ສິງກະໂປ ຈະສ້າງຕັ້ງອົງການອາວະກາດ

ສິງກະໂປ ຈະສ້າງຕັ້ງອົງການອາວະກາດ

ສິງກະໂປ ຈະສ້າງຕັ້ງອົງການອາວະກາດ
ຂ່າວຕ່າງປະເທດລາຍງານວ່າ: ສິງກະໂປ ກຳລັງຢູ່ໃນຂັ້ນຕອນການສ້າງຕັ້ງອົງການອະວະກາດຂອງຕົນ ເພື່ອພະຍາຍາມຍາດເອົາສ່ວນແບ່ງຂອງອຸດສາຫະກຳອະວະກາດທົ່ວໂລກ ຊຶ່ງຄາດວ່າຈະບັນລຸ 1.8 ພັນຕື້ໂດລາ ໃນເວລາບໍ່ຮອດ 10 ປີ. ໂດຍກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ປະກາດໃນວັນທີ 2 ກຸມພາ ຜ່ານມາວ່າ: ອົງການອະວະກາດແຫ່ງຊາດສິງກະໂປ (National Space Agency of Singapore ຫຼື NSAS) ຈະຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 1 ເມສາ ນີ້ ໂດຍມີຈຸດປະສົງເພື່ອດຶງດູດບໍລິສັດອະວະກາດຈາກທົ່ວໂລກ ໃຫ້ມາສ້າງຕັ້ງຖານການດໍາເນີນງານໃນສິງກະໂປ.

ກະຊວງດັ່ງກ່າວຍັງລະບຸວ່າ: NSAS ຈະຮັບຜິດຊອບໃນການພັດທະນາ, ການນຳໃຊ້ກົດໝາຍ ແລະ ກົດລະບຽບຕ່າງໆທີ່ກ່ຽວຂ້ອງ ພ້ອມທັງພິຈາລະນາການຂະຫຍາຍເຄືອຂ່າຍດາວທຽມສຳຫຼວດໂລກ ຊຶ່ງປັດຈຸບັນສິງກະໂປມີຢູ່ແລ້ວ 3 ດວງ ນັບຕັ້ງແຕ່ປີ 2022, ລັດຖະບານສິງກະໂປໄດ້ຈັດສັນເງິນ 210 ລ້ານໂດລາສິງກະໂປ (ປະມານ 165 ລ້ານໂດລາ) ສຳລັບໂຄງການອະວະກາດ.

ນອກຈາກນັ້ນ, NSAS ຍັງເປັນສ່ວນໜຶ່ງຂອງການທົບທວນຄືນຍຸດທະສາດທາງເສດຖະກິດໄລຍະຍາວຂອງສິງກະໂປ. ໃນຂະນະທີ່ລັດຖະບານສິງກະໂປກຳລັງຊອກຫາວິທີທີ່ຈະເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນທົ່ວໂລກ ທ່າມກາງການຢຸດສະງັກທາງດ້ານພູມິສາດການເມືອງ ແລະ ເຕັກໂນໂລຊີທີ່ເພີ່ມຂຶ້ນ. ສ່ວນເຕັກໂນໂລຊີອື່ນໆທີ່ມີບົດບາດສຳຄັນພາຍໃຕ້ການທົບທວນຍຸດທະສາດນີ້ລວມມີປັນຍາປະດິດ, ການປະມວນຜົນແບບ quantum ແລະ ການຫຼຸດຜ່ອນກາກບອນ. ໂດຍສິງກະໂປວາງແຜນທີ່ຈະເຜີຍແຜ່ແຜນງານສະບັບໃໝ່ພາຍໃນກາງປີນີ້.

ການສ້າງຕັ້ງອົງການອາວະກາດຢ່າງເປັນທາງການຂອງສິງກະໂປ ຖືເປັນການເນັ້ນໃຫ້ເຫັນເຖິງຄວາມສາມາດໃນການແຂ່ງຂັນລະດັບໂລກ, ເພື່ອຍາດແຍ່ງສ່ວນແບ່ງຂອງເສດຖະກິດອາວະກາດ (Space Economy) ຊຶ່ງ ເວທີປາໄສເສດຖະກິດໂລກ (WEF) ຄາດຄະເນວ່າຈະບັນລຸເຖິງ 1.8 ພັນຕື້ໂດລາ ພາຍໃນປີ 2035 ເພີ່ມຂຶ້ນຈາກ 630 ຕື້ໂດລາໃນປີ 2023 ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເພີ່ມຂຶ້ນສຳລັບເຕັກໂນໂລຊີທີ່ອີງໃສ່ອາວະກາດ ເຊັ່ນ: ການບໍລິການດ້ານການສື່ສານ, ການນຳທາງ ແລະ ການບໍລິການສຳຫຼວດ.

ຄໍາເຫັນ

ຂ່າວຕ່າງປະເທດ

ຣັດເຊຍ ກຽມຫ້າມສົ່ງອອກຄຳແທ່ງ ທີ່ມີນ້ຳໜັກຫຼາຍກວ່າ 100 ກຣາມ

ຣັດເຊຍ ກຽມຫ້າມສົ່ງອອກຄຳແທ່ງ ທີ່ມີນ້ຳໜັກຫຼາຍກວ່າ 100 ກຣາມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ມີນາ ຜ່ານມາວ່າ: ສຳນັກຂ່າວ TASS ຂອງຣັດເຊຍລາຍງານວ່າ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ລົງນາມໃນລັດຖະດຳລັດຫ້າມສົ່ງອອກຄຳແທ່ງບໍລິສຸດທີ່ມີນ້ຳໜັກເກີນ 100 ກຣາມ, ໂດຍຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ພຶດສະພາ 2026 ເປັນຕົ້ນໄປ ແລະ ມີບາງຂໍ້ຍົກເວັ້ນ.
ເດັກນ້ອຍ ແລະ ຊາວໜຸ່ມ 273 ລ້ານຄົນທົ່ວໂລກອອກຈາກລະບົບການສຶກສາ

ເດັກນ້ອຍ ແລະ ຊາວໜຸ່ມ 273 ລ້ານຄົນທົ່ວໂລກອອກຈາກລະບົບການສຶກສາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ມີນາ ຜ່ານມາວ່າ: ບົດລາຍງານການຕິດຕາມການສຶກສາທົ່ວໂລກຂອງອົງການ UNESCO ປະຈຳປີ 2026 ທີ່ເຜີຍແຜ່ໃນວັນທີ 25 ມີນາ ຜ່ານມາ ຊີ້ໃຫ້ເຫັນວ່າ: ຈຳນວນເດັກນ້ອຍ ແລະ ຊາວໜຸ່ມ ທີ່ອອກຈາກລະບົບການສຶກສາທົ່ວໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນປີທີ 7 ຕິດຕໍ່ກັນ ຊຶ່ງມີເຖິງ 273 ລ້ານຄົນ.
ກອງປະຊຸມປະຈຳປີ 2026 ຂອງເວທີປຶກສາຫາລືຈົ່ງກ່ວນຊຸ່ນ

ກອງປະຊຸມປະຈຳປີ 2026 ຂອງເວທີປຶກສາຫາລືຈົ່ງກ່ວນຊຸ່ນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 25 ມີ​ນາ​ ຜ່ານມາ, ກ​ອງ​ປະ​ຊຸມ​ປະ​ຈຳ​ປີ 2026 ຂອງ​ເວ​ທີ​ປຶກ​ສາ​ຫາ​ລືຈົ່ງ​ກວ່ນ​ຊຸ່ນ ໄດ້​ຈັດຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ. ໂດຍ​ມີ​ບຸກ​ຄົນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຜູ້​ຮັບຜິດ​ຊອບ​ຂອງວິ​ສາ​ຫະ​ກິດ ແລະ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ​​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ຜູ້​ຮັ​ບ​ຜິ​ດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ​ ອື່ນໆ ​ປະ​ມານ 1,000 ທ່ານ​ເຂົ້າ​ຮ່ວມ. ທ່ານ​ ຕິ່ງ​ເຊ່ວ​​ຂຽງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ດັ່ງ​ກ່າວ.
ກອງປະຊຸມສະໄໝສາມັນເທື່ອທີ 1 ສະພາແຫ່ງຊາດຫວຽດນາມ ຊຸດທີ 16 ຈະເປີດຂຶ້ນໃນເດືອນເມສາ

ກອງປະຊຸມສະໄໝສາມັນເທື່ອທີ 1 ສະພາແຫ່ງຊາດຫວຽດນາມ ຊຸດທີ 16 ຈະເປີດຂຶ້ນໃນເດືອນເມສາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ມີນາ ຜ່ານມາ ຢູ່ຫໍສະພາແຫ່ງຊາດ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳສະພາແຫ່ງຊາດ ກ່ຽວກັບວຽກງານກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16. ຄາດວ່າ, ກອງປະຊຸມຈະດຳເນີນເປັນເວລາ 11 ມື້, ແບ່ງເປັນ 2 ຄັ້ງ, ຈະເປີດໃນວັນທີ 6 ເມສາ ແລະ ຄາດວ່າຈະປິດໃນວັນທີ 24 ເມສາ 2026.
ອົສຕຣາລີ ໃຊ້ຍຸງເປັນໂດຣນຂະໜາດນ້ອຍຕິດຕາມສັດໃກ້ສູນພັນ

ອົສຕຣາລີ ໃຊ້ຍຸງເປັນໂດຣນຂະໜາດນ້ອຍຕິດຕາມສັດໃກ້ສູນພັນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ມະຫາວິທະຍາໄລ Macquarie ຂອງອົສຕຣາລີໄດ້ເປີດເຜີຍວ່າ,ຍຸງສາມາດເຮັດໜ້າທີ່ເປັນນັກສຳຫຼວດສັດປ່າຂະໜາດນ້ອຍ ຊຶ່ງຊ່ວຍຕິດຕາມສັດປ່າທີ່ຫາຍາກ, ໃກ້ຈະສູນພັນ ແລະ ເປັນເຄື່ອງມືທີ່ມີປະສິດທິພາບ ທີ່ບໍ່ຮຸກຮານຄວາມເປັນຢູ່ຂອງສັດເພື່ອການອະນຸລັກ.
ເສດຖະກິດອາຊີ ຈະເຕີບໂຕ 4.5% ໃນປີ 2026

ເສດຖະກິດອາຊີ ຈະເຕີບໂຕ 4.5% ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມີນາ ຜ່ານມາວ່າ: ກອງປະຊຸມເວທີປຶກສາຫາລືອາຊີໂປອາວ (BFA) ໄດ້ເຜີຍແຜ່ບົດລາຍງານທ່າອ່ຽງເສດຖະກິດອາຊີ ແລະ ຄວາມຄືບໜ້າຂອງການເຊື່ອມໂຍງ ປະຈຳປີ 2026, ໂດຍລະບຸວ່າອາຊີຍັງຄົງເປັນຕົວຂັບເຄື່ອນການເຕີບໂຕຂອງໂລກ. ໂດຍບົດລາຍງານຄາດຄະເນວ່າເສດຖະກິດຂອງອາຊີຈະເຕີບໂຕ 4.5% ໃນປີ 2026 ແລະ ຄາດວ່າຈະສືບຕໍ່ກວມເອົາສ່ວນໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງໂລກ, ເພີ່ມຂຶ້ນຈາກ 49.2% ໃນປີ 2025 ເປັນ 49.7% ໃນປີ 2026, ໂດຍອີງໃສ່ທິດສະດີຄວາມສະເໝີພາບຂອງອຳນາດການຊື້ (PPP).
ປະ​ທານ​ປະ​ເທດ​ຈີນ ​​ຊີ້​ນຳ​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ

ປະ​ທານ​ປະ​ເທດ​ຈີນ ​​ຊີ້​ນຳ​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 23 ມີ​ນາ​ ຜ່ານມາ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ເຂດ​ໃໝ່​ສົງ​ອ່ານ​ແຂວງ​ເຫີ​ເປີຍ​ຂອງ​ຈີນ. ໃນ​ໂອ​ກາດ​ນີ້, ທ່ານ ສີ​ຈິ້ນ​ຜິງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ລົງ​ເລິກ​ຊຸກ​ຍູ້​ການ​ສ້າງ​ສາ​ພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ​​ທີ່​ມີຄຸນ​ນະ​ພາບ​ສູງ ໂດຍ​​ເນັ້ນ​ໜັກ​ວ່າ: ຕ້ອງ​ກຳ​ແໜ້ນຖາ​ນະ​ບົດ​ບາດ​ຂອງ​ເຂດ​ໃໝ່​ສົງ​ອ່ານ, ພະ​ຍາ​ຍາມ​ສ້າງ​ເຂດ​ທ່າ​ແຮງ​ແຫ່ງ​ການ​ປະ​ດິດ​ສ້າງ​ໃນ​ຍຸກ​ໃໝ່ ແລະ ແບບ​ຢ່າງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​​​ທີ່​ມີ​ຄຸນ​ນະ​ພາບ​ສູງ.
EU ລົງ​ທຶນ 560 ລ້ານກວ່າເອີ​ໂຣ ​ໃນ​ຂົ​ງ​ເຂດ​ພະ​ລັງ​ງານ ແລະ ຄົມ​ມະ​ນາ​ຄົມ ຂອງຫວຽດ​ນາມ

EU ລົງ​ທຶນ 560 ລ້ານກວ່າເອີ​ໂຣ ​ໃນ​ຂົ​ງ​ເຂດ​ພະ​ລັງ​ງານ ແລະ ຄົມ​ມະ​ນາ​ຄົມ ຂອງຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນເວທີປາໄສດຳເນີນທຸລະກິດ ແລະ ການລົງທຶນ EU - ຫວຽດນາມ ທີ່ດຳເນີນໃນວັນທີ 24 ມີນາ ຜ່ານມາ
ໂລກປະເຊີນກັບມົນລະພິດທາງອາກາດຮ້າຍແຮງໃນປີ 2025

ໂລກປະເຊີນກັບມົນລະພິດທາງອາກາດຮ້າຍແຮງໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມີນາ ຜ່ານມາວ່າ: ຄຸນນະພາບອາກາດທົ່ວໂລກຊຸດໂຊມລົງໃນປີ 2025, ຫຼັງຈາກຂໍ້ມູນຈາກເກືອບ 9,500 ເມືອງພົບວ່າມີພຽງແຕ່ 14% ເທົ່ານັ້ນທີ່ຜ່ານມາດຕະຖານຝຸ່ນລະອອງຂະ ໜາດນ້ອຍ (PM2.5) ຂອງອົງການອະນາໄມໂລກ (WHO) ຊຶ່ງຫຼຸດລົງຈາກ 17% ໃນປີກ່ອນ. ໂດຍໄຟໄໝ້ປ່າ ແລະ ມົນລະພິດຈາກອຸດສາຫະກຳ, ພາຫະນະ ແລະ ກະສິກຳ ແມ່ນປັດໄຈຫຼັກທີ່ປະກອບສ່ວນເຮັດໃຫ້ສະພາບອາກາດການຊຸດໂຊມລົງ.
ຣັດເຊຍ ຍິງດາວທຽມ 16 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 16 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ Bureau 1440 ຊຶ່ງເປັນບໍລິສັດດ້ານອະວະກາດຂອງຣັດເຊຍ ໄດ້ປະກາດໃນວັນທີ 24 ມີນາ ຜ່ານມາວ່າ: ຣັດເຊຍປະສົບຄວາມສຳເລັດໃນການຍິງດາວທຽມຈຳນວນ 16 ດວງຂຶ້ນສູ່ວົງໂຄຈອນລະດັບຕ່ຳ (LEO) ເພື່ອຮອງຮັບເຄືອຂ່າຍດາວທຽມສື່ສານຂອງປະເທດ.
ເພີ່ມເຕີມ