ສເກົາຫຼີ ຊ່ວຍເຫຼືອ ວສລ ປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດສຽງ-ພາບ ສູ່ຄວາມທັນສະໄໝ

ສເກົາຫຼີ ຊ່ວຍເຫຼືອ ວສລ ປັບປຸງລະບົບຫ້ອງອັດ ແລະ ລົດຖ່າຍທອດສຽງ-ພາບ ສູ່ຄວາມທັນສະໄໝ
ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ຈັດພິທີມອບ-ຮັບການຊ່ວຍເຫຼືອດ້ານເຕັກນິກເພື່ອການປັບປຸງລະບົບຫ້ອງອັດສຽງ-ພາບອອນລາຍ ແລະ ລົດຖ່າຍທອດສຽງ-ພາບ ຈາກສະມາຄົມເພື່ອການສົ່ງເສີມການພັດທະນາວິທະຍຸກະຈາຍສຽງແຫ່ງ ສເກົາຫຼີ (RAPA)ຂຶ້ນໃນວັນທີ 26 ທັນວານີ້ ທີ່ ວສລ, ໂດຍມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ວັນໄຊ ຕະວິນຍານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສຸວັນ ວິໄລແສງ ຜູ້ອໍານວຍການໃຫຍ່ ວສລ,  ທ່ານ  Dr. Jungsu Song ຮອງປະທານບໍລິຫານສະມາຄົມເພື່ອການສົ່ງເສີມການພັດທະນາວິທະຍຸກະຈາຍສຽງແຫ່ງສາທາລະນະລັດເກົາຫຼີ (RAPA) ຕາງໜ້າເອກອັກຄະລັດຖະທູດ ສເກົາຫຼີ ປະຈຳ ສປປ ລາວພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.
ທ່ານ ວໍລະສັກ ປຣະວົງວຽງຄຳ ຮອງຜູ້ອຳນວຍການໃຫຍ່ ວສລ ໄດ້ຂຶ້ນລາຍງານຄວາມເປັນມາຂອງໂຄງການດັ່ງກ່າວ ເພື່ອແນໃສ່ຍົກລະດັບທາງດ້ານເຕັກນິກຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃຫ້ກາຍເປັນວິທະຍຸລະບົບດີຈີຕອນທີ່ທັນສະໄໝ ສາມາດກະຈາຍຂໍ້ມູນຂ່າວສານໄປສູ່ຜູ້ບໍລິໂພກທົ່ວປະເທດ ແລະ ທົ່ວໂລກຜ່ານຫຼາຍຊ່ອງທາງໄດ້ຢ່າງວ່ອງໄວທັນກັບເຫດການ, ແຫຼມຄົມ, ຖືກຕ້ອງຊັດເຈນ ແລະ ກວ້າງຂວາງກ່ວາເກົ່າ. ໃນປີ 2020 ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຂຽນບົດສະເໜີຂໍໂຄງການວ່າດ້ວຍການປັບປຸງລະບົບຫ້ອງອັດສຽງ-ພາບອອນລາຍ ແລະລົດຖ່າຍທອດສຽງ-ພາບພາຍໃຕ້ໂຄງການຊ່ວຍເຫຼືອ (ODA) ຈາກລັດຖະບານແຫ່ງ ສເກົາຫຼີ ໂດຍຜ່ານກະຊວງວິທະຍາສາດ ແລະ ຂໍ້ມູນຂ່າວສານແຫ່ງ ສເກົາຫຼີ.
ພາຍຫຼັງໄດ້ຮັບການເຫັນດີອະນຸມັດຈາກ ລັດຖະບານ ສເກົາຫຼີ, ສະມາຄົມເພື່ອການສົ່ງເສີມການພັດທະນາວິທະຍຸກະຈາຍສຽງແຫ່ງ ສເກົາຫຼີ (RAPA)ໄດ້ຮັບການມອບໝາຍໃຫ້ເປັນຜູ້ຕາງໜ້າລັດຖະບານ ສເກົາຫຼີ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການຮ່ວມມືກັບ ວສລ ເພື່ອຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດັ່ງກ່າວ, ລວມມູນຄ່າທັງໝົດ 309.076 ໂດລາ ພາຍໃຕ້ຊື່ເປັນພາສາອັງກິດSupport for the Improvement of the Broadcasting Environment, ໂຄງການຊ່ວຍເຫຼືອດັ່ງກ່າວ ໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ປີ 2022 ປະກອບມີອຸປະກອນເຕັກນິກຄົບຊຸດສໍາລັບຫ້ອງສະຕູດີໂອໃຫ່ຍຊຶ່ງສາມາດບັນທຶກສຽງ-ພາບແບບປົກກະຕິ,ຈັດລາຍການສົດ,ຖ່າຍທອດສົດຜ່ານລະບົບອອນລາຍທີ່ທັນສະໄໝ ມາດຕະຖານສາກົນ ລວມທັງການຝຶກອົບຮົມເຕັກນິກວິທີການນໍາໃຊ້ໃຫ້ແກ່ວິຊາການ ມູນຄ່າ 79.385 ໂດລາ, ໄລຍະທີ 2 ປີ 2023, ລວມມີລົດຖ່າຍທອດສຽງ ແລະ ພາບ OB Van ຈໍານວນ 1 ຄັນ ໂດຍປະກອບອຸປະກອນເຕັກນິກທີ່ທັນສະໄໝຄົບຊຸດ, ອຸປະກອນເຄື່ອງສົ່ງສັນຍານ,ເຄື່ອງຮັບສັນຍານພາບ ແລະ ສຽງຜ່ານດາວທຽມ ລວມທັງການຝຶກອົບຮົມວິຊາການທາງດ້ານເຕັກນິກໃຫ້ແກ່ວິຊາການລາວເຮົາມູນຄ່າ 230.076 ໂດລາຊຶ່ງຖ້າລວມມູນຄ່າທັງໝົດການຊ່ວຍເຫຼືອຂອງRAPA ໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ ລວມເປັນ 309.076 ໂດລາ ຫຼື ປະມານ 6,4 ຕື້ກວ່າກີບ.
ທ່ານ  Jungsu Song ຮອງປະທານບໍລິຫານ RAPA ໄດ້ຂຶ້ນ ກ່າວມອບການຊ່ວຍເຫຼືອໃນຄັ້ງນີ້ວ່າ: ປັດຈຸບັນ ແມ່ນຍຸກແຫ່ງດີຈີຕອນ, ຍຸກແຫ່ງເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝ ແລະ ການຫັນໄປສູ່ຄວາມທັນສະໄໝໃນຍຸກດີຈີຕອນຂອງ ສປປ ລາວ ກໍນັບມື້ຂະຫຍາຍຕົວ. ການຮ່ວມມືລະຫວ່າງ ສເກົາຫຼີ ແລະ ສປປ ລາວ ໃນຂົງເຂດສື່ມວນຊົນຕ້ອງເພີ່ມທະວີການຮ່ວມມືໂດຍອີງຕາມການພັດທະນາເຕັກໂນໂລຊີທີ່ທັນສະໄໝ, ການສໍາເລັດໂຄງການຊ່ວຍເຫຼືອດ້ານເຕັກນິກເພື່ອການປັບປຸງລະບົບຫ້ອງອັດສຽງ-ພາບອອນລາຍ ແລະ ລົດຖ່າຍທອດສຽງ-ພາບ ໃຫ້ແກ່ ວສລ ແມ່ນມີຄວາມໝາຍສໍາຄັນ ແລະ ຈະປະກອບສ່ວນສໍາຄັນເຮັດໃຫ້ ວສລ ນັບມື້ກ້າວສູ່ຄວາມທັນສະໄໝຢ່າງບໍ່ຢຸດຢັ້ງ ແລະ  ໃນຕໍ່ໜ້ານີ້, ດ້ວຍການຊ່ວຍເຫຼືອຈາກ ສເກົາຫຼີ ຈະຊ່ວຍເຮັດໃຫ້ ວສລ ສາມາດຜະລິດເນື້ອໃນລາຍການຕ່າງໆ ທີ່ຫຼາກຫຼາຍ, ອຸດົມສົມບູນ ແລະ ສາມາດເຂົ້າເຖິງກຸ່ມເປົ້າໝາຍ ກໍຄື ຜູ້ຟັງ-ຜູ້ຊົມລາຍການຂອງ ວສລ ໄດ້ຢ່າງທົ່ວເຖິງ ແລະ ນັບມື້ກວ້າງຂວາງກວ່າເກົ່າ.
ທ່ານ ສຸວັນ ວິໄລແສງ ໄດ້ຕາງໜ້າຄະນະນໍາ ແລະ ພະນັກງານ ວສລ ຂຶ້ນກ່າວຮັບການຊ່ວຍເຫຼືອ ແລະ ສະແດງຄວາມຂອບໃຈຢ່າງສູງມາຍັງລັດຖະບານ ແລະ ປະຊາຊົນແຫ່ງ ສເກົາຫຼີ ກໍຄືສະມາຄົມເພຶ່ອການສົ່ງເສີມການພັດທະນາວິທະຍຸກະຈາຍສຽງ ແຫ່ງ ສເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນມີຄຸນຄ່າສູງໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ ຊຶ່ງເປັນການຊ່ວຍເຫຼືອທີ່ມີຄວານໝາຍສໍາຄັນ, ເປັນການປະກອບສ່ວນໃຫ້ແກ່ການປັບປຸງທາງດ້ານວິຊາສະເພາະ, ຍົກລະດັບທາງດ້ານອຸປະກອນເຕັກນິກສູ່ຄຸນນະພາບໃໝ່,ສ້າງຄວາມສາມາດໃໝ່ໃນການຜະລິດລາຍການ, ເຮັດໃຫ້ທຸກກຸ່ມເປົ້າສາມາດເຂົ້າຟັງ ແລະ ເຂົ້າຊົມວິທະຍຸທັງແບບເກົ່າ ແລະ ແບບໃໝ່ໄດ້ ເພາະການໄດ້ນໍາໃຊ້ລົດຖ່າຍທອດສົດ ຫຼື OB van ເຂົ້າໃນການລາຍງານຂ່າວກ່ຽວກັບເຫດການຕ່າງໆ ສາມາດເຂົ້າເຖີງຜູ້ຟັງ ແລະ ຜູ້ຊົມໃນທຸກພື້ນທີ່ທົ່ວປະເທດໄດ້ຢ່າງຊັດເຈນ, ວ່ອງໄວ ແລະ ທັນເຫດການກວ່າເກົ່າ ແລະ ຈະເອົາໃຈໃສ່ປົກປັກຮັກສາ ແລະ ຄຸ້ມຄອງເຄື່ອງຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນສເກົາຫຼີ ໃນຄັ້ງນີ້ໃຫ້ດີທີ່ສຸດ ແລະ ຈະນຳໃຊ້ໃຫ້ເກີດປະໂຫຍດສູງສຸດ. 
(ຂ່າວ-ພາບ:ບຸນອູ້ມ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ຢ້ຽມຢາມແຂວງບໍ່ແກ້ວ

ຄະນະຜູ້ແທນຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ຢ້ຽມຢາມແຂວງບໍ່ແກ້ວ

ໃນລະຫວ່າງວັນທີ 4-5 ມິຖຸນາຜ່ານມານີ້, ທ່ານ ເສີນ ຢົງເຈ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ຊຶ່ງປະກອບມີ ຄະນະກໍາມະການພັດທະນາ ແລະ ປະຕິຮູບແຂວງ, ພະແນກການຄ້າແຂວງ, ບໍລິສັດ ເປົາຫຼານການຄ້າ ຈໍາກັດ, ກຸ່ມບໍລິສັດ ລົງທຶນກໍ່ສ້າງ ແຂວງຢູນນານ ຈໍາກັດ, ບໍລິສັດ ຢຸນຊຽງພັດທະນາກະສິກໍາ ແລະ ການລົງທຶນ (ຢຸນນານ) ຈໍາກັດ, ທະນາຄານ ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ໄດ້ເດີນທາງມາຢ້ຽມຢາມແຂວງບໍ່ແກ້ວ ສປປ ລາວ.
ກອງປະຊຸມການຮ່ວມມືຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ

ກອງປະຊຸມການຮ່ວມມືຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ

ກອງປະຊຸມການຮ່ວມມືດ້ານການຂົນສົ່ງທາງລົດໄຟ 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ໄດ້ເປີດຂຶ້ນຢູ່ເມືອງຊົ້ງຊິ້ງ ສປ ຈີນ ໃນວັນທີ 9 ມິຖຸນານີ້ ໂດຍມີຜູ້ຕາງໜ້າບໍລິສັດລົດໄຟແຫ່ງຊາດລາວ ແລະ ບໍລິສັດລົດໄຟລາວ-ຈີນ ນໍາໂດຍທ່ານ ດາວ ຈິນດາ ສີຫາລາດ ຜູ້ອໍານວຍການ ລັດວິສາຫະກິດລົດໄຟແຫ່ງຊາດລາວ ຊຶ່ງມີຄະນະນໍາຂອງບໍລິສັດລົດໄຟຈາກ 4 ປະເທດເຂົ້າຮ່ວມ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືຂົນສົ່ງຕູ້ສິນຄ້າ ໂດຍຜ່ານທາງລົດໄຟຂະບວນດ່ວນ (Containers Block Trains) 4 ປະເທດ (ຈີນ-ລາວ-ໄທ-ມາເລເຊຍ) ພ້ອມທັງປຶກສາຫາລື ຊອກວິທີທາງຫຼຸດເວລາການຂົນສົ່ງໃຫ້ສັ້ນລົງ; ⁠ແຂ່ງຂັນລາຄາບໍລິການຂົນສົ່ງໃຫ້ຖືກລົງ; ⁠ແລກປ່ຽນຂໍ້ມູນດ້ານການຂົນສົ່ງຮ່ວມກັນ; ⁠ນຳໃຊ້ເອກະສານຮ່ວມກັນເປັນສະບັບດຽວໃນການແຈ້ງລາຄາບໍລິການຂົນສົ່ງ ແລະ ແຈ້ງລາຍການສິນຄ້າເພື່ອຂົນສົ່ງ. ກອງປະຊຸມດັ່ງກ່າວດໍາເນີນໄປເປັນເວລາສາມວັນຈຶ່ງຈະປິດລົງ.
ພາຍຫຼັງເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ V ຈະເຮັດໃຫ້ເຂດດັ່ງກ່າວ  ມີການພັດທະນາຫຼາຍດ້ານ

ພາຍຫຼັງເປີດນໍາໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ V ຈະເຮັດໃຫ້ເຂດດັ່ງກ່າວ ມີການພັດທະນາຫຼາຍດ້ານ

ໂດຍ: ບຸນອູ້ມ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ, ການກໍ່ສ້າງຂົວດັ່ງກ່າວໄດ້ສໍາເລັດ98.4% ຍັງເຫຼືອໜ້າວຽກຈໍານວນໜຶ່ງກໍຖືວ່າສໍາເລັດ 100% ຄາດວ່າຈະເປີດນໍາໃຊ້ຂົວໃນທ້າຍປີ 2025 ພ້ອມກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ໄທ ຄົບຮອບ 75 ປີ.
ສ້າງຄວາມມຸ້ງຫວັງຊົນຊາດ ເສີມຂະຫຍາຍກໍາລັງແຮງຂອງມະນຸດ ໃຫ້ຫວຽດນາມກ້າວສູ່ຍຸກແຫ່ງການຂະຫຍາຍຕົວ

ສ້າງຄວາມມຸ້ງຫວັງຊົນຊາດ ເສີມຂະຫຍາຍກໍາລັງແຮງຂອງມະນຸດ ໃຫ້ຫວຽດນາມກ້າວສູ່ຍຸກແຫ່ງການຂະຫຍາຍຕົວ

ໂດຍ: ສີວັນ ຄວາມຈໍາເປັນຂອງຍຸກໃໝ່ - ຍຸກແຫ່ງການສ້າງຄວາມມຸ້ງຫວັງ ແລະ ການພັດທະນາຮອບດ້ານຊາວຫວຽດນາມ ຫວຽດນາມ ກໍາລັງກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມຕ້ອງການ ແລະ ເປົ້າໝາຍທີ່ສູງກວ່າດ້ານຄຸນນະພາບ, ລວງເລິກ ແລະ ລັກສະນະຍືນຍົງ. ໃນສະພາບແວດລ້ອມນີ້, ການສ້າງຄວາມໄຝ່ຝັນ ໃນການພັດທະນາປະເທດໃຫ້ຮຸ່ງເຮືອງ ແລະ ປະຊາຊົນມີຄວາມສຸກ, ການພັດທະນາຮອບດ້ານຫວຽດນາມ, ໄດ້ກາຍເປັນພາລະກິດປະຫວັດສາດ ແລະ ເປັນພະລັງພື້ນຖານໃນການນໍາພາຊາດ ໃຫ້ກ້າວເຂົ້າສູ່ຍຸກແຫ່ງການຂະຫຍາຍຕົວ.
ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ

ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ

ພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງຄົມມະນາຄົມແຫ່ງຣາຊະອານາຈັກໄທ, ມີບັນດາການນຳຂັ້ນສູງ, ຄະນະນໍາກະຊວງ, ແຂວງ, ເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງປະເທດເຂົ້າຮ່ວມ.
ປຶກສາຫາລື ກ່ຽວກັບ ການພັດທະນາ ແລະ ຄຸ້ມຄອງລະບົບຊົນລະປະທານ

ປຶກສາຫາລື ກ່ຽວກັບ ການພັດທະນາ ແລະ ຄຸ້ມຄອງລະບົບຊົນລະປະທານ

​ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນພັດທະນາ ໄດ້ຈັດກອງປະຊຸມຂະແໜງການຍ່ອຍດ້ານຊົນລະປະທານ ຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການສະໜັບສະໜູນຂອງທະນາຄານພັດທະນາອາຊີ (ADB) ແລະ ສະຖາບັນຄຸ້ມຄອງນໍ້າສາກົນ IWMI ໂດຍການເປັນປະທານຂອງ ທ່ານ ຄຳພະຈັນ ວົງສະນະ ຫົວໜ້າກົມຊົນລະປະທານ ແລະ ທ່ານ ນາງ ແຊນນີ ແຄັມເບລ ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວ.
ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດຮົງກາຣີ ປະຈຳລາວ

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດຮົງກາຣີ ປະຈຳລາວ

ໃນຕອນບ່າຍຂອງວັນທີ 4 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ລາຊໂລຕໍກັສ (Laszlo TAKACS) ເອກອັກຄະລັດຖະທູດ ແຫ່ງຮົງກາຣີ ປະຈຳ ສປປ ລາວ.
ທູດ ສປປ ລາວ ຍື່ນ​ສານຕາ​ຕັ້ງ ຕໍ່​ຜູ້​ສຳ​ເລັດ​ຣາ​ຊະ​ການ​ເຄືອ​ຈັກ​ກະ​ພົບ  ອົສຕ​ຣາ​ລີ

ທູດ ສປປ ລາວ ຍື່ນ​ສານຕາ​ຕັ້ງ ຕໍ່​ຜູ້​ສຳ​ເລັດ​ຣາ​ຊະ​ການ​ເຄືອ​ຈັກ​ກະ​ພົບ ອົສຕ​ຣາ​ລີ

ໃນວັນທີ 4 ມິຖຸນາ ຜ່ານມາ ທີ່ ທໍານຽບລັດຖະບານ ທີ່ ນະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຕໍ່ ພະນະທ່ານ ນາງ ແຊມ ມອສຕິນ (Ms. SAM MOSTYN AC) ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົສຕຣາລີ ເພື່ອປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ອົສຕຣາລີ.
ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ

ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ

ໃນຕອນບ່າຍຂອງວັນທີ 4 ມິຖຸນາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ເມລານີລຸຍສບາໂລ (Melanie Louise Barlow) ເອກອັກຄະຣາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ ທ່ານລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ສານສູງສຸດລາວ-ມາເລເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ສານສູງສຸດລາວ-ມາເລເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ທ່ານນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ແລະ ພົບປະຄະນະຜູ້ແທນສານສູງສຸດແຫ່ງປະເທດມາເລເຊຍ ຊຶ່ງນຳໂດຍທ່ານນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ (Tun Tengku Maimun Binti Tuan Mat) ປະທານສານສູງສຸດແຫ່ງປະເທດມາເລເຊຍ ພ້ອມດ້ວຍຄະນະໃນວັນທີ 4 ມິຖຸນາ ຜ່ານມາ ທີ່ສານປະຊາຊົນສູງສຸດ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນານີ້.
ເພີ່ມເຕີມ