ເສດຖະກີດເມືອງພຽງ ດີຂຶ້ນເປັນລໍາດັບ

ເສດຖະກີດເມືອງພຽງ ດີຂຶ້ນເປັນລໍາດັບ
ໂດຍ:ວັນໄຊ ຕະວິນຍານ
ເມືອງພຽງ ແຂວງໄຊຍະບູລີ ຂຶ້ນຊື່ລືຊາເປັນເມືອງ ອູ່ເຂົ້າອູ່ປາທົ່ງນາກວ້າງ ຮວງເຂົ້າໃຫ່ຍ ປ່າໄມ້ດົກໜາແຕ້ຄ່າພັນປີ ວັດທະນະທໍາຫຼາຍສີສັນ ປະຊາຊົນດຸໜັ່ນ. ຍ້ອນພື້ນທີ່ສວນໃຫ່ຍເປັນທົ່ງພຽງ ເໜາະສົມກັບການຜະລິກະສິກໍາ ໂດຍສະເພາະ ເປັນທົ່ງນາປູກເຂົ້າ, ມັນຕົ້ນ, ສາລີ, ພືດລົ້ມລຸກປະເພດຕ່າງໆ ທີ່ມີເນື້ອທີ່ລຽບຕາມແຄມທາງ.ສະເພາະຜົນຜະລິດເຂົ້າໃນແຕ່ລະປີ ສາມາດສະໜອງຄວາມຕ້ອງການຢູ່ພາຍໃນແຂວງ, ຕ່າງແຂວງ ກວມອັດຕາສ່ວນປະມານ 30%. ນອກຈາກນັ້ນ, ຍັງເປັນເມືອງສະໜອງພືດພັກຕ່າງໆນາໆໃຫ້ເມືອງອອ້ມຂ້າງແຂວງ ແລະ ພືດຊະນິດຕ່າງໆສົ່ງອອກໄປຕ່າງປະເທດນໍາອີກ.
ສະຫາຍ ເສີດ ແສງສຸລີນ ເຈົ້າເມືອງໆພຽງ ກ່າວວ່າ: ໃນໄລຍະ ປີ 2023 ຜ່ານມາ, ຄະນະບໍລິຫານງານພັກເມືອງໄດ້ພະຍາຍາມສຸມທຸກສະຕິປັນຍາ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງໂດຍຫັນເປັນໂຄງການດໍາເນີນງານ, ແຜນການອັນລະອຽດສູ່ແຕ່ລະຂົງເຂດ, ຂະແໜງການ.ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດສັງລວມໄດ້ຜົນສໍາເລັດທີ່ພົ້ນເດັ່ນ ເປັນຕົ້ນເສດຖະກິດໂດຍລວມຂອງເມືອງ ຂະຫຍາຍຕົວສະເລ່ຍ 6,7% ຕໍ່ປີ; ລວມຍອດລາຍຮັບພາຍໃນເມືອງທັງໝົດ 1.762,44 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 26,73 ລ້ານກີບຕໍ່ຄົນຕໍ່ປີ. ໃນນັ້ນ, ດ້ານກະສິກໍາ-ປ່າໄມ້ເພີ່ມຂຶ້ນ 8% ເທົ່າກັບ 519,7 ຕື້ກີບ ກວມເອົາ 30%. ດ້ານອຸດສາຫະກໍາ-ຫັດຖະກໍາ ເພີ່ມຂຶ້ນ 18% ເທົ່າກັບ 414,31 ຕື້ກີບ ກວມເອົາ 25%. ດ້ານບໍລິການ-ການຄ້າ ເພີ່ມຂຶ້ນ 10% ເທົ່າກັບ 792,43 ຕື້ກີບ ກວມເອົາ 45%. ດ້ານກະສິກໍາ ແລະ ປ່າໄມ້ ໃນປີຜ່ານມາເມືອງ ສາມາດຜະລິດເຂົ້າໄດ້ທັງຫມົດ 40.339,08 ໂຕນ ສະເລ່ຍສະມັດຕະພາບ 4,91 ໂຕ່ນ/ເຮັກຕາ ທຽບໃສ່ປີຜ່ານມາຜະລິດເຂົ້າເພີ້ມຂຶ້ນ 739,42 ໂຕ່ນ ສະເລ່ຍໃສ່ຫົວຄົນໄດ້ 620 ກິໂລ/ຄົນ/ປີທຽບໃສ່ແຜນການ ປະຕິບັດໄດ້ 97.79% (ແຜນການແມ່ນ 634 ກິໂລ/ຄົນ/ປີ.) ເຫດຜົນຍ້ອນຜົນກະທົບຈາກໄພທໍາມະຊາດ. ໄດ້ຊຸກຍູ້ການຜະລິດພືດເປັນສີນຄ້າໄດ້ 19.538,55 ເຮັກຕາ, ຜົນຜະລິດໄດ້ 941.201 ໂຕ່ນ ທຽບໃສ່ແຜນການປີປະຕິບັດໄດ້ 114,86%, ໃນນີ້, ພືດເປັນສີນຄ້າລະດູແລ້ງ ເນື້ອທີ່ 700,15 ເຮັກຕາ ແລະ ພືດເປັນສີນຄ້າລະດູຝົນ ເນື້ອທີ່ 18.838,40 ເຮັກຕາ, ຊຸກຍູ້ສົ່ງເສີມການລ້ຽງສັດ ເຮັດໃຫ້ຝູງສັດຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ 13,14% ທົ່ວເມືອງມີສັດລ້ຽງທັງຫນົດ 1.651.196 ໂຕ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 235.532 ໂຕ, ທຽບໃສ່ແຜນການປີເພີ້ມຂຶ້ນ 131,46%. ສາມາດຕອບສະໜອງຊີ້ນ, ໄຂ່ ແລະ ປາ ສະເລ່ຍໃສ່ຫົວຄົນໜຶ່ງ 57,81 ກິໂລກະລາມ/ຄົນ/ປີ, ທຽບໃສ່ແຜນປີ (57ກິໂລກະລາມຕໍ່ຄົນຕໍ່ປີ) ປະຕິບັດໄດ້ 101,4%, ປັບປຸງລະບົບຊົນລະປະທານ, ຄອງເໝືອງ ສາມາດສົ່ງນໍ້າໄດ້ສະດວກ; ໄດ້ຟື້ນຟູປ່າ, ປູກເຄື່ອງປ່າຂອງດົງ ແລະ ໄມ້ໃຫ້ໝາກໄດ້ທັງໝົດ 279.050 ເບ້ຍ ລວມ 796,81 ເຮັກຕາ ທຽບໃສ່ແຜນປີ ປະຕິບັດໄດ້ 75,17%; ຟື້ນຟູປ່າໄມ້ແບບທໍາມະຊາດ ແລະ ບົວລະບັດໄດ້ 362 ເຮັກຕາ.ໄປຄ່ຽງຄູ່ກັນນີ້, ເມືອງຍັງໄດ້ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້ບັນດາໂຮງງານອຸດສາຫະກໍາ-ຫັດຖະກໍາຢູ່ພາຍໃນເມືອງໃຫ້ມີການຜະລິດທີ່ເພີ້ມຂຶ້ນເພື່ອຈໍລະຈອນຢູ່ພາຍໃນເມືອງ ແລະ ສົ່ງອອກ ຊຶ່ງລວມທັງສິນຄ້າດ້ານກະສິກໍາໃນ 1 ປີ ສາມາດສົ່ງສິນຄ້າອອກ ມີມູນຄ່າທັງໝົດ 233,85 ຕື້ກີບ. ທຽບໃສ່ແຜນການປີປະຕິບັດໄດ້ 106%, ຄຸ້ມຄອງການນໍາເຂົ້າສິນຄ້າ ມູນຄ່າ 314,24 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 149% (ຍ້ອນລາຄາສິນຄ້າເພີ່ມຂຶ້ນ); ອອກທະບຽນວິສາຫາກິດໄດ້ 32 ທະບຽນ ມີທືນຈົດທະບຽນທັງໝົດ 7.1 ຕື້ກີບ. ກ່ຽວກັບການລົງທຶນ ໃນປີ 2023 ຜ່ານມາ ເມືອງສາມາດດຶງດູດການລົງທຶນຂອງລັດ, ທຶນຊ່ວຍເຫຼືອລ້າຈາກອົງການຈັດຕັ້ງສາກົນ, ພາກເອກະຊົນ, ລັດວິສາຫະກິດ ແລະ ການລົງທຶນຂອງປະຊາຊົນເຂົ້າໃນການກໍ່ສ້າງປັບປຸງພື້ນຖານໂຄງລ່າງຈໍານວນໜຶ່ງ ເປັນຕົ້ນ: ໂຄງການກໍ່ສ້າງໂຮງຮຽນປະຖົມບ້ານກາງ, ກໍ່ສ້າງນ້ໍາລິນບ້ານນໍ້າຍາບ, ດ້ວຍທຶນຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ, ກໍ່ສ້າງໂຮງຮຽນປະຖົມໂພນສະອາດ, ມສ ໄຊສະຫວາດ ດ້ວຍທຶນຊ່ວຍເຫຼືອຂອງມູນລະນິທິເກື້ອຝັນເດັກ, ກໍ່ສ້າງໂຮງຮຽນປະຖົມ ພູຟ້າມີໄຊດ້ວຍທຶນຊ່ວຍເຫຼືອຈາກຄະນະສັນຕິພາບ ແລະ ສະມາຄົມຈີນ, ໂຄງການກໍ່ສ້າງຕະຫຼາດ ປັດຈຸບັນ, ກໍາລັງລົງມືຈັດຕັ້ງປະຕິບັດ. ອັນພົ້ນເດັ່ນແມ່ນຊຸກຍູ້ປະຊາຊົນກໍ່ສ້າງທາງເບຕົ້ງເຂົ້າບ້ານໄດ້ 2 ເສັ້ນ ຄື: ບ້ານແສງຈະເລີນ ແລະ ບ້ານໜອງບົວ ດ້ວຍທຶນສົມທົບຂອງເມືອງ ແລະ ປະຊາຊົນປະກອບສ່ວນ. ນອກຈາກນີ້, ຍັງມີໂຄງການຊ່ວຍເຫຼືອສົ່ງເສີມດ້ານວິຊາການໃນແຕ່ລະຂົງເຂດເຊັ່ນ: ໂຄງການຮ່ວມມືລາວ-ເຢຍລະມັນ (GIZ). ວຽກງານສົ່ງເສີມໂຄງການການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ, ວຽກງານໂຄງການອອກໃບຕາດິນຖາວອນ, ໂຄງການວາງແຜນນໍາໃຊ້ທີ່ດິນກະສິກໍາ ແລະ ການຄຸ້ມຄອງທີ່ດິນກະສິກໍາແບບມີສ່ວນຮ່ວມ, ໂຄງການປ່າໄມ້ບ້ານ, ໂຄງການຜະລິດກະສິກໍາ ເປັນສິນຄ້າ, ໂຄງການໂຮງຮຽນຊາວນາ, ໂຄງການພັດທະນາໂຄງລ່າງຊົນນະບົດ-ໂຄງການຊົນລະກະເສດ ແລະ ຜະລິດເປັນສິນຄ້າຂະໜາດນ້ອຍ (ໄດ້ສ້ອມແປງເສັ້ນທາງໄປສູ່ເຂດທໍາການຜະລິດ 1 ເສັ້ນ ຢູ່ບ້ານແສງຈະເລີນ) ສໍາລັບວຽກໂຍທາທິການ ແລະ ຂົນສົ່ງ ເມືອງ ໄດ້ກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງ ເຊັ່ນ: ໂຄງການກໍ່ສ້າງເສັ້ນທາງເບີ 3609 ບ້ານນໍ້າປຸຍ ຫາ ບ້ານປາກຊອງ ລວງຍາວ 10,5 ກິໂລແມັດ ສໍາເລັດແລ້ວ 90%, ແຕ່ບ້ານປາກຊ່ອງ ຫາ ບ້ານນາແວ່ນສໍາເລັດແລ້ວ 70%; ຟື້ນຟູເສັ້ນທາງສຸກເສີນຫຼັງລະດູຝົນ 5 ເສັ້ນ ທຽບໃສ່ແຜນການປີປະຕິບັດໄດ້ 100%, ກໍ່ສ້າງເສັ້ນທາງຊອຍປູເບຕົງທຶນສົມທົບລະຫວ່າງລັດ ກັບ ປະຊາຊົນໄດ້ 2 ເສັ້ນທຽບໃສ່ແຜນການປີປະຕິບັດໄດ້ 50%. ສໍາລັບວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ສໍາເລັດການເກັບກໍາຂໍ້ມູນການພິສູດຫຼັກຖານ, ການຂຶ້ນທະບຽນທີ່ດິນອອກໃບຕາດິນຖາວອນແບບເປັນລະບົບໄດ້ 1.697 ຕອນ ທຽບໃສ່ແຜນການປີ ປະຕິບັດໄດ້ 25,63%, ຈັດສັນວາງແຜນນໍາໃຊ້ທີ່ດິນກະສິກໍາແບບມີສ່ວນຮ່ວມຂັ້ນບ້ານ ຕິດພັນກັບການກວດກາດິນ 8 ປະເພດໄດ້ 8 ບ້ານ ທຽບໃສ່ແຜນການປີປະຕິບັດໄດ້ 100%, ສໍາຫຼວດວັດແທກການຮັບຮູ້ສິດນໍາໃຊ້ທີ່ດິນຂອງປະຊາຊົນໃນ 3 ປະເພດປ່າ ໄດ້ 1 ບ້ານ ມີ່ 650 ຕອນ ທຽບໃສ່ແຜນການປີ ປະຕິບັດໄດ້ 55,93%; ແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນສໍາເລັດ 10 ເລື່ອງ, ອອກໃບຢັ້ງຢືນສິ່ງແວດລ້ອມໄດ້ 72 ຫົວໜ່ວຍ ທຽບໃສ່ແຜນການປີ ປະຕິບັດໄດ້ 205%.
 ຈາກຜົນສໍາເລັດຂອງທຸກຂະແໜງການໃນ ປີ 2023 ຜ່ານມາ, ໄດ້ເປັນການປະກອບສວ່ນຢ່າງຕັ້ງໜ້າ ເຮັດໃຫ້ເສດຖະກິດພາຍໃນເມືອງພຽງດີຂຶ້ນເປັນລໍາດັບ.

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ