ກະຊວງດັ່ງກ່າວລະບຸວ່າ: ການພະນັນທີ່ຜິດກົດໝາຍບໍ່ພຽງແຕ່ສ້າງບັນຫາທາງດ້ານກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍເທົ່ານັ້ນ ແຕ່ຍັງບໍ່ມີມາດຕະການໃດໆທີ່ຈະປົກປ້ອງຜູ້ຫຼິ້ນຄືກັບຜູ້ປະກອບການທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ ຊຶ່ງເຮັດໃຫ້ຜູ້ຫຼິ້ນການພະນັນ ແລະ ຄອບຄົວ ໄດ້ຮັບຜົນກະທົບທາງດ້ານການເງິນ ແລະ ສັງຄົມ.
ພາຍໃຕ້ກົດໝາຍຂອງສິງກະໂປ, ກິດຈະກຳການພະນັນທັງໝົດແມ່ນຖືກຫ້າມ ເວັ້ນເສຍແຕ່ວ່າໄດ້ຮັບອະນຸຍາດ, ໄດ້ຮັບໃບອະນຸຍາດ ຫຼື ໄດ້ຮັບການຍົກເວັ້ນ. ໂດຍ Singapore Pools ເປັນຜູ້ໃຫ້ບໍລິການຫວຍ, ການພະນັນກິລາ, ແລະ ການບໍລິການການພະນັນທາງໄກ ທີ່ໄດ້ຮັບອະນຸຍາດພຽງແຫ່ງດຽວຂອງປະເທດ.
ກອງກຳລັງຕຳຫຼວດສິງກະໂປຈະສືບຕໍ່ການດຳເນີນງານບັງຄັບໃຊ້ກົດໝາຍຕໍ່ກັບເຄືອຂ່າຍການພະນັນທີ່ຜິດກົດ ໝາຍ ແລະ ຜູ້ສະໜັບສະໜູນເຄືອຂ່າຍດັ່ງກ່າວ. ເຈົ້າໜ້າທີ່ຍັງຈຳກັດການເຂົ້າເຖິງແພລັດຟອມການພະນັນອອນລາຍທີ່ຜິດກົດໝາຍ ແລະ ການໂຄສະນາທີ່ກ່ຽວຂ້ອງ, ຍົກເລີກເບີໂທລະສັບພາຍໃນປະເທດທີ່ໃຊ້ສົ່ງເສີມການບໍລິການດັ່ງກ່າວແລະ ສະກັດກັ້ນການຈ່າຍເງິນຜ່ານບັນຊີທະນາຄານ ແລະ ບັດເຄຣດິດທີ່ກ່ຽວຂ້ອງ ເຊັ່ນດຽວກັນ.
ຄໍາເຫັນ