ທ່ານ ຫງວຽນວັນຟອງ ຮອງເລຂາຜູ້ປະຈຳການຄະນະພັກນະຄອນຫຼວງຮ່າໂນ້ຍ ຕີລາຄາວ່າ: ປີນີ້, ຮອດທ້າຍເດືອນກັນຍາ, ນະຄອນຫຼວງຮ່າໂນ້ຍ ບັນລຸລະດັບເຕີບໂຕ 7.92%; ລາຍຮັບງົບປະມານແມ່ນ 530,770 ຕື້ດົງ, ລື່ນ 103% ແລະ ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ປີ 2024 ແລະ ສາມາດບັນລຸລະດັບເຕີບໂຕກວ່າ 8% ໃນປີ 2025. ສະນັ້ນ, ໄລ່ລວມທັງອາຍຸການ 2020 – 2025, ນະຄອນຫຼວງຮ່າໂນ້ຍ ບັນລຸລະດັບເຕີບໂຕ 6.57%, ສູງກວ່າ 1.1% ເມື່ອທຽບໃສ່ທົ່ວປະເທດ.
ກ່ຽວກັບການດຶງດູດການລົງທຶນ, ໃນ 9 ເດືອນຜ່ານມາ, ນະຄອນຫຼວງຮ່າໂນ້ຍ ໄດ້ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເກືອບ 3,900 ຕື້ໂດລາ, ເພີ່ມຂຶ້ນເກືອບທົບ 2.9 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ການເຄື່ອນໄຫວສົ່ງອອກ, ນຳເຂົ້າຂອງນະຄອນຫຼວງຮ່າໂນ້ຍ ຍັງຮັກສາທ່າເຕີບໂຕຢ່າງແຮງ, ຢືນຢັນບົດບາດແມ່ນໜຶ່ງໃນບັນດາເສົ້າຄ້ຳເຕີບໂຕເສດຖະກິດ, ປະກອບສ່ວນຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ຍອດວົງເງິນສົ່ງອອກ - ນໍາເຂົ້າໃນ 9 ເດືອນຂອງປີ 2025 ບັນລຸເກືອບ 50 ຕື້ໂດລາ, ເພີ່ມຂຶ້ນ 13.7%. ໃນ 9 ເດືອນຜ່ານມາ, ແຂກທ່ອງທ່ຽວມານະຄອນຫຼວງຮ່າໂນ້ຍ ບັນລຸ 5.5 ລ້ານເທື່ອຄົນ, ເພີ່ມຂຶ້ນກວ່າ 22% ເມື່ອທຽບໃສ່ປີ 2024.
ຄໍາເຫັນ