“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ

“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ

“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ
ປີ​ 2026 ແມ່ນ​ປີ​ທຳ​ອິດ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ​ແຫ່ງ​ຊາດ​ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ. “ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ທີ່​ເປັນ​ສະ​ຕິ​ປັນ​ຍາ​ເກົ່າ​ແກ່​ຂອງ​ບັນ​ພະ​ບູລຸດ, ໄດ້​ກາຍ​ເປັນ​ວິ​ທີ​ວິ​ທະ​ຍາ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ. ມັນ​ບໍ່​ພຽງ​ແຕ່​ເປັນ​ປັດ​ຊະ​ຍາ​ລຽບ​ງ່າຍ​ໃນ​ອະ​ລິ​ຍະ​ທຳ​ກະ​ສິ​ກຳຄື “ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ອຳ​ນວຍ​ທາງ​ດິນ​ຟ້າ​ອາ​ກາດ ແລະ ພູມ​ສາດ” ເທົ່າ​ນັ້ນ, ຍິ່ງ​ເປັນ​ຂໍ​ກຸ​ນ​ແຈ​ດ້ານ​ພຶດ​ຕິ​ກຳ​ທີ່​ຮັບ​ມື​ກັບ​ຄວາມ​ສ່ຽງສິ່ງ​ທ້າ​ທາຍແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນ​ຍຸກ​ປັດ​ຈຸ​ບັນ.
“ເສມ​ຂະ​ຫຍາຍ​ທາ​ແຮງ​ທ​ເປນ​ເອ​ກະ​ລກ​ຂອງ​ທອງ​ຖນ” ເປນ​ຂ​ກນ​ແຈ​ທບນ​ລ​ການ​ພດ​ທ​ະ​ນາ​ທ​ມ​ຄນ​ນະ​ພາບ​ສງ ແລະ ຍນ​ຍງ - image 1
 

 

ພັກກອມມູນິດຈີນເພີ່ມທະວີການນຳພາຮອບດ້ານຕໍ່ວຽກງານເສດຖະກິດ, ໃນນີ້ຂໍກຸນແຈຢ່າງໜຶ່ງແມ່ນຢູ່ກັບການຈັດຕັ້ງປະຕິບັດວິທີການ “ເສີມຂະຫຍາຍທ່າແຮງທີ່ເປັນເອກະລັກຂອງທ້ອງຖິ່ນ” ຊຶ່ງຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆປະຖິ້ມແນວຄິດທີ່ເອົາແມ່ແບບໜຶ່ງໃຊ້ກັບທຸກວຽກ, ຢຶດໝັ້ນຫຼັກການທີ່ເຮັດວຽກທຸກຢ່າງຕ້ອງເລີ່ມຈາກສະພາບຄວາມເປັນຈິງ. “ໃຊ້ລູກກະແຈລູກໜຶ່ງໄຂກະແຈໜ່ວຍໜຶ່ງ.” ໃນຊຸມປີມໍ່ໆມານີ້, ຈາກການເນັ້ນໜັກເຖິງການພັດທະນາອຸດສາຫະກຳທີ່ມີເອກະລັກພິເສດ ແລະ ຫັນເປັນຕົວເມືອງ, ຮອດການວາງແຜນພັດທະນາຕົວເມືອງຕ້ອງປະຕິບັດຕາມກົດເກນພາວະວິໄສ ຊຶ່ງລ້ວນແຕ່ສ່ອງແສງໃຫ້ເຫັນເຖິງແນວຄວາມຄິດທີ່ຈະແຈ້ງດັ່ງກ່າວ. ມັນບໍ່ແມ່ນຮ້ອງຄຳຂວັນພຽງປາກເປົ່າລ້າໆ, ແຕ່ແມ່ນຈຸດເລີ່ມຕົ້ນ ແລະ ຈຸດໝາຍຂອງການເຄື່ອນໄຫວຕົວຈິງ.

ການຈັດຕັ້ງປະຕິບັດແນວຄວາມຄິດດັ່ງກ່າວໄດ້ຮັບປະສິດທິຜົນຕົວຈິງຢ່າງພົ້ນເດັ່ນ. ໃນໄລຍະຈັດຕັ້ງປະຕິບັດແຜນການ 5 ປີຄັ້ງທີ 14, ແຫ່ງຕ່າງໆຂອງຈີນໄດ້ບຸກເບີກເສັ້ນທາງພັດທະນາທີ່ມີເອກະລັກໂດຍເສີມຂະຫຍາຍເງື່ອນໄຂອຳນວຍຂອງຕົນ, ຕົວຢ່າງ: ຢູ່ນະຄອນຈີອ່ານ ແຂວງຈ່ຽງຊີ ໄດ້ເຊື່ອມໂຍງຊັບພະຍາກອນດ້ານວັດທະນະທຳປະຕິວັດ ວັດທະນະທຳເກົ່າແກ່ ແລະ ຊັບພະຍາກອນສີຂຽວໂດຍພັດທະນາການທ່ອງທ່ຽວວັດທະນະທຳໃນລະດັບເລິກເຊິ່ງ; ແຂວງຢຸນນານເສີມຂະຫຍາຍທ່າແຮງດ້ານໄຟຟ້າສີຂຽວ ແລະ ທ່າແຮງດ້ານທີ່ຕັ້ງພູມສາດ, ພັດທະນາອຸດສາຫະກຳອາລູມິນຽມສີຂຽວ, ການຜະລິດໄຟຟ້າດ້ວຍແສງຕາເວັນ ແລະອື່ນໆ; ນະຄອນຊ້ານເຫວີຍ ແຂວງກວາງຕຸ້ງ ເສີມຂະຫຍາຍທ່າແຮງດ້ານຊັບພະຍາກອນທາງທະເລ, ສ້າງລະບົບພະລັງງານຫຼາຍເຄົ້າ ແລະ ເສດຖະກິດທະເລ ຊຶ່ງຜົນສຳເລັດເຫຼົ່ານີ້ລ້ວນແຕ່ມາຈາກການສຳຫຼວດຄົ້ນຄວ້າຢ່າງເລິກເຊິ່ງຕໍ່ສະພາບຄວາມເປັນຈິງຂອງທ້ອງຖິ່ນຕົນແລະ ການຫັນປ່ຽນຢ່າງມີຫົວຄິດປະດິດສ້າງ.

“ເສມ​ຂະ​ຫຍາຍ​ທາ​ແຮງ​ທ​ເປນ​ເອ​ກະ​ລກ​ຂອງ​ທອງ​ຖນ” ເປນ​ຂ​ກນ​ແຈ​ທບນ​ລ​ການ​ພດ​ທ​ະ​ນາ​ທ​ມ​ຄນ​ນະ​ພາບ​ສງ ແລະ ຍນ​ຍງ - image 2
 

ແນວຄວາມຄິດດັ່ງກ່າວແມ່ນໄດ້ຮັບສຽງຕອບຮັບຢ່າງຕັ້ງໜ້າໃນສາກົນ. ຕົວຢ່າງວ່າ, ປະເທດລາວໄດ້ຄົ້ນຄວ້າເສັ້ນທາງພັດທະນາທີ່ສອດຄ່ອງກັບເງື່ອນໄຂອຳນວຍຂອງຕົນ, ຄືໄດ້ສ້າງເສັ້ນທາງລົດໄຟລາວ-ຈີນ, ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍມາເປັນປະເທດເຊື່ອມຈອດໃນພາກພື້ນ, ພັດທະນາຂະ ແໜງການຈໍລະຈອນສິນຄ້າ ແລະ ອຸດສາຫະກຳລຽບຕາມເສັ້ນທາງລົດໄຟ; ໂດຍປະສານສົມທົບກັບສະພາບຄວາມເປັນຈິງຂອງຊົນນະບົດ, ໄດ້ປະຕິບັດວຽກງານຫຼຸດຜ່ອນຄວາມທຸກຍາກແບບ “ການຜະລິດເລືອດ ”ທີ່ເຊື່ອມໂຍງການປັບປຸງພື້ນຖານໂຄງລ່າງກັບການອົບຮົມສີມືແຮງງານ; ໂດຍອີງໃສ່ຊັບພະຍາກອນນ້ຳທີ່ອຸດົມສົມບູນ, ພັດທະນາ “ໝໍ້ໄຟຂອງອາຊີຕາເວັນອອກສ່ຽງໃຕ້.” ມາດຕະການເຫຼົ່ານີ້ໄດ້ປະກອບເປັນລະບົບການພັດທະນາທີ່ຫຼຸດຜ່ອນຄວາມທຸກຍາກໃນໄລຍະສັ້ນຮອດການອົບຮຸມບຳລຸງສ້າງເປັນໄລຍະຍາວ.

ແນວໃດກໍຕາມ, “ເສີມຂະຫຍາຍທ່າແຮງທີ່ເປັນເອກະລັກຂອງທ້ອງຖິ່ນ” ເປັນປັດຊະຍາການພັດທະນາທີ່ເນັ້ນໜັກເຖິງຄວາມເປັນເຈົ້າການ ລັກສະນະນຳໃຊ້ເປັນປະໂຫຍດຕົວຈິງ ແລະ ຫົວຄິດປະດິດສ້າງ. ບໍ່ວ່າສຳລັບປະເທດຈີນ ປະເທດລາວ ຫຼື ປະເທດກຳລັງພັດທະນາອື່ນໆ, ແຮງບັນດານໃຈສຳຄັນຕົ້ນຕໍຄື: ຕ້ອງຫຼຸດພົ້ນອອກຈາກການອາໄສຕໍ່ຮູບແບບພຽງຢ່າງດຽວຂອງພາຍນອກ, ຕ້ອງຢຶດໝັ້ນຢູ່ບົນພື້ນຖານແຫ່ງສະພາບຄວາມເປັນຈິງຂອງປະເທດຕົນ ແລະ ສະຕິປັນຍາຂອງປະຊາຊົນ, ກ້າບຸກເບີກເສັ້ນທາງທີ່ເໝາະສົມກັບສະພາບຄວາມເປັນຈິງຂອງຕົນ. ໃນຍຸກສະໄໝທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ, ມີແຕ່ປະຕິບັດຢ່າງໜັກແໜ້ນ, ເສີມຂະຫຍາຍທ່າແຮງທີ່ເປັນເອກະລັກ ຈຶ່ງສາມາດຫັນປ່ຽນສິ່ງທ້າທາຍເປັນກາລະໂອກາດ, ບັນລຸການພັດທະນາທີ່ມີຄຸນນະພາບສູງ ແລະ ຍືນຍົງຢ່າງແທ້ຈິງ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວການຮ່ວມມື

ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ໃນວັນທີ 7 ມັງກອນ ຜ່ານມານີ້ຢູ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຮາຊິມິດ ຊອກດານີ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງຣາຊະອານາຈັກ ຣາຊິມິດ ຊອກດານີ ແມ່ນ ທ່ານ ວາລີດ ຄາລີດ ໂອເບດັດ (H.E. Mr. Walid Obeidat) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ລາວ -ໄທ ວາງສະແດງສິລະປະ ຮັດແໜ້ນສາຍສຳພັນວັດທະນະທຳ

ລາວ -ໄທ ວາງສະແດງສິລະປະ ຮັດແໜ້ນສາຍສຳພັນວັດທະນະທຳ

ວັນທີ 9 ມັງກອນ ຜ່ານມາ ທີ່ສະຖາບັນວິຈິດສິນແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳແລກປ່ຽນສິລະປະວັດທະນະທຳ ພາຍໃຕ້ຫົວຂໍ້: “ສືບຮອຍສິນ ວິຖີຖິ່ນລຸ່ມນ້ຳຂອງ ແຂວງໜອງຄາຍ” ປະຈຳປີ 2026 ເພື່ອ ເຊື່ອມໂຍງສາຍໃຍວັດທະນະທຳຂອງປະຊາຊົນສອງຝັ່ງຂອງ ແລະ ສົ່ງເສີມການຮຽນຮູ້ດ້ານວິຈິດສິນລະຫວ່າງຊາດ, ໂດຍການຮ່ວມມືລະຫວ່າງ ສະຖາບັນວິຈິດສິນແຫ່ງຊາດ ສະມາຄົມວິຈິດສິນລາວ ແລະ ສຳນັກງານວັດທະນະທຳແຂວງໜອງຄາຍ ພ້ອມດ້ວຍ ກຸ່ມສິລະປິນ “River Arts” ຈາກຣາຊະອານາຈັກໄທ ເພື່ອສ້າງເວທີແລກປ່ຽນທັກສະແນວຄິດ ແລະ ການສ້າງສັນຜົນງານສິລະປະທີ່ເປັນເອກະລັກຂອງລຸ່ມແມ່ນ້ຳຂອງ.
ມອບ-ຮັບ ອຸປະກອນໄອທີ ເພື່ອການຮຽນ-ການສອນ

ມອບ-ຮັບ ອຸປະກອນໄອທີ ເພື່ອການຮຽນ-ການສອນ

ໃນວັນທີ 12 ມັງກອນ ນີ້, ຜູ້ຕາງໜ້າຈາກລັດຖະບານເຢຍລະມັນ ແລະ ສະຫະພາບເອີຣົບ ໄດ້ຮ່ວມກັນມອບຊຸດອຸປະກອນໄອທີ ເພື່ອການຮຽນ-ການສອນ ທີ່ທັນສະໄໝ ໃຫ້ແກ່ ຄະນະວິທະຍາສາດປ່າໄມ້ (FFS), ມະຫາວິທະຍາໄລແຫ່ງຊາດ (ມຊ) ທີ່ນະຄອນຫຼວງວຽງຈັນ.
ເລີ່ມສຶກສາຄວາມເປັນໄປໄດ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ

ເລີ່ມສຶກສາຄວາມເປັນໄປໄດ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ

ວັນທີ 12 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມລິເລີ່ມຂັ້ນສູນກາງ ການສຶກສາຄວາມເປັນໄປໄດ້ ພາຍໃຕ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ ໂດຍການເປັນປະທານຮ່ວມຂອງທ່ານ ເດດສົງຄາມ ທໍາມະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ອາເມີ ຄາຣີ ຫົວໜ້າຝ່າຍຈັດຕັ້ງປະຕິບັດໂຄງການ ທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ວັນທີ 9 ມັງກອນຜ່ານມາ ທີ່ກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນຈັດພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ສຳລັບໂຄງການປັບປຸງໂຮງໝໍຢູ່ເຂດພາກໃຕ້ (ໂຮງໝໍແຂວງຈຳປາສັກໃນ​ມູນ​ຄ່າ 2,865,000,000 ເຢນ ຫຼື​ ປະ​ມານ 18,300,000 ໂດ​ລ​າ​ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ເດືອນມັງກອນ 2026 ຈົນເຖິງທ້າຍປີ 2028).
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ໃນຕອນແລງຂອງວັນທີ 8 ມັງກອນ ນີ້ ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງສະຫວັນ ພົມວິການ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລ ຮວາຍ ຈູງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ຕາງໜ້າພິເສດຈາກ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມາຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ
ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ໃນຕອນບ່າຍວັນທີ 8 ມັງກອນ 2026, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ສະໄໝທີ XII ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍນາງ ຟາງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເພື່ອມອບສານຊົມເຊີຍຈາກ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ພັກ ປປ ລາວ ໃນກອງປະຊຸມດັ່ງກ່າວ.
ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ໃນຕອນແລງຂອງວັນທີ 8 ມັງກອນ 2026, ທີ່ ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ຮວາຍ ຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງ ສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ.
ບັນດາພັກການເມືອງ ຂະບວນການກອມມູນິດ ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ບັນດາພັກການເມືອງ ຂະບວນການກອມມູນິດ ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ເນື່ອງໃນໂອກາດການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026, ບັນດາພັກການເມືອງຕ່າງປະເທດ, ຂະບວນການກອມມູນິດ, ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ໄດ້ສົ່ງສານອວຍພອນກອງປະຊຸມດັ່ງກ່າວ
ປະທານພັກຣັດເຊຍເອກະພາບ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ປປ ລາວ

ປະທານພັກຣັດເຊຍເອກະພາບ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ປປ ລາວ

ສະຫາຍ ດີມີຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ສະຫາຍ ທອງລຸນ ສີສຸລິດ ທີ່ນັບຖື, ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ເນື່ອງໃນໂອກາດເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ເພີ່ມເຕີມ