ສກລ ຈັດຫຼາຍກິດຈະກຳສະຫຼອງ 70 ປີ ຢ່າງຍິ່ງໃຫຍ່

ສກລ ຈັດຫຼາຍກິດຈະກຳສະຫຼອງ 70 ປີ ຢ່າງຍິ່ງໃຫຍ່

ສກລ ຈັດຫຼາຍກິດຈະກຳສະຫຼອງ 70 ປີ ຢ່າງຍິ່ງໃຫຍ່
ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ສ້າງຕັ້ງສະຫະພັນກຳມະບານລາວ ​ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ (ສກລ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອກະກຽມສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຂຶ້ນໃນວັນທີ 15 ມັງກອນນີ້ ທີ່ ສກລ.

 

 

ທ່ານ ເລັດ ໄຊຍະພອນ ກ່າວວ່າ: ວັນທີ 1 ກຸມພາ 1956 ສູນກາງພັກໄດ້ຕົກລົງສ້າງຕັ້ງສະຫະ ພັນກໍາມະບານລາວຂຶ້ນ ຊຶ່ງເປັນເຫດການ ການເມືອງທີ່ມີຄວາມໝາຍປະຫວັດສາດສໍາຄັນອັນໜຶ່ງຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ.

ເມື່ອຫວນຄືນມູນເຊື້ອປະຫວັດສາດ ແຫ່ງການກໍາເນີດເຕີບໃຫຍ່ ແລະ ຂະຫຍາຍຕົວຂອງສະຫະພັນ ກໍາມະບານລາວ ຕະຫຼອດໄລຍະ 70 ປີທີ່ຜ່ານມາ, ພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ສະຫະພັນ ກໍາມະບານລາວ ເຮັດໜ້າທີ່ໃນການໂຄສະນາສຶກສາອົບຮົມການເມືອງແນວຄິດ, ປຸກລະດົມຂົນຂວາຍ, ເຕົ້າ ໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ ໃຫ້ມີນໍ້າໃຈຮັກຊາດ, ມີຄວາມຕື່ນຕົວປະຕິວັດ, ກໍາແໜ້ນມູນເຊື້ອ, ທາດແທ້ ແລະ ທັດສະນະຂອງຊົນຊັ້ນກໍາມະກອນລາວຢ່າງແທ້ຈິງ; ເປັນຕົວແທນແຫ່ງການປົກປ້ອງ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານກໍາມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າ.

ພວກເຮົາມີຄວາມເອກອ້າງທະນົງໃຈຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 70 ປີ ທີ່ໄດ້ປະກອບສ່ວນ ເຂົ້າໃນການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ, ອິດສະຫຼະພາບ ແລະ ປົດປ່ອຍປະເທດຊາດຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາທາງດ້ານເສດຖະກິດ-ສັງຄົມ ຊຶ່ງຕິດແໜ້ນກັບການຕໍ່ສູ້ທາງດ້ານການເມືອງດ້ວຍຫຼາຍຮູບການ ໂດຍພາຍໃຕ້ການນໍາພາຂອງຄະນະພັກແຄວ້ນລາວ, ກໍາມະກອນຢູ່ບໍ່ກົ່ວໂພນຕິ້ວ, ບໍ່ແໜ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການປຸກລະດົມຂະບວນການລຸກຮືຂຶ້ນຢຶດອໍານາດການປົກຄອງຈາກພວກລ່າເມືອງຂຶ້ນແບບເກົ່າ; ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານ ປະກອບສ່ວນເຂົ້າໃນການປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ; ຊີ້ນໍາ-ນໍາພາການເຄື່ອນໄຫວຂອງສະຫະພັນກໍາມະບານລາວໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງຢ່າງຕໍ່ເນື່ອງ, ເຊື່ອມຊຶມແນວທາງປ່ຽນແປງໃໝ່ຢ່າງຮອບ ແລະ ມີຫຼັກການຂອງພັກ ກໍາແໜ້ນພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນ.

ບັນດາສະຫາຍ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ທີ່ຮັກແພງ! ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ພັກໄດ້ມອບໝາຍໃຫ້ໄດ້ກຳນົດໂຄງການດຳເນີນງານດ້ວຍການສ້າງ ແລະ ປັບປຸງກົດໝາຍວ່າດ້ວຍກຳມະບານລາວ, ປັບປຸງກົດລະບຽບຂອງສະຫະພັນກໍາມະບານລາວ ແຕ່ລະໄລຍະ, ປັບປຸງກົງຈັກການຈັດຕັ້ງ, ໂຄງປະກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ໃນແຕ່ລະຂົງເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.

ສະຫະພັນກໍາມະບານລາວ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະບຽບວິໄນໃນການອອກແຮງງານ, ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກເຂົ້າສູ່ວຽກງານຕົວຈິງ ໂດຍຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ສະ ມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານ ແລະ ມະຫາຊົນເປັນວຽກງານສຳຄັນ ແລະ ແມ່ນວຽກງານແຖວໜ້າຂອງພັກ.

ສະຫະພັນກຳມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ. ສະເໜີຄະນະກໍາມະການແຮງງານແຫ່ງຊາດ ປັບຄ່າແຮງງານຂັ້ນຕໍ່າສຸດໃຫ້ຜູ້ອອກແຮງງານພາກວິສາຫະກິດ; ໄດ້ຄົ້ນຄວ້າ, ນໍາສະເໜີລັດຖະບານພິຈາລະນາເພີ່ມເງິນເດືອນ ແລະ ສະຫວັດດີການໃຫ້ພະນັກ ງານ-ລັດຖະກອນພາກລັດ ໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ. ເຂົ້າຮ່ວມແກ້ໄຂຂໍ້ແຍ່ງແຮງງານ, ຊຸກຍູ້ໃຫ້ຫົວໜ່ວຍແຮງງານເຮັດສັນຍາແຮງງານບຸກຄົນ, ສັນຍາແຮງງານລວມໝູ່ ໃນຫົວໜ່ວຍແຮງງານ, ຊຸກຍູ້ໃຫ້ຜູ້ໃຊ້ແຮງງານ ນໍາເອົາຜູ້ອອກແຮງງານເຂົ້າປະກັນສັງຄົມ ແລະ ສ້າງຕັ້ງກຸ່ມແຮງງານນອກລະບົບໃນຂອບເຂດທົ່ວປະເທດ.

ເອົາໃຈໃສ່ບໍາລຸງ-ກໍ່ສ້າງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ພັດທະນາສີມືແຮງງານ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ປັບປຸງ ແລະ ຂະຫຍາຍການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນພາບ.

ສກລ ໄດ້ອອກແຈ້ງການເຖິງປະທານຄະນະບໍລິຫານງານ ສກລ, ປະທານຄະນະບໍລິຫານງານສູນສະຫະພັນກຳມະບານກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ. ເລື່ອງການຈັດຕັ້ງສະເຫຼີມ ສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ເພື່ອເຮັດໃຫ້ວັນດັ່ງກ່າວໄດ້ຈັດຕັ້ງປະຕິບັດ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນໃຫ້ມີການຈັດຈະກຳດັ່ງນີ້:

1. ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອປະຫວັດຄວາມເປັນມາວັນສ້າງຕັ້ງກຳມະບານລາວ ຄົບຮອບ 70 ປີ.

2. ຈັດກິດຈະກຳຖາມ-ຕອບຄວາມຮູ້ກ່ຽວກັບວັນສ້າງຕັ້ງກຳມະບານລາວ.

3. ຈັດຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ແລະ ກວດສຸຂະພາບອື່ນໆ

4. ຈັດງານຕະຫຼາດນັດວາງສະແດງສິນຄ້າຜະລິດຕະພັນຂອງສະມາຊິກກຳມະບານ, ກຳມະກອນແຕ່ລະທ້ອງຖິ່ນ.

5. ຈັດຂະບວນການແຂ່ງຂັນກິລາ, ສິລະປະວັນນະຄະດີ, ຂະບວນການອອກແຮງງານລວມ.

6. ເຄື່ອນໄຫວຢ້ຽມຢາມ, ການນຳອາວຸໂສບຳນານ.

7. ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້“ ການພັດທະນາວຽກງານກຳມະບານໃນໄລຍະໃໝ່”

ສຳລັບຢູ່ສູນກາງສະຫະພັນກຳມະບານລາວ ຈະໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່ຢູ່ຫໍປະຊຸມແຫ່ງຊາດ ແລະ ຈະໄດ້ຖ່າຍທອດສົດໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໄດ້ຮັບຊົມໃນຂອບເຂດທົ່ວປະເທດ ໂດຍຜ່ານວີດີໂອທາງໄກ ແລະ ຈະມີກິດຈະກຳປິ່ນອ້ອມດັ່ງນີ້:

1. ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້“ ການພັດທະນາວຽກງານກຳມະບານໃນໄລຍະໃໝ່”

2. ຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ.

3. ກວດສຸຂະພາບໂດຍບໍ່ເສຍຄ່າ

4. ງານຕະຫຼາດນັດວາງສະແດງສິນຄ້າ

5. ແຂ່ງຂັນກິລາກັອບ, ເປຕັງ, ເສັງເພງ ແລະ ກິດຈະກໍາອື່ນໆ.

ຮຽກຮ້ອງມາຍັງສະຫະພັນກໍາມະບານແຕ່ລະຂັ້ນ ຈົ່ງໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ຂໍເຊີນຊວນສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວ ເຂົ້າຮ່ວມຂະບວນການດັ່ງກ່າວໃຫ້ມີເນື້ອໃນ ແລະ ບັນຍາກາດຟົດຟື້ນມ່ວນຊື່ນ. “ກໍາມະບານລາວເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ແລະ ນໍ້າໃຈສາກົນກໍາມະຊີບ” ຊົມເຊີຍວັນສ້າງຕັ້ງ ສະຫະພັນກໍາມະບານລາວ ຄົບຮອບ 70 ປີ ຢ່າງສຸດໃຈ!.

ນໍ້າໃຈວັນທີ 1 ກຸມພາ ໝັ້ນຍືນ.

ຂ່າວ: ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ (9 ມັງກອນ 1966-9 ມັງກອນ 2026) ໃນວັນທີ 15 ມັງກອນນີ້, ເຂົ້າຮ່ວມມີທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ເມືອງສິງ ແຂວງຫຼວງນໍ້າທາ ຝຶກອົບຮົມກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ຂຶ້ນໃນວັນທີ 15 ມັງກອນ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ເມືອງ,ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ກອງປະຊຸມປືກສາຫາລື ກະກຽມເກັບກຳຂໍ້ມູນສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ.
ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ນໍາສະເໜີສະພາບການ ພ້ອມສິ່ງທ້າທາຍຂອງການສຶກສາຮຽນຮ່ວມໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສອົງການໄຈກາ ປະຈໍາລາວ ພ້ອມດ້ວຍຜູ້ແທນຈາກອົງການຄົນພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ກາເຟພູເບ້ຍ ເອົາໃຈໃສຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ

ບໍລິສັດ ກາເຟພູເບ້ຍ ເອົາໃຈໃສຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ

ບໍລິສັດ ກາເຟພູເບ້ຍ ຈໍາກັດຜູ້ດຽວ ບໍ່ພຽງແຕ່ເຮັດທຸລະກິດ ບໍລິການຂາຍກາເຟ ເພື່ອສ້າງລາຍຮັບແຕ່ຢ່າງດຽວ, ຄຽງຄູ່ກັນນັ້ນທາງບໍລິສັດຍັງໄດ້ເອົາໃຈໃສ່ດ້ວຍດີຕະຫຼອດມາໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະ ໃນວັນສຳຄັນຂອງພັກ-ຊາດ ແລະ ເຫດການສຳຄັນຕ່າງໆທາງສັງຄົມ.
ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ພິທີຖະແຫຼງຂ່າວງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂັວນ: ສໍາພັດຄວາມເປັນລາວຜ່ານລົດຊາດອາຫານລາວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນນີ້ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ (ສທຍ) ປະທານຄະນະກໍາມະການຈັດງານເທດສະການອາຫານລາວປີ 2026, ມີທ່ານ ດາວວອນ ພະຈັນທະວົງ ຮອງປະທານຜູ້ປະຈໍາການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ມີຄະນະປະທານ, ສື່ມວນຊົນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງໂຂງ ເລັ່ງສະກັດກັ້ນການລະບາດຂອງພະຍາດປາກເປື່ອຍລົງເລັບ ໃນງົວ

ເມືອງໂຂງ ເລັ່ງສະກັດກັ້ນການລະບາດຂອງພະຍາດປາກເປື່ອຍລົງເລັບ ໃນງົວ

ໃນລະຫວ່າງວັນທີ 2 ທັນວາ 2025 ຫາ 12 ມັງກອນ 2026, ໄດ້ມີລາຍງານການລະບາດຂອງ ພະຍາດປາກເປື່ອຍລົງເລັບ (FMD) ໃນຫຼາຍບ້ານຂອງເມືອງໂຂງ ແຂວງຈຳປາສັກ, ຊຶ່ງສົ່ງຜົນກະທົບຕໍ່ສັດລ້ຽງ (ງົວ) ຂອງພໍ່ແມ່ປະຊາຊົນເປັນຈຳນວນຫຼາຍ. ດ່ັງນັ້ນ, ໃນວັນທີ 15 ມັງກອນ 2026 ນີ້, ທ່ານ ພອນໄຊ ວິຣິຍະວົງສາ ຫົວໜ້າກຸ່ມວຽກສັດຕະວະແພດ ຈາກຂະແໜງລ້ຽງສັດ ແລະ ການປະສົງ (ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ) ພ້ອມວິຊາການໄດ້ລົງເຄື່ອນໄຫວສັກຢາປ້ອງກັນພະຍາດສັດຢູ່ກຸ່ມຫາດຊາຍຄູນ ແລະ ກຸ່ມກະດັນ. ໃນນີ້, ມີບ້ານ ຫາດຊາຍຄູນ, ສາມຄ້າງ, ເວີນຂາວ, ພຽງດີ, ຊົນລະວຽງ ແລະ ບ້ານຂີ້ນາກ.
ສສຊ ແລະ ສສຂ ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ຢູ່ເມືອງໄຊພູທອງ

ສສຊ ແລະ ສສຂ ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ຢູ່ເມືອງໄຊພູທອງ

ໃນວັນທິ 14 ມັງກອນ 2026, ຄະນະສະມາຊິກສະພາແຫ່ງຊາດ ຊຶ່ງນໍາໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນເຂດ, ມີທ່ານ ຄໍາຜັນ ຄູນສະຫວັນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ຮອງປະທານສະພາປະຊາຊົນແຂວງ ໄດ້ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທືີ່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IV ຢູ່ເມືອງໄຊພູທອງ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ວັນແສງ ແກ້ວບຸນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄຊພູທອງ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ອຳນາດການປົກຄອງບ້ານ, ຄູ-ອາຈານ ໃຫ້ການຕ້ອນຮັບ.
ມອບຜ້າຫົ່ມ ໃຫ້ 4 ບ້ານຂອງເມືອງໄຊບົວທອງ ເພື່ອແກ້ໄຂຜົນກະທົບຈາກໄພໜາວ

ມອບຜ້າຫົ່ມ ໃຫ້ 4 ບ້ານຂອງເມືອງໄຊບົວທອງ ເພື່ອແກ້ໄຂຜົນກະທົບຈາກໄພໜາວ

ວັນທີ 14 ມັງກອນ 2026, ຢູ່ທີ່ບ້ານນາຫຼວງ ເມືອງໄຊບົວທອງ ແຂວງຄໍາມ່ວນ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ມອບຜ້າຫົ່ມ ໃຫ້ແກ່ຄອບຄົວທີ່ທຸກຍາກ ຈໍານວນ 40 ຄອບຄົວ ໃນ 4 ບ້ານ ຂອງເມືອງໄຊບົວທອງ ປະກອບມີ: ບ້ານນາຫຼວງ, ຕໍເຮືອ, ຜາສອງ ແລະ ບ້ານນາກະດອມ, ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ປະທານຄະນະກຳມະການຄຸ້ມຄອງໄພພິບັດແຂວງຄໍາມ່ວນ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການ ຕ່າງປະເທດ ກຳມະການອະນຸກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍການນໍາຂອງແຂວງ, ການນໍາເມືອງໄຊບົວທອງ, ຂະແໜງການກ່ຽວຂ້ອງ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ສະຫຼຸບ ການປະຕິບັດກິດຈະກໍາສົ່ງເສີມສຸຂະພາບບ້ານຍົກຍ້າຍຈັດສັນ

ສະຫຼຸບ ການປະຕິບັດກິດຈະກໍາສົ່ງເສີມສຸຂະພາບບ້ານຍົກຍ້າຍຈັດສັນ

ວັນທີ14 ມັງກອນ 2026 ນີ້ ຢູທີ່ ໂຮງໝໍຊຸມຊົນ ເມືອງເງິນ ແຂວງ ໄຊຍະບູລີ . ທາງພະແນກສາທາລະນະສຸກແຂວງ ໄດ້ສົມທົບກັບຫ້ອງການສາທາລະນະສຸກເມືອງ ໄດ້ຈັດກອງປະຊຸມສະຫຼຸບຜົນງານ ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຮ່ວມກັນ ໃນການເຝົ້າລະວັງຜົນກະທົບທາງດ້ານສຸຂະພາບເຂດບ້ານຍົກຍ້າຍຈັດສັນ (ບ້ານກີ່ວງີ້ວ), ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ໄກຍະສອນ ສີດາ ກຳມະການປະຈຳພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ, ທ່ານ ນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບກະຊວງສາທາລະນະສຸກ ແລະ ທ່ານ ຍຸດທະນາ ຈຸນພານທອງ ຜູ້ອຳນວຍການຝ່າຍກິດຈະການອົງກອນ ບໍລິສັດໄຟຟ້າຫົງສາຈຳກັດ ໃນນາມຕາງໜ້າຜູ້ສະໜັບສະໜູນງົບປະມານໃນການຈັດຕັ້ງປະຕິບັດບັນດາກິດຈະກຳ.
ເພີ່ມເຕີມ