![]() |
ທ່ານ ວັນໄຊ ຕະວິນຍານ ໄດ້ສະແດງຄວາມຕ້ອນຮັບ ແລະ ກ່າວສະແດງຄວາມຂອບໃຈນໍານາງ ພອນປະເສີດ ກິ່ງວົງສາ ພ້ອມຄະນະທີ່ໄດ້ເຂົ້າມາອວຍພອນໃນຄັ້ງນີ້ ແລະ ກໍໄດ້ອວຍພອນໃຫ້ທ່ານ ນາງ ພອນປະເສີດ ກິ່ງວົງສາ ພ້ອມຄະນະ ກໍຄືພະນັກງານທົ່ວສູນກາງກໍາມະບານລາວ ຈົ່ງມີສຸຂະພາບແຂງແຮງ ແລະ ສືບຕໍ່ໃຫ້ການຮ່ວມມື ຊຶ່ງກັນ ແລະ ກັນ ລະຫວ່າງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ແລະ ໜັງສືພິມແຮງງານ ສູນກາງກໍາມະບານລາວ ໃນວຽກງານຕ່າງໆໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆໄປ.
ທ່ານ ນາງ ພອນປະເສີດ ກິ່ງວົງສາ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ເນື່ອງໃນໂອກາດດັ່ງກ່າວ, ຂໍອວຍພອນໄຊອັນປະເສີດໃຫ້ຄະນະພັກ, ຄະນະນຳ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນໜັງສືພິມປະຊາຊົນ ຈົ່ງມີສຸຂະພາບແຂງແຮງ, ມີພະລາໄມທີ່ສົມບູນ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ຂໍໃຫ້ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ: ວັນເພັງ)
ຄໍາເຫັນ