ສກຈຮ ສາຍໃຍສຳພັນ ໄດ້ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ

ສກຈຮ ສາຍໃຍສຳພັນ ໄດ້ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ

ສກຈຮ ສາຍໃຍສຳພັນ ໄດ້ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ
ພິທີມອບ-ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ(ສກຈຮ) ສາຍໃຍສຳພັນໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 25 ມິຖຸນາຜ່ານມາ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ສົມປະດິດ ວໍລະຈິດ ວ່າການແທນຫົວໜ້າສາຂາທະນາຄານແຫ່ງສປປ ລາວ ພາກກາງ ແຂວງສະຫວັນນະເຂດ, ທ່ານ ສາຍສະໝອນ ກວານເມືອງຈັນ ນັກພັດທະນາດີເດັ່ນແຫ່ງຊາດ ປະທານຂາຮຸ້ນ ສກຈຮ ສາຍໃຍສຳພັນ ພ້ອມດ້ວຍຄະນະສະພາບໍລິຫານ, ຜູ້ອຳນວຍການ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

 

ສກຈຮ ສາຍໃຍສຳພນ ໄດຮບໃບຢງຢນການຈດທະບຽນເຄອງໝາຍການຄາ - image 1
 
 

ທ່ານ ສາຍສະໝອນ ກວານເມືອງຈັນ ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ເປີດພິທີຢ່າງເປັນທາງການ, ຈາກນັ້ນ ທ່ານນາງ ພູເງິນ ຈີນທະລາສີ ຜູ້ອຳນວຍການ ສກຈຮ ສາຍໃຍສຳພັນໄດ້ຂຶ້ນນຳສະເໜີປະຫວັດຄວາມເປັນມາຂອງ ສກຈຮ ສາຍໃຍສຳພັນ ພ້ອມທັງຍົກໃຫ້ເຫັນຄວາມໝາຍ ແລະ ເນື້ອໃນໂລໂກ້ ສກຈຮ ສາຍໃຍສຳພັນ ໃຫ້ຮູ້ວ່າ: ການຈົດທະບຽນເຄື່ອງໝາຍການຄ້າ ສກຈຮ ໃນຄັ້ງນີ້ ຖືເປັນບາດກ້າວໃໝ່ແຫ່ງການປ່ຽນແປງໃນວົງການສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ໂດຍ ສກຈຮ ສາຍໃຍສໍາພັນ ເປັນສະຖາບັນການເງິນທີ່ຮັບເງິນຝາກແຫ່ງທໍາອິດທີ່ຈົດທະບຽນເຄື່ອງໝາຍການຄ້າ. ຈຸດປະສົງໃນການຈົດທະບຽນເຄື່ອງໝາຍການຄ້າເພື່ອປົກປ້ອງສິດ ຜົນງານປະດິດຄິດແຕ່ງຂອງຜູ້ກໍ່ຕັ້ງສາຍໃຍສໍາພັນ ເພື່ອໃຫ້ໄດ້ຮັບການຄຸ້ມຄອງຕາມລະບຽບກົດໝາຍ.

ໃນໄລຍະຜ່ານມາ, ການດຳເນີນການຈົດທະບຽນເຄື່ອງໝາຍການຄ້າ ສກຈຮ ສາຍໃຍສໍາພັນ ໄດ້ດຳເນີນຕາມລະບຽບການ ແລະ ຂັ້ນຕອນຕ່າງໆ, ຜ່ານໄລຍະເວລາ 12 ເດືອນໃນການກວດສອບເນື້ອໃນ ແລະ ພິຈາລະນາຕາມຂັ້ນຕອນຂອງກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ. ດັ່ງນັ້ນ, ທາງກົມ ຈຶ່ງໄດ້ອະນຸມັດອອກໃບ ຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າໃຫ້ ສກຈຮ ສາຍໃຍສໍາພັນ ສະບັບເລກທີ 62315, ລົງວັນທີ 30/01/2025 ພ້ອມທັງໄດ້ເຜີຍແຜ່ຜົນການຈົດທະບຽນເຄື່ອງໝາຍການຄ້າລົງໃນຈົດໝາຍເຫດທາງລັດຖະການ ກ່ຽວກັບຊັບສິນທາງປັນຍາ ໂດຍເຄື່ອງໝາຍການຄ້າ ແລະ ຊື່ການຄ້າຂອງ ສກຈຮ ສາຍໃຍສໍາພັນແມ່ນໄດ້ຮັບການຄຸ້ມຄອງຕາມລະບຽບກົດໝາຍເປັນເວລາ 10 ປີ ນັບແຕ່ວັນທີ 19/2/2024 ໄປເຖິງວັນທີ 19/2/2034. ດ້ານການດຳເນີນທຸລະກິດຂອງ ສກຈຮ ສາຍໃຍສຳພັນປະກອບມີ 4 ສາຂາຄື: ຄຳມ່ວນ, ບໍລິຄຳໄຊ, ຊຽງຂວາງ, ໄຊສົມບູນ ແລະ ມີສຳນັກງານໃຫຍ່ຕັ້ງຢູ່ແຂວງສະຫວັນນະເຂດ, ມາຮອດເດືອນພຶດສະພາປີ 2025 ມີຍອດເຫຼືອເງິນກູ້ຈຳນວນທັງໝົດ 485 ຕື້ກວ່າກີບ, ມີຊັບສິນ 722 ຕື້ກວ່າກີບ.

ໃນພິທີ, ໄດ້ຜ່ານຂໍ້ຕົກລົງກ່ຽວກັບການມອບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າຂອງ ສກຈຮ ສາຍໃຍສຳພັນ ພ້ອມທັງມອບໃບຢັ້ງຢືນດັ່ງກ່າວຢ່າງເປັນທາງການ ໂດຍການໃຫ້ກຽດມອບຂອງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ຕາງໜ້າຮັບໂດຍທ່ານນາງ ພູເງິນ ຈີນທະລາສີ, ໂອກາດດັ່ງກ່າວ, ສກຈຮ ສາຍໃຍສຳພັນ ໄດ້ມອບເງິນປະກອບສ່ວນຊ່ວຍເຫຼືອໃນການຈັດຊື້ແນວພັນເຂົ້າປູກໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຂອງເມືອງຊົນນະບູລີ ຈຳນວນ 30 ລ້ານກີບ ໂດຍການມອບຂອງທ່ານ ສາຍສະໝອນ ກວານເມືອງຈັນ ແລະ ຮັບໂດຍທ່ານ ສຸບິນ ຫຼວງດ້ວງ ຮັກສາການເຈົ້າເມືອງຊົນນະບູລີ ແລະ ໄດ້ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນພົມວິຫານ ຄັ້ງທີ IX ຈຳນວນ 20 ລ້ານກີບ ຕາງໜ້າມອບໂດຍທ່ານ ສຳພັນໂຊກ ຣາຊພົນ ປະທານສະພາບໍລິຫານ ສກຈຮ ສາຍໃຍສຳພັນ ແລະ ຮັບໂດຍທ່ານ ຄຳຜຸຍ ສີບຸນເຮືອງ ວ່າການເຈົ້ານະຄອນໄກສອນພົມວິຫານ. ແຫຼ່ງຂ່າວ: ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ເພື່ອສ້າງໂອກາດ ແລະ ຊຸກຍູ້ສົ່ງເສີມສິນຄ້າ ODOP ຂອງນະຄອນຫຼວງວຽງຈັນ ແລະ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ບັນດາວິສາຫະກິດຂະໜາດນ້ອຍ-ກາງ.
ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ໃນວັນທີ 29 ຕຸລາຜ່ານມາຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວແຂວງ ຄັ້ງທີ VIII ຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ທະນົງສັກ ພົມມະທັດ ຮອງເລຂາຄະນະບໍລິຫານງານຊາວໝຸ່ມແຂວງ.
ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 29 ຕຸລາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງການໆເງິນເມືອງສີງ ແຂວງຫຼວງນໍ້າທາ ໄດ້ປິດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດ ແລະ ນັກກວດກາ ຢູ່ພາຍໃນເມືອງສີງ ເພື່ອກະກຽມໃສ່ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີV2025 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍໍາກ້ຽງ ແກ້ວປະເສີດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ.
ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພື່ອເປັນການເສີມຂະຫຍາຍ ວຽກງານຄວາມປອດໄພທາງຫຼວງ ແລະ ຫຼຸດຜ່ອນອັດຕາການເກີດອຸບັດເຫດ, ທີມງານໂຄງການຄວາມປອດໄພທາງຫຼວງ, ຂະແໜງຂົນສົ່ງພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ສົມທົບກັບ ພະແນກຈະລາຈອນແຂວງອຸດົມໄຊ ໄດ້ສືບຕໍ່ລົງໂຄສະນາ ປູກຈິດສໍານຶກ ກ່ຽວກັບວຽກງານຄວາມປອດໄພທາງຫຼວງ ຢູ່ໂຮງຮຽນ ມສ ຫົວນ້ຳງາ (ບ້ານຫຼັກ 32) ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 30 ຕຸລາ ນີ້, ນຳພາທີມງານໂດຍ ທ່ານ ຄຳເພົ້າ ອິນແກ້ວມະນີ ຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ.
ນັກທຸລະກິດໜຸ່ມຕັ້ງໃຈຢາກປ່ຽນແປງພື້ນທີ່ແຫ້ງແລ້ງກາຍມາເປັນພື້ນທີ່ສວນທີ່ອຸດົມສົມບູນ

ນັກທຸລະກິດໜຸ່ມຕັ້ງໃຈຢາກປ່ຽນແປງພື້ນທີ່ແຫ້ງແລ້ງກາຍມາເປັນພື້ນທີ່ສວນທີ່ອຸດົມສົມບູນ

ປັດຈຸບັນ, ໄດ້ມີຫຼາຍໆຄອບຄົວທີ່ມີຄວາມສົນໃຈ ແລະຫັນສູ່ການຜະລິດກະສິກຳປູກຝັງລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫຼຸດຜ່ອນການຊື້ຈາກພາຍນອກ ຕາມນະໂຍບາຍຂອງພັກ ແລະລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄືດັ່ງຄອບຄົວຂອງທ່ານ ວົງວິໄລ ພະສຸວໍ ຫຼື ເປົາຈະເລີນຊັບ ເຈົ້າຂອງບໍລິສັດ ເປົາຈະເລີນຊັບຮັບເໝົາກໍ່ສ້າງຂົວທາງ, ເຄຫະສະຖານຈຳກັດຜູ້ດຽວ ທີ່ນອກຈາກເຮັດທຸລະກິດແລ້ວ, ຍັງໄດ້ນຳພາຄອບຄົວ ເຮັດກະສິກຳແບບປະສົມປະສານ ໂດຍການພັດທະນາພື້ນທີ່ແຫ້ງແລ້ງ ໃຫ້ກາຍເປັນພື້ນທີ່ທີ່ອຸດົມສົມບູນ.
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມ ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ II ຢູ່ຈຸດແຂວງຄໍາມ່ວນ ຈັດໃນຂຶ້ນວັນທີ 30 ຕຸລາ 2025 ຢູ່ທີ່ສະໂມສອນຂອງແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນກໍາມະການກົມການເມືອງສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ ແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ເຂົ້າຮ່ວມ.
ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ວັນທີ 29 ຕຸລາຜ່ານມານີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສຸນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງແຂວງເຊກອງ ຢູ່ທີ່ສະໂມສອນຂອງແຂວງ ໂດຍມີທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ ແລະພະນັກງານກວດກາທົ່ວແຂວງ ເຂົ້າຮ່ວມຮັບຟັງ.
ຊາວໜຸ່ມຫຼາຍແຂວງຮ່ວມແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ”

ຊາວໜຸ່ມຫຼາຍແຂວງຮ່ວມແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ”

ວັນທີ 29 ຕຸລານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ພົບປະແລກປ່ຽນບົດຮຽນໂຄງການສົ່ງເສີມນັກວິຊາການໜຸ່ມ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ” ໂດຍເປັນປະທານຂອງ ທ່ານ ວົງດາວອນ ວົງໄຊຍະລາດ ຮອງຫົວໜ້າພະແນກວັດທະນະທຳ ແລະການທ່ອງທ່ຽວແຂວງຫຼວງພະບາງ, ມີທ່ານ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍລະດົກກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີວິຊາການຈາກພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຊຽງຂວາງ,ຈໍາປາສັກ, ຄຳມ່ວນ ແລະວິຊາການໜຸ່ມທີ່ເຮັດວຽກປົກປັກຮັກສາມໍຣະດົກໂລກ ຢູ່ໃນປະເທດລາວ ເຂົ້າຮ່ວມ.
ເພີ່ມເຕີມ