ບໍລິສັດທັງສອງໄດ້ປະກາດການຮ່ວມມືດັ່ງກ່າວໃນງານ CES 2026 ທີ່ Las Vegas ສະຫະລັດ ອາເມຣິກາ. ໂດຍບໍລິສັດທັງສອງໄດ້ວາງແຜນທີ່ຈະພັດທະນາຜະລິດຕະພັນທີ່ໃຊ້ AI ເພື່ອເລັ່ງປະສິດທິພາບໃນການເຮັດວຽກ, ກວມເອົາການອອກແບບເອເລັກໂຕຣນິກ, ການຈຳລອງລະບົບ ແລະ ການຜະລິດ ທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມ ແລະ ຄວາມຕ້ອງການ.
ໃນດ້ານພື້ນຖານໂຄງລ່າງການຜະລິດ, Siemens ແລະ Nvidia ກຳລັງກະກຽມທີ່ຈະສ້າງໂຮງງານຜະລິດແຫ່ງທຳອິດທີ່ຂັບເຄື່ອນດ້ວຍ AI ຢ່າງເຕັມຮູບແບບ ໃນ Erlangen ປະເທດເຢຍລະມັນ ຊຶ່ງມີກຳນົດຈະເລີ່ມດຳເນີນງານໃນປີນີ້.
ໃນຂະນະດຽວກັນ, Siemens ຈະນຳເອົາເຕັກໂນໂລຊີໜ່ວຍປະມວນຜົນກຣາບຟິກ (GPU) ແລະ ຫ້ອງສະໝຸດ AI ຂອງ Nvidia ມາເຊື່ອມໂຍງກັບເຄື່ອງມືການຈຳລອງ ແລະ ການອອກແບບເອເລັກໂຕຣນິກຂອງບໍລິສັດ ເພື່ອເສີມຂະຫຍາຍຄວາມສາມາດໃນການພັດທະນາລະບົບ ແລະ ການທົດສອບ.
ທັງນີ້, ການຮ່ວມມືດັ່ງກ່າວມີຈຸດປະສົງເພື່ອເລັ່ງຂະບວນການພັດທະນາຜະລິດຕະພັນ ແລະ ເພີ່ມປະສິດທິພາບການດຳເນີນງານຂອງອຸດສາຫະກຳ ໂດຍຜ່ານການນຳໃຊ້ການສ້າງແບບຈຳສອງດີຈີຕອນຄູ່ກັບລະບົບອັດຕະໂນມັດທີ່ຂັບເຄື່ອນດ້ວຍ AI.
ຄໍາເຫັນ