດືອນເມສາ 2025ເປັນຕົ້ນ ການຄຸ້ມຄອງອັດຕາແລກປ່ຽນແລະຄຸ້ມຄອງເງິນຕາຕ່າງປະເທດ; ທຫລ ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດຢູ່ໃນຂອບບໍ່ເກີນ±6.5% ທຽບໃສ່ອັດຕາແລກປ່ຽນອ້າງອີງແລະສືບຕໍ່ເກັບຊື້ເງິນຕາຕ່າງປະເທດຈາກພາກສ່ວນຕ່າງໆໂດຍສະເພາະຜູ້ສົ່ງອອກແລະຜູ້ລົງທຶນໂດຍກົງຈາກຕ່າງປະເທດເພື່ອສ້າງຄວາມເຂັ້ມແຂງໃຫ້ຄັງສຳຮອງເງິນຕາຕ່າງປະເທດແລະຮອງຮັບໃຫ້ການດັດສົມສິນຄ້າບູລິມະສິດຈໍາເປັນຊຶ່ງມາຮອດທ້າຍເດືອນເມສາ2025ຄັງສຳຮອງເງິນຕາຕ່າງປະເທດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທຫລສາມາດກຸ້ມການນໍາເຂົ້າໄດ້4.53ເດືອນ;

ມາຮອດທ້າຍເດືອນເມສາ 2025 ໄດ້ມີບໍລິສັດມາຂໍອະນຸຍາດນໍາໃຊ້ເງິນຕາຕ່າງປະເທດ ຈໍານວນ 07 ບໍລິສັດ, ໃນນັ້ນ ບໍລິສັດທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ເງິນຕາຕ່າງປະເທດ ມີ05ບໍລິສັດ;ທຫລ ໄດ້ອອກໜັງສືຢັ້ງຢືນເພື່ອເປີດບັນຊີເງິນຝາກສະເພາະກ່ຽວກັບການນໍາເຂົ້າ-ສົ່ງອອກໃຫ້ບໍລິສັດນໍາເຂົ້າ-ສົ່ງອອກຈຳນວນ5,277ບໍລິສັດ, ໃນນີ້ມີ 3,429ເທື່ອບໍລິສັດ ໄດ້ເປີດ ແລະ ຫັນບັນຊີສະເພາະທັງໝົດ 10,308ບັນຊີ ຢູ່29 ທະນາຄານ; ພ້ອມດຽວກັນນີ້, ຍັງໄດ້ປະສານສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກວດກາກັບທີ່ບັນດາຮ້ານຂາຍເຄື່ອງວັດສະດຸກໍ່ສ້າງ ແລະຮ້ານແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ຢູ່ ນະຄອນຫຼວງວຽງຈັນ.

ກ່ຽວກັບການຄຸ້ມຄອງທະນາຄານທຸລະກິດ (ທທກ) ໂດຍສະເພາະທະນາຄານຄໍາໄດ້ໃຫ້ບໍລິການລູກຄ້າຫຼາກຫຼາຍຜະລິດຕະພັນ ເຊັ່ນ: Œການຮັບຝາກຄໍາ,  ການຮັບຝາກເງິນບັນຊີກະແສລາຍວັນ, Žການບໍລິການຊື້-ຂາຍຄໍາ ຜ່ານເຄົາເຕີ ແລະຕູ້ຈຳໜ່າຍວັດຖຸມີຄ່າອັດຕະໂນມັດ,ການຢັ້ງຢືນຄຸນນະພາບຄໍາ ບໍລິການເກັບຮັກສາວັດຖຸມີຄ່າ.ສຳລັບບັນຊີການຮັບຝາກຄໍາຈາກລູກຄ້າ ທັງໝົດ 1,821ບັນຊີ.

ສໍາລັບ ການຈັດຕັ້ງປະຕິບັດ 2 ນະໂຍບາຍສິນເຊື່ອ:ມາຮອດວັນທີ 18 ເມສາ 2025Œນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ: ໄດ້ຄົ້ນຄວ້າອະນຸມັດໃຫ້47ຫົວໜ່ວຍເຂົ້າຮັບນະໂຍບາຍດັ່ງກ່າວລວມວົງເງິນ ທີ່ເປັນແຫຼ່ງທຶນຂອງ ທທກ ຈຳນວນ4,652.20ຕື້ກີບ.ທຫລ ໄດ້ຊໍາລະດອກເບ້ຍສົມທົບງວດເດືອນພະຈິກ 2023-ກຸມພາ 2025 ໃຫ້ 44 ຫົວໜ່ວຍ ລວມວົງເງິນສົມທົບທັງໝົດ 68.60ຕື້ກີບ ຊຶ່ງກວມ 2.74% ຂອງແຜນປີ 2025. ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ: ມີ 767ຫົວໜ່ວຍທຸລະກິດໄດ້ຮັບນະໂຍບາຍດັ່ງກ່າວ ລວມວົງເງິນ 1,420.48 ຕື້ກີບ, ແຕ່ການເບີກຖອນເງິນກູ້ຕົວຈິງ ມີ 1,247.26ຕື້ກີບ ກວມ87.81%ຂອງວົງເງິນອະນຸມັດທັງໝົດ.

ທຫລ ຍັງສຸມໃສ່ຮັກສາສະຖຽນລະພາບທາງດ້ານລາຄາ ກໍ່ຄືອັດຕາເງິນເຟີ້ໂດຍໄດ້ຄົ້ນຄວ້າ ແລະນໍາໃຊ້ບັນດາເຄື່ອງມືນະໂຍບາຍເງິນຕາ ເພື່ອຄວບຄຸມປະລິມານເງິນM2ໃຫ້ຢູ່ໃນລະດັບທີ່ແທດເໝາະກັບສະພາບເສດຖະກິດ,ສະແດງອອກຄື:

1) ສືບຕໍ່ຮັກສາອັດຕາດອກເບ້ຍພື້ນຖານຂອງ ທຫລ ສະກຸນເງິນກີບ ໄລຍະບໍ່ເກີນ 07 ວັນ ໄວ້ໃນລະດັບເດີມຄື10% ຕໍ່ປີ,ຮັກສາອັດຕາສ່ວນເງິນແຮຝາກບັງຄັບໄວ້ໃນລະດັັບເດີມຄືສະກຸນເງິນກີບລະດັບ8% ແລະ ສະກຸນເງິນຕາຕ່າງປະເທດຢູ່ລະດັບ11%;ຮັກສາໂຄງປະກອບເງິນແຮຝາກບັງຄັບສະກຸນເງິນກີບ ທີ່ເປັນພັນທະບັດ ຢູ່ລະດັບເດີມຄື10%;

2) ໄດ້ຊຸກຍູ້ຕະຫຼາດເປີດໃຫ້ມີການເຄື່ອນໄຫວຫຼາຍຂຶ້ນໂດຍສືບຕໍ່ການອອກພັນທະບັດທຫລໄລຍະ07ວັນ, 03ເດືອນແລະ06ເດືອນເພື່ອດັດປັບສະພາບຄ່ອງສ່ວນເກີນຂອງ ທທກດ້ວຍກົນໄກປະມູນເຮັດໃຫ້ຍອດເຫຼືອປະຈຸບັນມີທັງໝົດ7,695.15ຕື້ກີບ;

3) ກະກຽມເງື່ອນໄຂໃນການອອກນະໂຍບາຍຍົກສູງບົດບາດຂອງເງິນກີບໃນລະບົບເສດຖະກິດ-ເງິນຕາ ຕາມທິດຊີ້ນຳຂອງຂັ້ນເທິງ.

ເພື່ອສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງ ທຫລ ໃນເດືອນພຶດສະພາ2025, ທຫລ ຈະສຸມໃສ່ບາງໜ້າວຽກຈຸດສຸມຂອງຕົນຄື:

1. ສືບຕໍ່ດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ໄປຄຽງຄູ່ກັບການປະເມີນການຈັດຕັ້ງບັນດາເຄື່ອງມືນະໂຍບາຍເງິນຕາ ເພື່ອກໍານົດທິດທາງການຈັດຕັ້ງປະຕິບັດນະໂຍບາຍເງິນຕາໃນແຕ່ລະໄລຍະໃຫ້ແທດເໝາະກັບສະພາບຕົວຈິງ; ສືບຕໍ່ອອກແລະຈໍາໜ່າຍພັນທະບັດທຫລໄລຍະສັ້ນ ສະກຸນເງິນກີບ ດ້ວຍກົນໄກການປະມູນ; ສືບຕໍ່ຈັດຕັ້ງປະຕິບັດການລວມສູນບັນຊີເງິນຝາກຂອງລັດຖະບານຢູ່ທຫລ ແລະກະກຽມຈັດຕັ້ງປະຕິບັດການຈ່າຍດອກເບ້ຍໃຫ້ລັດຖະບານບ້ວງລວມສູນບັນຊີເງິນຝາກ (TSA);

- ກະກຽມກອງປະຊຸມຄະນະກຳມະການນະໂຍບາຍເງິນຕາຂອງ ທຫລ ຄັ້ງທີII ປີ 2025,ໃນນີ້ ຈະທົບທວນຄືນການຈັດຕັ້ງນະໂຍບາຍເງິນຕາ ແລະ ທິດທາງການດຳເນີນໃນຕໍ່ໜ້າເຊັ່ນ: ອັດຕາດອກເບ້ຍພື້ນຖານຂອງ ທຫລ, ການກຳນົດໂຄງປະກອບຂອງເງິນແຮຝາກບັງຄັບ;

- ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ດ້ວຍການກຳນົດອັດຕາອ້າງອີງໃຫ້ມີຄວາມຍືດຍຸ່ນ,ພ້ອມທັງຄົ້ນຄວ້າອັດຕາແລກປ່ຽນສໍາລັບການບໍລິການອັດຕາແລກປ່ຽນຂອງ ທຫລ, ທທກ ແລະຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ແລະສືບຕໍ່ຕິດຕາມການຊື້-ຂາຍ ເງິນຕາຕ່າງປະເທດຜ່ານບົບຕະຫຼາດແລກປ່ຽນເງິນຕາຕ່າງປະເທດ (ຕລຕ) ສໍາລັບບຸກຄົນແລະສໍາລັບນິຕິບຸກຄົນ;

- ກະກຽມກວດກາກັບທີ່ກ່ຽວກັບການເປີດ/ຫັນບັນຊີສະເພາະກ່ຽວກັບການນໍາເຂົ້າ-ສົ່ງອອກແລະບັນຊີສະເພາະກ່ຽວກັບການລົງທຶນ, ພ້ອມທັງການເກັບຊື້ເງິນຕາຕ່າງປະເທດ ແລະອັດຕາແລກປ່ຽນຢູ່ ທທກ;

2. ການຈັດຕັ້ງປະຕິບັດ 2ນະໂຍບາຍສິນເຊື່ອ: ຄົ້ນຄວ້າການສະເໜີຂອງຫົວໜ່ວຍທຸລະກິດຈໍານວນໜຶ່ງ ເພື່ອເຂົ້າຮັບນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະນະໂຍບາຍສິນເຊື່ອ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນໃຫ້ບັນລຸຕາມຄາດໝາຍແຜນການ.

ທ່ານ ຫົວໜ້າຫ້ອງການ ທຫລ ພານຸສັກແກ່ນວົງພະຈັນ ຍັງຂໍຝາກເຖິງບັນດາທ່ານທີ່ນໍາໃຊ້ສື່ສັງຄົມອອນລາຍວ່າ:ການຕົວະຍົວະຫຼອກລວງເອົາເລກບັນຊີ ຫຼື QR ທີ່ເປັນບັນຊີແອບແຝງເພື່ອໃຫ້ໂອນເງິນຜິດ ແລະ ແອບອ້າງເປັນການຈັດຕັ້ງຊ່ວຍເຫຼືອສັງຄົມໃດໜຶ່ງ ດ້ວຍການເອົາເລກບັນຊີ ຫຼື QR ຕົນເອງຮັບເງິນດັ່ງກ່າວຈາກສັງຄົມ ເຮັດໃຫ້ສ້າງຄວາມເສຍຫາຍທາງດ້ານຊັບສິນເງິນຄໍາເປັນຈໍານວນຫຼວງຫຼາຍ. ນອກຈາກນີ້, ຍັງມີກຸ່ມຄົນທີ່ບໍ່ດີສ້າງຂ່າວປັ່ນປ່ວນ ແລະໄດ້ໂພສຮູບພາບດ້ວຍການຕັດຕໍ່ດັດແປງຮູບພາບທະນະບັດປະເພດໃບ 100,000ກີບມາເປັນທະນະບັດປະເພດໃບ 500,000 ກີບ ວ່າ ທຫລ ຈະພິມໃບເງິນດັ່ງກ່າວ ຊຶ່ງຂ່າວດັ່ງກ່າວແມ່ນບໍ່ມີຄວາມຈິງ;

# ໂດຍ: ຣັດສະໝີ ດວງສັດຈະ

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ