ເພື່ອລະນຶກເຖິງວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 1955-20ກໍລະກົດ 2024ຄົບຮອບ 69 ປີ

ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ (ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ20ກໍລະກົດ 1955-20ກໍລະກົດ 2024ຄົບຮອບ 69 ປີ)

ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ (ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ20ກໍລະກົດ 1955-20ກໍລະກົດ 2024ຄົບຮອບ 69 ປີ)
ໂດຍ: ຍຸພິນທອງ ເພື່ອລະນຶກເຖິງວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 1955-20ກໍລະກົດ 2024ຄົບຮອບ 69 ປີເປັນວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງພັກ-ຂອງຊາດ ແລະ ມູນເຊື້ອຂອງແມ່ຍິງລາວໃນທົ່ວປະເທດ.ໃນໄລຍະຜ່ານມາບໍ່ວ່າຈະເປັນໄລຍະຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ ກໍຄືໃນໄລຍະສ້າງສາພັດທະນາປະເທດຊາດ, ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຍາມໃດກໍໄດ້ຄຽງບ່າຄຽງໄຫຼ່ຮ່ວມກັບອ້າຍນ້ອງຊາຍ ໃນການປະຕິບັດວຽກງານທີ່ຕົນເອງຮັບຜິດຊອບດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ຊຶ່ງເຫັນໄດ້ຜົນງານອັນໂດດເດັ່ນໃຫຍ່ຫຼວງຫຼາຍທ່ານໄດ້ກາຍເປັນວິລະຊົນແຫ່ງຊາດ.

ທ່ານນາງ ນິນຄໍາ ແກ້ວປະພັນ ຜູ້ຈັດການຝ່າຍກວດກາພາຍໃນທະນາຄານ ເອັສທີ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ ເມື່ອບໍ່ດົນມານີ້ວ່າ: ຕົນເອງໄດ້ກຳເນີດໃນຄອບຄົວພະນັກງານປະຕິວັດຈາກການບອກເຫຼົ່າຂອງພໍ່ແລະແມ່ເຖິງແມ່ນວ່າພວກທ່ານທັງສອງຈະຈາກໄປແລ້ວກໍຕາມແຕ່ຄຸນງາມຄວາມດີນ້ຳໃຈຮັກຊາດຂອງພວກທ່ານຍັງຄົງຢູ່ໃນດວງໃຈຂອງລູກໆຕະຫຼອດມາໂດຍສະເພາະຜູ້ເປັນແມ່ໄດ້ກາຍເປັນແບບຢ່າງອັນດີໃຫ້ລູກຊຶ່ງກ່ອນໜ້ານີ້ເພີ່ນດຳລົງຊີວິດຢູ່ກັບຄອບຄົວໃນເຂດຖານທີ່ໝັ້ນປະຕິວັດ (ເຂດປົດປ່ອຍ)ເພີ່ນເຮັດວຽກຢູ່ໃນກອງສິລະປະກອນສະແດງຮັບໃຊ້ແນວໜ້າແລະສັງຄົມປຸກລະດົມປະຊາຊົນໃຫ້ມີຈິດໃຈຮັກຊາດຮັກບ້ານເກີດເມືອງນອນ ປະກອບສ່ວນສູ້ຮົບຕ້ານກັບພວກຈັກກະພັດທີ່ເຂົ້າມາຮຸກຮານດ້ວຍຈິດໃຈປະຕິວັດໃນທົ່ວປວງຊົນລາວທັງຊາດແມ່ໄດ້ຮັບການຍ້ອງຍໍຈາກພັກ-ລັດ,ອຳນາດການປົກຄອງ, ເປັນແມ່ຍິງ 3 ດີ,ເປັນຄອບຄົວແມ່ຍິງ 3 ດີ,ເປັນຄອບຄົວຕົວແບບໃນດ້ານຕ່າງໆຈົນກາຍເປັນຄອບຄົວພັດທະນາ,ຜົນງານຄຸນງາມຄວາມດີແລະແບບຢ່າງອັນພົ້ນເດັ່ນໄດ້ສົ່ງຕໍ່ໃຫ້ກັບລູກໆແຕ່ລະຄົນໄດ້ຮັບການສຶກສາຮ່ຳຮຽນຢູ່ທັງພາຍໃນແລະຕ່າງປະເທດພ້ອມນຳເອົາແບບຢ່າງບົດຮຽນຂອງເພີ່ນມາໝູນໃຊ້ໃນການດຳລົງຊີວິດເປັນຄະຕິເຕືອນໃຈຕະຫຼອດມາ.

ໃນໂອກາດອັນມີຄວາມໝາຍນີ້ຕົນເອງມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ຍາມໃດພັກ-ລັດກໍໄດ້ເອົາໃຈໃສ່ໃນຊຸກຍູ້ສົ່ງເສີມບົດບາດແມ່ຍິງລາວໃນສັງຄົມຕະຫຼອດໄລຍະທີ່ຜ່ານມາເຫັນໄດ້ວ່າສະຫະພັນແມ່ຍິງລາວ ພາຍໃຕ້ການນໍາພາຂອງພັກ-ລັດ ໄດ້ສ້າງເງື່ອນໄຂໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງລາວ ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ສະມາຊິກແມ່ຍິງໄດ້ຮັບການພັດທະນາໃນທຸກດ້ານ, ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ແມ່ຍິງລາວບັນດາເຜົ່າຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ. ໃນນາມສ່ວນຕົວ ຕົນເອງກໍເປັນພະນັກງານແມ່ຍິງຜູ້ໜຶ່ງທີ່ມີຄວາມຫ້າວຫັນ ແລະ ພັດທະນາວິຊາສະເພາະຂອງຕົນຢູ່ສະເໝີ ປັດຈຸບັນການສຶກສາແມ່ນທຸກຄົນສາມາດເຂົ້າເຖິງໄດ້.ແມ່ຍິງລາວບັນດາເຜົ່າມີມູນເຊື້ອອັນດີງາມ ທີ່ສືບທອດກັນມາໃນຫຼາຍຍຸກ ຫຼາຍສະໄໝ ຊຶ່ງໃນນີ້ບໍ່ສະເພາະແຕ່ຮ່ວມຮັກສາ ແລະ ສືບທອດວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດລາວບໍ່ໃຫ້ຈາງຫາຍ. ແມ່ຍິງລາວບັນດາເຜົ່າໃນອະດີດ ກໍຄືສະມາຊິກສະຫະພັນແມ່ຍິງລາວຍັງໄດ້ຮັກສາ ແລະ ສືບຕໍ່ເສີມຂະຫຍາຍຜົນງານການເຄື່ອນໄຫວຕິດແໜ້ນກັບຂະບວນການປະຕິວັດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັບອ້າຍນ້ອງຊາຍ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.ຄຽງຄູ່ກັນນັ້ນ, ເພີ່ມທະວີການສ້າງຄວາມເຂົ້າໃຈ ແລະ ຖືສໍາຄັນຕໍ່ການປະຕິບັດຄຳຂວັນ, ຂໍ້ແຂ່ງຂັນ 3ດີ ຕິດພັນກັບຂະບວນແຂ່ງຂັນຮັກຊາດ

ແລະ ພັດທະນາ, ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3ສ້າງໃຫ້ເປັນຂະບວນກ້ວາງຂວາງ ເພື່ອພັດທະນາການຈັດຕັ້ງ, ສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າ, ສ້າງສະຖາບັນຄອບຄົວແລະ ສັງຄົມໃຫ້ມີຄວາມສະຫງົບປອດໄພ ເພື່ອບຸກທະລຸການພັດທະນາທັງ 4 ດ້ານ (ຮ່າງກາຍ, ແນວຄິດຈິດໃຈ, ການສຶກສາ, ວິຊາຊີບ ແລະ ສີມືແຮງງານ).

ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ພະນັກງານອາວຸໂສບໍານານ, ຄະນະນໍາສະຫະພັນແມ່ຍິງ, ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫຼວດໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ເພີ່ມເຕີມ