ສີລັງກາ ອະນຸຍາດໃຫ້ແມ່ຍິງເຮັດວຽກກະກາງຄືນ ຕຳແໜ່ງເຮັດຄວາມສະອາດ ແລະ ການບໍລິການອາຫານ

ສີລັງກາ ອະນຸຍາດໃຫ້ແມ່ຍິງເຮັດວຽກກະກາງຄືນ ຕຳແໜ່ງເຮັດຄວາມສະອາດ ແລະ ການບໍລິການອາຫານ

ສີລັງກາ ອະນຸຍາດໃຫ້ແມ່ຍິງເຮັດວຽກກະກາງຄືນ ຕຳແໜ່ງເຮັດຄວາມສະອາດ ແລະ ການບໍລິການອາຫານ
ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກຸມພາ ຜ່ານມາວ່າ: ສີລັງກາ ໄດ້ປະກາດອະນຸຍາດໃຫ້ແມ່ຍິງສາມາດເຮັດວຽກກະກາງຄືນໃນຕຳແໜ່ງພະນັກງານເຮັດຄວາມສະອາດ ແລະ ພະນັກງານບໍລິການອາຫານ, ໂດຍມີຈຸດປະສົງເພື່ອເພີ່ມການມີສ່ວນຮ່ວມຂອງແຮງງານ, ຍ້ອນວ່າອັດຕາການເຂົ້າສູ່ຕະຫຼາດແຮງງານຂອງແມ່ຍິງໃນສີລັງກາຍັງຢູ່ໃນລະດັບ ຕໍ່າ ຢູ່ທີ່ປະມານ 30%.

 

ທ່ານ ອານິລ ຊະຍັນທາ ເຟີນັນໂດ ລັດຖະມົນຕີກະຊວງແຮງງານຂອງສີລັງກາ ໄດ້ນຳສະເໜີກົດລະບຽບໃໝ່ຜ່ານການດັດແກ້ກົດໝາຍພະນັກງານຮ້ານຄ້າ ແລະ ສຳນັກງານ ວ່າດ້ວຍກົດລະບຽບການຈ້າງງານ ແລະ ຄ່າຕອບແທນ.

ກົດລະບຽບທີ່ໄດ້ຮັບການດັດແກ້ອະນຸຍາດໃຫ້ແມ່ຍິງທີ່ມີອາຍຸເກີນ 18 ປີ ສາມາດເຮັດວຽກໃນຕຳແໜ່ງພະນັກງານເຮັດຄວາມສະອາດ ແລະ ພະນັກງານບໍລິການອາຫານໃນໄລຍະເວລາ 18:00 ໂມງ ຫາ 06:00 ໂມງເຊົ້າ, ໂດຍກຳນົດໃຫ້ນາຍຈ້າງຕ້ອງສະໜອງທີ່ພັກ, ຍານພາຫະນະຂົນສົ່ງ ລວມເຖິງການຄຸ້ມຄອງດ້ານສຸຂະພາບ ແລະ ຄວາມປອດໄພທີ່ພຽງພໍ.

ຄໍາເຫັນ

ຂ່າວຕ່າງປະເທດ

ພວກ​ເຮົາ​ທຸກ​ຄົນ​ຕ່າງ​ກໍ​ເປັນ​ຜູ້​ໄດ້​ຮົ່ມ​ເຢັນແຕ່​ຍິ່ງ​ຄວນ​ເປັນ​ຜູ້​ປູກ​ໄມ້

ພວກ​ເຮົາ​ທຸກ​ຄົນ​ຕ່າງ​ກໍ​ເປັນ​ຜູ້​ໄດ້​ຮົ່ມ​ເຢັນແຕ່​ຍິ່ງ​ຄວນ​ເປັນ​ຜູ້​ປູກ​ໄມ້

ຕາມ​ໂຕ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ: ປັດ​ຈຸ​ບັນ, ເນື້ອ​ທີ່​ປ່າ​ໄມ້​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 241 ລ້ານ​ເຮັກ​ຕາ, ອັດ​ຕາ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ໄດ້​ຍົກ​ສູງ​ຂຶ້ນ​ເຖິງ 25.09%, ປະລິມານສະສົມໄມ້ທັງໝົດທີ່ມີໃນປ່າບັນ​ລຸ​ຫຼາຍກວ່າ​ 20.99 ຕື້​ແມັດ​ກ້ອນ; ທົ່ວ​ປະ​ເທດ​ຈີນ​ມີ​ຕົ້ນ​ໄມ້​ປະ​ມານ 142.6 ຕື້​ຕົ້ນ, ສະ​ເລ່ຍ​ແລ້ວແຕ່​ລະ​ຄົນ​ມີຕົ້ນ​ໄມ້ 100 ຕົ້ນ.
ການສົ່ງອອກ LNG ທົ່ວໂລກຫຼຸດລົງຕໍ່າສຸດໃນຮອບ 6 ເດືອນ

ການສົ່ງອອກ LNG ທົ່ວໂລກຫຼຸດລົງຕໍ່າສຸດໃນຮອບ 6 ເດືອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ມີນາ ຜ່ານມາວ່າ: ການສົ່ງອອກອາຍແກ໊ສທຳມະຊາດແຫຼວ (LNG) ທົ່ວໂລກໄດ້ຫຼຸດລົງສູ່ລະດັບຕໍ່າສຸດໃນຮອບ 6 ເດືອນ ທ່າມກາງຄວາມເຄັ່ງຕຶງໃນຕາເວັນອອກກາງ.
ມຽນມາ ປະຕິບັດມາດຕະການໃຫ້ພະນັກງານລັດເຮັດວຽກຢູ່ເຮືອນທຸກໆວັນພຸດ

ມຽນມາ ປະຕິບັດມາດຕະການໃຫ້ພະນັກງານລັດເຮັດວຽກຢູ່ເຮືອນທຸກໆວັນພຸດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ມີນາ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ມຽນມາ ໄດ້ເລີ່ມຈັດຕັ້ງປະຕິບັດມາດຕະການເຮັດວຽກຢູ່ເຮືອນ (Work from Home)ທຸກໆວັນພຸດ ສຳລັບອົງການຂອງລັດຖະບານ ເລີ່ມແຕ່ວັນທີ 25 ມີນາ ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການເພີ່ມເຕີມ ເພື່ອຊ່ວຍຫຼຸດຜ່ອນການໃຊ້ນໍ້າມັນເຊື້ອໄຟ.
ຟີລິບປິນ ມີສະຖານີນໍ້າມັນຫຼາຍກວ່າ 400 ແຫ່ງປິດບໍລິການ

ຟີລິບປິນ ມີສະຖານີນໍ້າມັນຫຼາຍກວ່າ 400 ແຫ່ງປິດບໍລິການ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ມີນາ ຜ່ານມາວ່າ: ຫ້ອງການຕຳຫຼວດແຫ່ງຊາດຟີລິບປິນ ລາຍງານວ່າ, ມີສະຖານີນ້ຳມັນຫຼາຍກວ່າ 400 ແຫ່ງທົ່ວປະເທດໄດ້ຢຸດການດຳເນີນງານ ຍ້ອນລາຄານ້ຳມັນເພີ່ມຂຶ້ນສູງ.
ຈຳນວນພື້ນຖານ​ໂຄງ​ລ່າງ​ການສາກ​ໄຟ​ລົດ​ໄຟຟ້າຂອງ​ຈີນມີຫຼາຍ​ກວ່າ 21 ລ້ານອັນ

ຈຳນວນພື້ນຖານ​ໂຄງ​ລ່າງ​ການສາກ​ໄຟ​ລົດ​ໄຟຟ້າຂອງ​ຈີນມີຫຼາຍ​ກວ່າ 21 ລ້ານອັນ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການ​ພະລັງງານ​ແຫ່ງ​ຊາດ​ຈີນ​ ໄດ້​ເປີດ​ເຜີຍຂໍ້ມູນ​ສະຖິຕິກ່ຽວກັບ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການ​ສາກ​ໄຟລົດ​ພະລັງງານ​ໄຟຟ້າຂອງ​ຈີນ​ໃນ​ເດືອນກຸມພາປີ 2026 ນີ້ ​ໂດຍ​ສະ​​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນກຸມພາ ປີ 2026, ຈໍານວນພື້ນຖານ​ໂຄງ​ລ່າ​ງດ້ານ​ການສາກ​ໄຟ​ລົດ​ພະລັງງານ​​ໄຟຟ້າ​ຂອງ​ຈີນ ມີ​ເຖິງ 21,010,000 ອັນ, ​ເພີ່ມ​ຂຶ້ນ 47.8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວກັນຂອງ​ກາຍ​ນີ້.
ຫວ​ຽດ​ນາມ ແລະ ຣັດ​ເຊຍ ຮ່ວມມືຊຸກ​ຍູ້​ໂຄງ​ການ​​ອາຍ​ແກັດ LNG

ຫວ​ຽດ​ນາມ ແລະ ຣັດ​ເຊຍ ຮ່ວມມືຊຸກ​ຍູ້​ໂຄງ​ການ​​ອາຍ​ແກັດ LNG

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນການເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການໃນວັນທີ 23 ມີນາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງມົສກູ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດ Novatek, ກຸ່ມບໍລິສັດແຖວໜ້າຂອງ ຣັດເຊຍ ແລະ ໂລກໃນຂົງເຂດອາຍແກ໊ສທຳມະຊາດ ເພື່ອຊຸກຍູ້ບັນດາໂຄງການອາຍແກ໊ສແຫຼວ (LNG) ໃຫຍ່ທີ່ສຸດຢູ່ ຫວຽດນາມ.
ມຽນມາ ກະກຽມການເລືອກຕັ້ງປະທານາທິບໍດີໃນທ້າຍເດືອນມີນາ

ມຽນມາ ກະກຽມການເລືອກຕັ້ງປະທານາທິບໍດີໃນທ້າຍເດືອນມີນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 22 ມີນາ ຜ່ານມາວ່າ: ທ່ານ ອອງ ລິນ ດະເວ ປະທານສະພາສູງຄົນໃໝ່ຂອງ ມຽນມາ ແຈ້ງໃຫ້ຮູ້ວ່າ: ສະພາແຫ່ງຊາດ ມຽນມາ ຈະດໍາເນີນການເລືອກຕັ້ງປະທານາບໍດີຄົນໃໝ່ໃນວັນທີ 30 ມີນາ ຈະມາເຖິງນີ້, ດ້ວຍຂັ້ນຕອນການເລືອກຕັ້ງທີ່ປະຕິບັດຢ່າງເຂັ້ມງວດຜ່ານ 2 ໄລຍະ ຄື: ໄລຍະທີ 1, ລວມມີ ສະພາຕ່ຳ, ສະພາສູງ ແລະ ກຸ່ມຕາງໜ້າໃຫ້ກອງທັບ ແຕ່ລະຝ່າຍຈະສະເໜີຜູ້ສະໝັກຮັບເລືອກຕັ້ງສະຫາຍໜຶ່ງໃຫ້ດຳລົງຕຳແໜ່ງຮອງປະທານາທິບໍດີ. ຫຼັງຈາກນັ້ນ, ສະພາແຫ່ງຊາດຈະດຳເນີນການປ່ອນບັດເພື່ອເລືອກເອົາ 1 ໃນຈຳນວນ 3 ສະຫາຍນີ້ຮັບດຳລົງຕຳແໜ່ງປະທານາທິບໍດີ; 2 ສະຫາຍທີ່ຍັງເຫຼືອຈະດຳລົງຕຳແໜ່ງຮອງປະທານາທິບໍດີ.
ກອງປະຊຸມເວທີປຶກສາຫາລືລະດັບສູງ ວ່າດ້ວຍການພັດທະນາຂອງຈີນ ປະຈຳປີ 2026

ກອງປະຊຸມເວທີປຶກສາຫາລືລະດັບສູງ ວ່າດ້ວຍການພັດທະນາຂອງຈີນ ປະຈຳປີ 2026

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 22 ມີ​ນາ ຜ່ານມາ, ກອງປະຊຸມປະຈຳປີ 2026 ຂອງເວ​ທີປຶກສາຫາລືລະດັບສູງວ່າດ້ວຍການພັດທະນາຂອງຈີນ ໄດ້ເປີດຂຶ້ນ​ຢູ່ນະຄອນຫຼວງປັກກິ່ງຂອງຈີນ. ກອງປະຊຸມໃນປີນີ້ ມີຫົວຂໍ້ວ່າ: “ປະເທດຈີນໃນແຜນພັດທະນາເສດ​ຖະ​ກິດ 5 ປີ​ຄັ້ງທີ 15: ການພັດທະນາ​ທີ່ມີຄຸນນະພາບສູງ ແລະ ການຮ່ວມກັນສ້າງໂອກາດໃໝ່”, ແຂກທີ່ເຂົ້າຮ່ວມກອງປະຊຸມຈະຈັດກອງປະຊຸມສຳມະນາກ່ຽວກັບຫົວ​ຂໍ້​ຕ່າງໆ​ເຊັ່ນ: ການຫັນໄປສູ່ການພັດທະນາແບບສີຂຽວ ແລະ ກາກບອນຕໍ່າ, ການພັດທະນາອຸດສາຫະກຳໃນອະນາຄົດ, ການນຳໃຊ້ປັນຍາປະດິດເຂົ້າໃນອຸດສາຫະກຳ ແລະ ອື່ນໆ.
ແຟັງລັງ ຄອງຕຳແໜ່ງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ 9 ປີຕິດຕໍ່ກັນ

ແຟັງລັງ ຄອງຕຳແໜ່ງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ 9 ປີຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ບົດລາຍງານຄວາມສຸກຂອງໂລກ (World Happiness Report) ຊຶ່ງເຜີຍແຜ່ເມື່ອບໍ່ດົນມານີ້ວ່າ, ແຟັງລັງ ໄດ້ຄອງຕຳແໜ່ງປະເທດທີ່ມີຄວາມສຸກທີ່ສຸດໃນໂລກເປັນປີທີ 9 ຕິດຕໍ່ກັນ.
IEA ເລີ່ມປ່ອຍນ້ຳມັນສຳຮອງສຸກເສີນ

IEA ເລີ່ມປ່ອຍນ້ຳມັນສຳຮອງສຸກເສີນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ອົງການພະລັງງານສາກົນ (IEA) ໄດ້ລາຍງານການປ່ອຍນໍ້າມັນເຊື້ອໄຟຈາກຄັງສຳຮອງສຸກເສີນເຂົ້າສູ່ຕະຫຼາດໃນເບື້ອງຕົ້ນ ພາຍໃຕ້ຂໍ້ຕົກລົງຂອງບັນດາປະເທດສະມາຊິກ. ໂດຍການປ່ອຍນໍ້າມັນເຊື້ອໄຟສຸກເສີນໂດຍລວມຈະເປັນນໍ້າມັນດິບສ່ວນໃຫຍ່, ໃນຂະນະທີ່ການປ່ອຍຈາກເອີຣົບສ່ວນໃຫຍ່ຈະເປັນຜະລິດຕະພັນນໍ້າມັນທີ່ກັ່ນແລ້ວ ແລະ ເສີມດ້ວຍການຜະລິດເພີ່ມເຕີມຈາກບັນດາປະເທດໃນທະວີບອາເມຣິກາ.
ເພີ່ມເຕີມ