ຕຳຫຼວດສິງກະໂປ ລາຍງານໃຫ້ຮູ້ວ່າ: ໃນ 2 ເດືອນຜ່ານມາ, ມີບັນດາຜູ້ເຄາະຮ້າຍໄດ້ສູນເສຍເງິນຢ່າງໜ້ອຍ 36 ລ້ານໂດລາ

ສິງກະໂປ ມີຜູ້ສູນເສຍເງິນ 36 ລ້ານໂດລາຈາກການສໍ້ໂກງທາງອິນເຕີເນັດ

ສິງກະໂປ ມີຜູ້ສູນເສຍເງິນ 36 ລ້ານໂດລາຈາກການສໍ້ໂກງທາງອິນເຕີເນັດ
ຂ່າວສານຫວຽດນາມລາຍງານ,ຫວ່າງບໍ່ດົນມານີ້, ຕຳຫຼວດສິງກະໂປ ລາຍງານໃຫ້ຮູ້ວ່າ: ໃນ 2 ເດືອນຜ່ານມາ, ມີບັນດາຜູ້ເຄາະຮ້າຍໄດ້ສູນເສຍເງິນຢ່າງໜ້ອຍ 36 ລ້ານໂດລາ

 

 ຍ້ອນຖືກຫຼອກລວງຈາກການລົງທຶນໃນເພລັດຟອມກຸ່ມສົນທະນາອອນລາຍ ແລະ ໃນເຄືອຂ່າຍສັງຄົມອອນລາຍ.

ນັບຕັ້ງແຕ່ເດືອນກໍລະກົດຜ່ານມາ, ມີການສໍ້ໂກງການລົງທຶນທາງດ້ານການເງິນທາງເຄືອຂ່າຍອິນເຕີເນັດ ຢູ່ ສິງກະໂປ 897 ກໍລະນີ.

ຂ່າວລະບຸວ່າ: ຜູ້ສໍ້ໂກງມັກຈະເອົາເຫຍື່ອເຂົ້າໃນກຸ່ມສົນທະນາໃນວິທີການສົ່ງຂໍ້ຄວາມ ເຊັ່ນ: ເທເລແກມ (Telegram)ຫຼື ສ້າງເປັນໝູ່ເພື່ອນກັບເຫຍື່ອໃນເພລັດຟອມເຄືອຂ່າຍສັງຄົມອອນລາຍ. ການປອມຕົວເປັນດາລາ ຫຼື ພະນັກງານຂອງບໍລິສັດທີ່ມີຊື່ສຽງ. ຜູ້ສໍ້ໂກງຈະສວມຮອຍເປັນສະມາຊິກກຸ່ມສົ່ງຂໍ້ຄວາມແບ່ງປັນການລົງທຶນທີ່ເຮັດກຳໄລໄດ້ດີ ແລະ ສົ່ງຮູບພາບໜ້າຈໍທີ່ພິສູດໃຫ້ເຫັນເຖິງຜົນກຳໄລເພື່ອຫຼອກລວງເຫຍື່ອ.

ຫຼັງຈາກທີ່ເຫຍື່ອຫຼົງເຊື່ອ ແລະ ຕິດຕໍ່ກັບຜູ້ສໍ້ໂກງ, ພວກເຂົາຈະໄດ້ຮັບແຜນການລົງທຶນຕ່າງໆ ແລະ ຂໍໃຫ້ສະໜອງຂໍ້ມູນສ່ວນຕົວເຊັ່ນ: ເລກບັນຊີທະນາຄານ, ຊື່ເຕັມ ແລະ ເບີໂທລະສັບ. ພວກເຂົາຍັງຖືກສັ່ງໃຫ້ໂອນເງິນລົງທຶນໃສ່ບັນຊີທະນາຄານ ແລະ PayNow (ເປັນລະບົບການຊຳລະເງິນລະຫວ່າງປະເທດໄດ້ແບບໂດຍທັນທີ).

ຜູ້ທີ່ຕົກເປັນເຫຍື່ອຈະຖືກຊັກຈູງໃຫ້ເຊື່ອວ່າການລົງທຶນນີ້ແມ່ນຄວາມຈິງເພາະວ່າພວກເຂົາຈະໄດ້ຮັບຜົນກໍາໄລທີ່ແທ້ຈິງໃນເບື້ອງຕົ້ນ. ເວັບໄຊການລົງທຶນ ຫຼື ແອັບພິເຄຊັນປອມ ຈະສະແດງຜົນກໍາໄລ "ເໝືອນຈິງ"ເພີ່ມຂຶ້ນ, ເຮັດໃຫ້ເຫຍື່ອມີຄວາມໝັ້ນໃຈແລະ ສືບຕໍ່ເພີ່ມເງິນເຂົ້າໃນການລົງທຶນ. ຜູ້ຕົກເປັນເຫຍື່ອຈະຮູ້ວ່າພວກເຂົາຖືກສໍ້ໂກງ ເມື່ອພົບວ່າບໍ່ສາມາດຖອນກໍາໄລໄດ້. ຫຼັງຈາກນັ້ນ, ຜູ້ສໍ້ໂກງຈະຫາຍຕົວໄປໂດຍບໍ່ມີຮ່ອງຮອຍ.

ເພື່ອຫຼີກເວັ້ນການຕົກເປັນເຫຍື່ອຂອງການຫຼອກລວງການລົງທຶນອອນລາຍ, ຕໍາຫຼວດສິງກະໂປ ໄດ້ແນະນໍາໃຫ້ຜູ້ໃຊ້ສື່ສັງຄົມອອນລາຍ ເພີ່ມ ຫຼື ຕັ້ງຄວາມປອດໄພ ເຊັ່ນ: ບໍ່ໃຫ້ຄົນແປກໜ້າເພີ່ມທ່ານເຂົ້າໃນກຸ່ມສົນທະນາ; ກໍານົດຂອບເຂດຈໍາກັດການເຮັດທຸລະກໍາທະນາຄານອອນລາຍ ແລະ ເປີດໃຊ້ການກວດສອບສອງປັດໄຈ. ຄວນຈະສັງເກດວ່າບໍ່ມີບໍລິສັດລົງທຶນທີ່ຖືກຕ້ອງຕາມກົດໝາຍບໍລິສັດໃດຈະເພີ່ມທ່ານເຂົ້າໃນກຸ່ມສົນທະນາເພື່ອແລກປ່ຽນກ່ຽວກັບໂອກາດການລົງທຶນ. ກວດສອບຄວາມຖືກຕ້ອງຂອງຂໍ້ມູນໂດຍການຖາມຄໍາຖາມຫຼາຍເທົ່າຈະທີ່ເປັນໄປໄດ້ ເພື່ອເຂົ້າໃຈໂອກາດການລົງທຶນ ແລະ ກວດສອບຊື່ສຽງຂອງບໍລິສັດ.

ECDCກຽມຄວາມພ້ອມຮັບມືກັບການລະບາດຂອງພະຍາດໝາກສຸກລີງ

ຂ່າວຕ່າງປະເທດລາຍາງນ ໃນວັນທີ 17 ສິງຫາ ຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງສະຫະພາບເອີຣົບ (ECDC) ໄດ້ເຜີຍແຜ່ການປະເມີນຄວາມສ່ຽງກ່ຽວກັບການລະບາດຂອງພະຍາດໝາກສຸກລີງ (Mpox), ໂດຍແນະນຳໃຫ້ເພີ່ມການກຽມຄວາມພ້ອມເພື່ອຮັບມືພາຍໃນສະຫະພາບເອີຣົບ (EU) ແລະ ເຂດເສດຖະກິດເອີຣົບ.

ECDC ຊຶ່ງມີສຳນັກງານຕັ້ງຢູ່ໃນປະເທດຊູແອດ ລະບຸວ່າ: ມີຄວາມເປັນໄປໄດ້ສູງທີ່ເອີຣົບ ຈະພົບຄົນເຈັບທີ່ເປັນພະຍາດໝາກສຸກລີງ ຈາກໄວຣັດ clade I ທີ່ເຂົ້າມາຈາກຕ່າງປະເທດຫຼາຍຂຶ້ນ ເຖິງແມ່ນວ່າຄວາມສ່ຽງໃນການລະບາດໃນສະຫະພາບເອີຣົບ ແລະ ເຂດເສດຖະກິດເອີຣົບຈະຍັງຄົງຕໍ່າຫຼາຍ, ແຕ່ຈຳເປັນຈະຕ້ອງກຽມຄວາມພ້ອມດ້ານການບົ່ງມະຕິພະຍາດທີ່ວ່ອງໄວ ແລະ ມາດຕະການຄວບຄຸມທີ່ມີປະສິດພາບ.

ECDC ຍັງແນະນຳໃຫ້ກຸ່ມປະເທດສະມາຊິກສະຫະພາບເອີຣົບ ແລະ ເຂດເສດຖະກິດເອີຣົບ ອອກຄຳແນະນຳດ້ານການເດີນທາງໃຫ້ບຸກຄົນທີ່ເດີນທາງໄປ ຫຼື ກັບຈາກພາກພື້ນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດນີ້.

ການປະເມີນຄວາມສ່ຽງສະບັບດັ່ງກ່າວ ເກີດຂຶ້ນຫຼັງຈາກສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງອາຟຣິກາ (Africa CDC) ປະກາດການລະບາດຂອງພະຍາດໝາກສຸກລີງໃນອາຟຣິກກາ, ທາງດ້ານຫ້ອງການຄວາມໝັ້ນຄົງກໍລະນີສຸກເສີນດ້ານສາທາລະນະສຸກພາກພື້ນທະວີບ ແລະ ອົງການອະນາໄມໂລກ (WHO) ໄດ້ປະກາດໃຫ້ພະຍາດໝາກສຸກລີງເປັນກໍລະນີສຸກເສີນທາງສາທາລະນະສຸກລະຫວ່າງປະເທດ ໃນອາທິດຜ່ານມາ.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ