ສະຖາບັນຄົ້ນຄວ້າສິ່ງພິມຂອງຍີ່ປຸ່ນລາຍງານວ່າ: ໃນປີ 2025, ຍອດຂາຍວາລະສານໃນຮູບແບບເປັນຫົວ ຫຼຸດລົງ 10.0% ເປັນ 370.8 ຕື້ເຢນ. ໂດຍວາລະສານລາຍອາທິດຫຼຸດລົງເປັນປະຫວັດການ ເຖິງ 17.9% ເປັນ 51.3 ຕື້ເຢນ, ໃນຂະນະທີ່ວາລະສານລາຍເດືອນຫຼຸດລົງ 8.6% ເປັນ 319.5 ຕື້ເຢນ.
ໃນຂະນະດຽວກັນ, ຍອດຂາຍມັງງະ (ປຶ້ມກາຕູນ) ໃນຮູບແບບເປັນຫົວ ຊຶ່ງຈັດຢູ່ໃນປະເພດວາລະສານ ກໍຫຼຸດລົງປະມານ 15%, ໂດຍສ່ວນໜຶ່ງແມ່ນຍ້ອນມັງງະທີ່ໄດ້ຮັບຄວາມນິຍົມຫຼາຍເລື່ອງຈົບລົງແລ້ວເຊັ່ນ: "Jujutsu Kaisen," ລວມທັງພຶດຕິກຳຂອງຜູ້ອ່ານທີ່ປ່ຽນໄປອ່ານມັງງະແບບດີຈີຕອນ.
ເຖິງຢ່າງໃດກໍຕາມ, ຍອດຂາຍປຶ້ມແບບຫົວໄດ້ເພີ່ມຂຶ້ນ 200 ລ້ານເຢນ ເປັນ 593.9 ຕື້ເຢນ ຊຶ່ງຖືວ່າເປັນການຟື້ນຕົວເລັກນ້ອຍຫຼັງຈາກຕົກຕໍ່າເປັນເວລາ 3 ປີ. ໂດຍໄດ້ຮັບການຊຸກຍູ້ຈາກປຶ້ມທີ່ຂາຍດີຫຼາຍເລື່ອງ, ໜຶ່ງໃນນັ້ນຄືນະວະນິຍາຍຕົ້ນສະບັບຂອງຮູບເງົາເລື່ອງ "Kokuho" (ສົມບັດແຫ່ງຊາດ).
ຄໍາເຫັນ