ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ໂຣຮານາ ວັດເທດ ຫົວໜ້າໜ່ວຍກວດກາລົດໂດຍສານເຄື່ອນທີ່ຂອງຄະນະກຳມະການຂົນສົ່ງແຫ່ງຊາດສີລັງກາ ໄດ້ເປີດເຜີຍວ່າ, ຈາກການກວດກາລົດໂດຍສານ ຈຳນວນ 680 ຄັນ ລະຫວ່າງວັນທີ 8-18 ເມສາ ຜ່ານມາ ພົບວ່າມີລົດໂດຍສານ ຈຳນວນ 80 ຄັນ ຄິດຄ່າໂດຍສານເກີນກຳນົດທີ່ອະນຸຍາດໃນລະຫວ່າງງານບຸນປີໃໝ່ຂອງຊາວສິງຫົນ ແລະ ທະມິນ ຊຶ່ງເປັນວັນພັກທີ່ສຳຄັນທີ່ສຸດຂອງສີລັງກາ ຈຶ່ງໄດ້ມີການປັບໃໝລົດໂດຍສານເຫຼົ່ານີ້.
ທ່ານ ວັດເທດ ກ່າວວ່າ: ເຈົ້າໜ້າທີ່ໄດ້ຄືນເງິນຄ່າໂດຍສານສ່ວນເກີນໃຫ້ກັບຜູ້ໂດຍສານ ແລະ ປັບໃໝຜູ້ປະກອບການລົດໂດຍທີ່ກ່ຽວຂ້ອງ. ທ່ານກ່າວຕື່ມວ່າ: ໃນວັນທີ 18 ເມສາພຽງມື້ດຽວ, ມີລົດໂດຍສານເກືອບ 150 ຄັນຖືກກວດກາ ແລະ 12 ຄັນຖືກພົບວ່າຄິດຄ່າໂດຍສານເກີນກຳນົດ.
ທັງນີ້, ຄະນະກຳມະການດັ່ງກ່າວຈະສືບຕໍ່ການກວດກາຈົນຮອດວັນທີ 21 ເມສາ ນີ້.
ຄໍາເຫັນ