ເສດຖະກິດເຊກອງ ຂະຫຍາຍຕົວຕໍ່ເນື່ອງ ມູນຄ່າ GDP ບັນລຸ 2 ພັນຕື້ກວ່າ

ເສດຖະກິດເຊກອງ ຂະຫຍາຍຕົວຕໍ່ເນື່ອງ ມູນຄ່າ GDP ບັນລຸ 2 ພັນຕື້ກວ່າ
ການພັດທະນາເສດຖະກິດ ຂອງແຂວງເຊກອງໃນປີ 2023 ເຖິງວ່າຈະປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານ, ແຕ່ເສດຖະກິດຍັງສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະເຕີບໂຕສູງ ສະເລ່ຍໃນລະດັບ 5,5% ທຽບໃສ່ແຜນປີລື່ນແຜນ 0,5% ມູນຄ່າ GDP ບັນລຸໄດ້ 2.709 ຕື້ກີບ ສະເລ່ຍຕໍ່ຫົວຄົນເທົ່າກັບ 19,8 ລ້ານກີບ. ໃນນີ້, ຂະແໜງກະສິກໍາ-ປ່າໄມ້ ກວມເອົາ 59,89%; ຂະແໜງອຸດສາຫະກໍາ ກວມເອົາ 24,6% ແລະ ຂະແໜງບໍລິການ ກວມເອົາ 15,4% ຂອງ GDP.
ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ລາຍງານໃຫ້ຮູ້ ໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງຄັ້ງທີ 9 ສະໄໝທີ X ໃນວັນທີ 13 ທັນວາຜ່ານມາວ່າ: ໃນປີ 2023 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 284,53 ຕື້ກີບ ທຽບໃສ່ແຜນດັດແກ້ເທົ່າກັບ 141,43%. ໃນນີ້, ພູດສູນກາງ (ປະຕິບັດຢູ່ທ້ອງຖິ່ນ) ເກັບໄດ້ 18,37 ຕື້ກີບ ເທົ່າກັບ 183,73% ແລະ ພູດຂອງແຂວງເກັບໄດ້ 266,11 ຕື້ກີບ ເທົ່າກັບ 139,19%; ຜະລິດເຂົ້າກິນໄດ້ 43.222 ໂຕນ ເທົ່າກັບ 88%; ພືດສະບຽງອາຫານ 38.538 ໂຕນ ເທົ່າກັບ 114,06%; ພືດເປັນສິນຄ້າ 396.489 ໂຕນ ເທົ່າກັບ 168,65%; ມີສັດລ້ຽງປະເພດຄວາຍ 26.551 ໂຕ, ງົວ 45.311 ໂຕ, ໝູ 150.148 ໂຕ, ແບ້ 20.030 ໂຕ ແລະ ສັດປີກ 1.247.000 ໂຕ; ການສົ່ງອອກສິນຄ້າປະຕິບັດໄດ້ 233,46 ລ້ານໂດລາ, ທຽບໃສ່ແຜນເທົ່າກັບ 628,42% ແລະ ການນໍາເຂົ້າປະຕິບັດໄດ້ 8,97 ໂດລາ, ທຽບໃສ່ແຜນເທົ່າກັບ 28,37%; ການຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍ (ສິນຄ້າປະເພດກະສິກໍາ-ສິນຄ້າທົ່ວໄປ) ບັນລຸໄດ້ 93,37 ຕື້ກີບ ແລະ ການຄ້າຂາຍຍົກ-ຂາຍຍ່ອຍ ແລະ ບໍລິການສ້ອມແປງບັນລຸໄດ້ 120,64 ຕື້ກີບ.
ຢ່າງໃດກໍຕາມ ເພື່ອສືບຕໍ່ຜັນຂະຫຍາຍມະຕິ XI ຂອງສູນກາງພັກ, ມະຕິ X ອົງຄະນະພັກແຂວງ ກໍຄື ຈຸດໝາຍລວມ ແລະ ເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ (2021-2025) ໃນປີ 2024 ແຂວງຈະສູ້ຊົນ ເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 6% ຂຶ້ນໄປ, ມູນຄ່າ GDP ບັນລຸ 3.057 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 21,9 ລ້ານກີບ; ໃນນັ້ນຂະແໜງກະສິກຳ ກວມເອົາ 59%, ຂະແໜງອຸດສາຫະກຳ ກວມເອົາ 25,32% ແລະ ຂະແໜງບໍລິການ ກວມເອົາ 15,68% ຂອງ GDP; ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 232,90 ຕື້ກີບ ແລະ ການສົ່ງອອກສິນຄ້າໃຫ້ໄດ້ 256 ລ້ານໂດລາ. 
(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວເສດຖະກິດ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ ລາວ ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາ. ໃນຕອນເຊົ້າຂອງວັນທີ 12 ຕຸລາຜ່ານມາ, ທີ່ເມືອງໜອງບົກ ແຂວງຄຳມ່ວນ, ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ໂດຍຮ່ວມມືກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ, ໄດ້ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່. ໂຄງການດັ່ງກ່າວ ມີເປົ້າໝາຍຈະນຳໂຮງງານ ຊຶ່ງຖືກອອກແບບໃຫ້ມີກຳລັງການຜະລິດ ໂປຕາສຊຽມ ຄລໍໄຣດ໌ (potassium chloride) 500,000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນ ປີ 2028.
ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
ເພີ່ມເຕີມ