ທ່ານ ຄຳເກັ່ງ ຈັນທະວິສຸກ ເລຂາພັກເມືອງ ເຈົ້າເມືອງໆນານ ແຂວງຫຼວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ

ເສດຖະກິດເມືອງນານຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດເມືອງນານຂະຫຍາຍຕົວຢ່າງຕໍ່ເນື່ອງ
ໂດຍ: ບຸນຕອມ ທ່ານ ຄຳເກັ່ງ ຈັນທະວິສຸກ ເລຂາພັກເມືອງ ເຈົ້າເມືອງໆນານ ແຂວງຫຼວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ຄະນະພັກເມືອງນານໄດ້ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ

 ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຄະນະພັກເມືອງນານ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກໃຫ້ປະກົດຜົນເປັນຈິງ.ເຖິງຈະພົບບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນທີ່ຍັງທ້າທາຍຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງເມືອງ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ແລະ ຄະນະພັກທຸກຂັ້ນບວກກັບຄວາມສາມັກຄີເປັນເອກະພາບ, ຄວາມຕັ້ງໜ້າບຸກບືນພວກເຮົາຈຶງສາມາດຍາດເອົາຜົນສໍາເລັດໃນຫຼາຍຂົງເຂດດັ່ງນີ້:

ສຳລັບຂົງເຂດເສດຖະກິດໂດຍລວມຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະທີ່ໝັ້ນທ່ຽງ, ໃນລະດັບສະເລ່ຍ8,6% ຕໍ່ປີລວມຍອດລາຍຮັບພາຍໃນ(GO) ບັນລຸໄດ້ 662,984 ຕື້ກີບ, ສະເລ່ຍລາຍຮັບຕໍ່ຄົນໄດ້ 20.099.560 ກີບ/ຄົນ/ປີຫຼືເທົ່າກັບ 1.006 ໂດລາ/ຄົນ/ປີ, ການລົງທຶນຂອງລັດແລະເອກະຊົນພາຍໃນແລະຕ່າງປະເທດມີທ່ວງທ່າດີຂຶ້ນ, ສົ່ງເສີມຊາວກະສິກອນນຳໃຊ້ເຕັກນິກວິທະຍາສາດເຂົ້າໃສ່ການຜະລິດສະບຽງອາຫານ,ຜະລິດສິນຄ້າກະສິກຳແບບຢືນຍົງ, ຈັດຕັ້ງກຸ່ມຜະລິດ, ກຸ່ມຜູ້ນຳໃຊ້ນໍ້າຊົນລະປະທານ, ສ້າງພື້ນຖານໂຄງລ່າງທີ່ເອື້ອອຳນວຍຄວາມສະດວກໃຫ້ແກ່ການຜະລິດເຊັ່ນ: ກໍ່ສ້າງ, ປົກປັກຮັກສາ ແລະ ສ້ອມແປງຊົນລະປະທານທີ່ມີແລ້ວໃຫ້ສາມາດນຳໃຊ້ໄດ້ຍາວນານ, ຊຸກຍູ້ບັນດາບໍລິສັດ, ນັກທຸລະກິດມາລົງທຶນໃຫ້ຫຼາຍພ້ອມທັງຜູກພັນສັນຍາສອງສົ້ນກັບປະຊາຊົນເຂົ້າໃນການຜະລິດເປັນສິນຄ້າດຳເນີນການຝຶກອົບຮົມວິຊາການ ການປູກຝັງ-ລ້ຽງສັດໃຫ້ແກ່ຊາວກະສິກອນເຮັດໃຫ້ຂະບວນການຜະລິດສິນຄ້າ ແລະ ຄອບຄົວຕົວແບບເກີດຂຶ້ນຢູ່ຫຼາຍບ້ານ.

ທ່ານກ່າວໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາໄດ້ຕິດຕາມຄຸ້ມຄອງທຶນທີ່ໄດ້ຮັບການສະໜັບສະໜູນຈາກພາຍໃນແລະຕ່າງປະເທດເພື່ອພັດທະນາເມືອງລວມມີ12ໂຄງການລວມມູນຄ່າ39.555.356.959ກີບ; ໃນນັ້ນທຶນຂອງລັດຖະບານມີ 5ໂຄງການລວມມູນຄ່າ: 33.228.432.959 ກີບ, ທຶນຊ່ວຍເຫຼືອຈາກອົງການສາກົນຕ່າງໆ ມີ 7ໂຄງການ ລວມມູນຄ່າ 6.326.924.000 ກີບ. ການປະຕິບັດວິໄນຂອງການເງິນມີຄວາມເຂັ້ມແຂງກ່ວາເກົ່າ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງພວກເຮົາໄດ້ສຸມໃສ່ການຄຸ້ມຄອງລາຍຮັບ-ລາຍຈ່າຍ, ຄຸ້ມຄອງຫົວໜ່ວຍທຸລະກິດໃຫ້ເຂົ້າສູ່ລະບຽບຫຼັກການຂອງການເງິນ, ພ້ອມທັງເຄື່ອນໄຫວສະກັດກັ້ນການລັກລອບເຄື່ອນຍ້າຍສິນຄ້າໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ເພື່ອຮັບປະກັນຄວາມໂປ່ງໃສຈໍາກັດຊ່ອງວ່າງການຮົ່ວໄຫຼ, ແຜນການປີ 2023 ທັງໝົດ 7.142.338 ກີບ, ຜ່ານການເກັບລາຍຮັບເຂົ້າງົບປະມານຕົວຈິງໃນ 6 ເດືອນຕົ້ນປີປະຕິບັດໄດ້ 1.915.998.446 ກີບ ເທົ່າກັບ 26,82% ດ້ານລາຍຈ່າຍງົບປະມານຂອງລັດໄດ້ຫັນເຂົ້າສູ່ລະບຽບຫຼັກການຢ່າງເຂັ້ມງວດ.ການສົ່ງເສີມ ແລະ ການຄຸ້ມຄອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງມີບັນຍາກາດດີຂຶ້ນ ໂດຍໄດ້ເປີດສູນບໍລິການເພື່ອແນະນໍາສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການດໍາເນີນທຸລະກິດສາມາດເຂົ້າເຖິງແຫຼ່ງທຶນຫຼາຍຂຶ້ນ, ເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນເຫັນໄດ້ຄວາມສໍາຄັນແລະປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ, ສະກັດກັ້ນການຖາງປ່າ, ປ່າຍອດຫ້ວຍ, ປ່າແຫຼ່ງນ້ຳ, ສະກັດກັ້ນໄຟໄໝ້ລາມປ່າ, ອະນຸລັກສັດນ້ຳ-ສັດປ່າທີ່ຫວງຫ້າມ, ການສໍາຫຼວດ, ວັດແທກຕອນດິນ, ຂຶ້ນທະບຽນຕອນດິນໄດ້ຫັນເຂົ້າສູ່ລະບຽບຫຼັກການເທື່ອລະກ້າວ.ໂຄ່ງລ່າງພື້ນຖານໄດ້ຮັບການປັບປຸງຍົກລະດັບເປັນຕົ້ນເສັ້ນທາງຫຼວງພາຍໃນເມືອງ, ເຂດຊົນນະບົດທີ່ຖືກຜົນກະທົບໃນລະດູຝົນໄດ້ຮັບການສ້ອມແປງ ສາມາດທຽວໄດ້ເປັນປົກກະຕິ.ສົມທົບກັບພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຂຶ້ນທະບຽນຜູ້ປະກອບການກຽ່ວກັບການຊື້-ຂາຍ ແລະ ສ້ອມແປງອຸປະກອນໂທລະຄົມຢູ່ພາຍໃນເມືອງເປັນປົກກະຕິ, ປັບປຸງຂອດການບໍລິການດ້ານໄປສະນີເພື່ອຮັບໃຊ້ປະຊາຊົນສະດວກ ແລະ ວ່ອງໄວຂຶ້ນ.ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ຍັງມີບາງດ້ານທີ່ຄວນເອົາໃຈໃສ່ແກ້ໄຂເປັນຕົ້ນການຄົ້ນຄວ້າປັບປຸງແຜນຍຸດທະສາດ, ແຜນພັດທະນາຮອບດ້ານຍັງມີຈໍານວນໜຶ່ງເປັນແຜນລວມໆ ການເກັບກໍາຖານຂໍ້ມູນລາຍຮັບຍັງບໍ່ທັນຊັດເຈນ, ການເກັບລາຍຮັບເຂົ້າງົບປະມານບໍ່ທັນແຂງແຮງເທົ່າທີ່ຄວນ, ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າບໍ່ທັນມີຈຸດສຸມ, ການນໍາໃຊ້ເຕັກນິກ-ວິທະຍາສາດເຕັກໂນໂລຊີເຂົ້າສູ່ການຜະລິດບໍ່ທັນກວ້າງຂວາງ, ການພັດທະນາວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ຕິດພັນກັບທ່າແຮງ ແລະ ມູນເຊື້ອຂອງປະຊາຊົນຍັງເຮັດບໍ່ທັນໄດ້ດີ.

ຄໍາເຫັນ

ຂ່າວເສດຖະກິດ

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ເພີ່ມເຕີມ