ຂ່າວລະບຸວ່າ: ໃນວັນ 24 ກໍລະກົດ ຜ່ານມາ, ທະນາຄານກາງທັງສອງປະເທດໄດ້ລະບຸວ່າ ຂໍ້ຕົກລົງດັ່ງກ່າວໄດ້ສ້າງຕັ້ງຂອບການຮ່ວມມືໃນສາມຂົງເຂດຄື: ການແລກປ່ຽນຂໍ້ມູນກ່ຽວກັບຄວາມປອດໄພທາງໄຊເບີ ແລະ ການສໍ້ໂກງທາງດີຈີຕອນ; ການພັດທະນາຂີດຄວາມສາມາດ ແລະ ການກຽມຄວາມພ້ອມດ້ານການດຳເນີນງານ. ໂດຍທັງສອງຝ່າຍຈະແລກປ່ຽນຂໍ້ມູນດ້ານກົດລະບຽບ ແລະ ຂໍ້ມູນຂ່າວສານກ່ຽວກັບໄພຂົ່ມຂູ່ທີ່ສົ່ງຜົນກະທົບຕໍ່ຂະແໜງການເງິນ, ດຳເນີນການຝຶກອົບຮົມຮ່ວມກັນ, ທັດສະນະສຶກສາ ແລະ ການແລກປ່ຽນການຄົ້ນຄວ້າ, ພ້ອມທັງຝຶກອົບຮົມການຮັກສາຄວາມປອດໄພທາງໄຊເບີ ແລະ ການຄຸ້ມຄອງວິກິດການຂ້າມຊາຍແດນ.
ທ່ານ ເຈຍ ເຕີ ຈວິນ ຜູ້ອຳນວຍການຝ່າຍບໍລິຫານຂອງອົງການເງິນຕາສິງກະໂປກ່າວວ່າ: ຄວາມສ່ຽງທາງໄຊເບີ ແລະ ການສໍ້ໂກງທາງດີຈີຕອນແມ່ນໄພຂົ່ມຂູ່ຂ້າມຊາດທີ່ສຳຄັນໃນພາກພື້ນ ແລະ ຈຳເປັນຕ້ອງມີການປະສານງານຢ່າງໃກ້ຊິດເພື່ອຕ້ານກັບຄວາມສ່ຽງເຫຼົ່ານີ້.
ຄໍາເຫັນ