NEA ໂພສໃນເຟສບຸກໃນຕອນແລງຂອງວັນທີ 26 ມັງກອນ ຜ່ານມາວ່າ: ລົມທີ່ພັດຈາກທິດເໜືອ ຫຼື ທິດ ຕາເວັນອອກສ່ຽງເໜືອອາດຈະພັດເອົາໝອກຄວັນໄປທາງໃຕ້ ແລະ ບາງຄັ້ງຊາວບ້ານອາດຈະໄດ້ກິ່ນໄໝ້. ຢ່າງໃດກໍຕາມ, NEA ຄາດຄະເນວ່າສະຖານະການນີ້ອາດຈະບໍ່ເຮັດໃຫ້ຄຸນນະພາບອາກາດຮ້າຍແຮງຂຶ້ນຢ່າງຫຼວງຫຼາຍ.
ຂໍ້ມູນໃນເວັບໄຊ ຂອງ NEA ລະບຸວ່າ: ມາຮອດເວລາ 6:00 ໂມງເຊົ້າຂອງວັນທີ 27 ມັງກອນ, ດັດຊະນີມາດຕະຖານມົນລະພິດ (PSI) ຕະຫຼອດ 24 ຊົ່ວໂມງຂອງສິງກະໂປ ຢູ່ລະຫວ່າງ 37 ຫາ 61 ຊຶ່ງຈັດຢູ່ປະເພດ "ດີ" ຫາ "ປານກາງ". ໂດຍ NEA ກຳລັງຕິດຕາມສະຖານະການຢ່າງຕໍ່ເນື່ອງ.
ສິງກະໂປໄດ້ຮັບຜົນກະທົບຈາກໝອກຄວັນຂ້າມຊາຍແດນເປັນໄລຍະ ຊຶ່ງກ່ຽວຂ້ອງກັບການເຜົາພື້ນທີ່ກະສິກຳ ແລະ ປ່າໃນພາກພື້ນ, ໂດຍສະເພາະໃນໄລຍະທີ່ມີສະພາບອາກາດແຫ້ງແລ້ງ. ທັງນີ້, ສະພາບອາກາດສາມາດປ່ຽນແປງໄດ້ໂດຍຂຶ້ນກັບກິດຈະກຳການເຜົາໄໝ້ ແລະ ຮູບແບບຂອງສະພາບອາກາດ.
ຄໍາເຫັນ