ສກລ ວາງຄາດໝາຍສູ້ຊົນຍົກລະດັບ ສ້າງພະນັກງານກໍາມະບານໃຫ້ມີຄຸນນະພາບ

ສກລ ວາງຄາດໝາຍສູ້ຊົນຍົກລະດັບ ສ້າງພະນັກງານກໍາມະບານໃຫ້ມີຄຸນນະພາບ

ສກລ ວາງຄາດໝາຍສູ້ຊົນຍົກລະດັບ ສ້າງພະນັກງານກໍາມະບານໃຫ້ມີຄຸນນະພາບ
ສະຫາຍ ພອນສານ ວິໄລເມັ້ງ ຄະນະບໍລິຫານງານພັກ ຮອງປະທານສູນກາງສະຫະພັນກໍາມະບານລາວ (ສກລ) ໄດ້ລາຍງານໃນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ສູນກາງສະຫະ ພັນກຳມະບານລາວ ກ່ຽວກັບທິດທາງລວມ ແລະ ຄາດໝາຍສູ້ຊົນວ່າ: ສຳລັບທິດທາງລວມ ສກລ ຈະຕັ້ງໜ້າເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດ ຄັ້ງທີ IX, ກົດລະບຽບຂອງພັກ ແລະ ລະບຽບກົດໝາຍຕາມພາລະບົດບາດ, ສິດ ແລະໜ້າທີ່ຂອງ ສກລ; ​ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ເຮັດໃຫ້ພະນັກງານ, ສະມາຊິກພັກທົ່ວອົງຄະນະພັກ ສກລ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິິດ, ການຈັດຕັ້ງມີຄວາມເຂັ້ມແຂງແລະ ແບບແຜນນຳພາທີ່ຖືກຕ້ອງສອດຄ່ອງ ແລະ ພະນັກງານສະມາຊິກພັກມີຄວາມສາມັກຄີເປັນເອກະພາບພາຍໃນຢ່າງໜັກແໜ້ນ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງຈິດໃຈຮັບໃຊ້ຊາດ, ຮັບໃຊ້ປະຊາ ຊົນຢ່າງສູງສົ່ງ, ມີແບບແຜນການດໍາລົງຊີວິດທີ່ປອດໃສ, ​ເຊື່ອໝັ້ນຕໍ່​ອຸດົມ​ການຂອງພັກ, ຢຶດໝັ້ນ ແລະ ຜັນຂະຫຍາຍ​ແນວທາງປ່ຽນແປງໃໝ່ຢ່າງມີຫຼັກການ​ຂອງ​ພັກ ເຂົ້າສູ່ວຽກງານຕົວຈິງຢ່າງມີປະສິດທິຜົນ, ເພີ່ມທະ ວີວຽກງານຕິດຕາມກວດກາພັກ, ກວດກາລັດເພື່ອເຊີດຊູ ແລະ ຍົກສູງບົດບາດການນໍາພາຂອງພັກເຂົ້າໃນທຸກວຽກງານ ແລະ ຕັ້ງໜ້າກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງທຸກໜ່ວຍພັກທີ່ຂຶ້ນກັບອົງ ຄະນະພັກ ສກລ.

 

 

ສະຫາຍ ພອນສານ ວິໄລເມັ້ງ ກ່າວຕື່ມວ່າ: ສຳລັບຄາດໝາຍສູ້ຊົນ 1) ຈະກໍ່ສ້າງຄະນະພັກ, ໜ່ວຍພັກໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີແບບແຜນການນຳພາ-ຊີ້ນໍາໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ ແລະ ມີລັກສະນະວິທະຍາສາດ ແລະລັກສະນະຕົວຈິງ; 2) ເພີ່ມທະວີກໍ່ສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ຂະຫຍາຍສະມາຊິກພັກໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ໃນ 5 ປີຕໍ່ໜ້າໃຫ້ໄດ້ 16 ສະຫາຍ; 3) ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕ້ອງໃຫ້ຮັບປະກັນທາງດ້ານປະລິມານ ແລະຄຸນນະພາບໃຫ້ໄດ້ 90% ຂຶ້ນໄປ; 4) ບໍາລຸງ-ກໍ່ສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ວິຊາສະເພາະ, ພາສາຕ່າງປະເທດ, ໄອທີໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ; ສ້າງພະນັກງານສືບທອດປ່ຽນແທນຮັບປະກັນໃຫ້ມີ 3 ຮຸ່ນ, ເພດ, ເຜົ່າ ໂດຍສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ປະເມີນໃນແຕ່ລະປີໃຫ້ເປັນປົກກະຕິ; 5) ເອົາໃຈໃສ່ນໍາພາ-ຊີ້ນໍາອົງການຈັດຕັ້ງມະຫາຊົນໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ; ຊຸກຍູ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນກໍາມະບານ 5 ເປັນເຈົ້າ, ແມ່ຍິງ 3 ດີ ແລະ ຊາວໜຸ່ມ 4 ບຸກ ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ໄດ້ 85% ຂຶ້ນໄປ; 6) ເອົາໃຈໃສ່ຊີ້ນໍາການຂະ ຫຍາຍສະມາຊິກ ແລະ ການຈັດຕັ້ງກໍາມະບານເຂົ້າໃນການຈັດຕັ້ງພັກ, ລັດ; ການຈັດຕັ້ງສັງຄົມ ແລະ ບັນ ດາຫົວໜ່ວຍແຮງງານຢ່າງແຂງແຮງ ແລະ ເພີ່ມຂຶ້ນໃນແຕ່ລະປີ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ມີຄວາມເປັນທໍາ ແລະຖືກຕ້ອງຕາມລະບຽບກົດໝາຍ ແລະ 7) ສູ້ຊົນສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຕາມມະຕິ, ຄໍາສັ່ງ ແລະ ລະບຽບກົດໝາຍ ເພື່ອເພີ່ມລາຍຮັບໃຫ້ ສກລ ໃນແຕ່ລະປີ.

ສະຫາຍ ພອນສານ ວິໄລເມັ້ງ ຍັງໄດ້ລາຍງານໃຫ້ຮູ້ວ່າ: ວຽກງານປົກປ້ອງແຮງງານແມ່ນສ້າງ ແລະ ປັບປຸງນິຕິກຳກ່ຽວກັບຍຸດທະສາດການປົກປ້ອງທາງສັງຄົມ; ເຂົ້າຮ່ວມປະກອບຄໍາເຫັນໃນການສ້າງແລະ ປັບປຸງນິຕິກຳທີ່ພົວພັນເຖິງການປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາຊິກພັກ, ພະນັກງານ; ຊຸກຍູ້, ສ້າງ ແລະ ຕິດຕາມການປະຕິບັດສັນຍາແຮງງານບຸກຄົນ ແລະ ລວມໝູ່; ຄົ້ນຄວ້າ, ສະເໜີໃຫ້ລັດ ຖະບານປັບຂຶ້ນຄ່າແຮງງານຂັ້ນຕໍ່າສຸດໃຫ້ຜູ້ອອກແຮງງານພາກວິສາຫະກິດ ແລະ ພະນັກງານ-ລັດຖະ ກອນ; ຊຸກຍູ້ໃຫ້ສະຫະພັນກໍາມະບານນະຄອນຫຼວງວຽງຈັນ ແລະ ແຂວງສ້າງເບີສາຍດ່ວນ 1512; ປູກຈິດສໍານຶກກ່ຽວກັບສິດທິແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ, ການເຄື່ອນຍ້າຍແຮງງານທີ່ປອດໄພ ຕິດພັນກັບຕ້ານການຄ້າມະນຸດ, ຄວາມປອດໄພທາງຫຼວງ, ການປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ວຽກງານສະກັດກັ້ນ-ຕ້ານຢາເສບຕິດ; ສ້າງຖານຂໍ້ມູນກ່ຽວກັບແຮງງານໃຫ້ເປັນລະບົບ, ເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ່ງແຮງງານ; ຊຸກຍູ້ໃຫ້ຜູ້ໃຊ້ແຮງງານຈັດຕັ້ງປະຕິບັດການກວດສຸຂະພາບປະຈໍາປີ ແລະ ຊຸກຍູ້ສົ່ງເສີມໃນການສ້າງຕັ້ງກຸ່ມວິຊາຊີບຜູ້ອອກແຮງງານນອກລະບົບ ແລະ ວຽກງານພັດທະນາກໍາມະບານລາວ ແມ່ນປັບປຸງກົງຈັກການຈັດຕັ້ງຂອງສະຖາບັນໃຫ້ສອດຄ່ອງກັບພາລະບົດບາດຂອງຕົນ; ປັບປຸງຫຼັກສູດການຮຽນ-ການສອນຄວາມປອດໄພ ແລະ ສຸຂະພາບແຮງງານລະບົບຊັ້ນສູງໃຫ້ມາເປັນລະບົບຝຶກອົບຮົມໄລຍະສັ້ນ; ສ້າງຫຼັກສູດວິຊາພາສາອັງກິດ, ຫວຽດນາມ, ໄອທີ ໃຫ້ເປັນລະບົບຊັ້ນສູງ;ສ້າງຫຼັກສູດທິດສະດີກໍາມະບານໄລຍະສັ້ນ 45 ວັນ; ຈັດຝຶກອົບຮົມທິດສະດີວຽກງານກໍາມະບານໄລຍະສັ້ນ,ວິຊາສະເພາະດ້ານຕ່າງໆ ເປັນຕົ້ນ: ພາສາຕ່າງປະເທດ, ວຽກງານໄອທີ, ຫົວຂໍ້ສະເພາະ ແລະ ອື່ນໆ; ສືບຕໍ່ເປີດການຮຽນ-ການສອນວິຊາຊີບໃຫ້ສະມາຊິກພັກ, ສະມາຊິກກໍາມະບານ, ກໍາມະກອນເພື່ອຕອບສະໜອງ ຄວາມຕ້ອງການໃນສະເພາະໜ້າ ແລະ ຍາວນານ. ປະສານສົມທົບກັບສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດ ຄົ້ນຄວ້າຫຼັກສູດການຮຽນ-ການສອນວຽກງານກໍາມະບານໃຫ້ເປັນລະບົບ ເພື່ອສ້າງພະນັກງານກໍາມະບານໃຫ້ມີຄຸນນະພາບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ວັນທີ່ 11 ກັນຍາ 2026 ນີ້ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດງານບຸນຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ ປະຈໍາປີ ພສ 2569 ຄສ 2026, ໂດຍມີ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດີດການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ, ແຂກຮັບເຊີນ, ຕະຫຼອດຮອດມວນຊົນທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມ ຮ່ວມເຊຍ ຕາມແຄມຝັ່ງນ້ຳຄານ ຢ່າງຄຶກຄື້ນ-ມ່ວນຊື່ນ.
ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃນໂອກາດເປີດສົກຮຽນ 2026–2027 ຢູ່ແຂວງຄໍາມ່ວນ ພ້ອມມອບອຸປະກອນການສຶກສາ,ກິລາ ແລະ ເງິນໃຫ້ສອງໂຮງຮຽນ ,ໂຮງຮຽນລະ 50 ລ້ານກີບ. ໃຫ້ການຕ້ອນຮັບຄະນະມີ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ການນຳເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ພິທີຖະແຫຼງຂ່າວກອງປະຊຸມ ແລະ ມອບລາງວັນຜູ້ປະກອບການຍິງດີເດັ່ນອາຊຽນ 2026 ຈັດໂດຍສະມາຄົມຮັກທຸລະກິດຍິງ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ເຂົ້າຮ່ວມມີຮອງປະທານ ສຄອຊ, ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ຜູ້ຕາງໜ້າຈາກເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN).
ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຈາກດິນທຳມະດາສູ່ງານສິລະປະ “ປັນຍານິເວດ” ສືບສານຫັດຖະກຳເຄື່ອງປັ້ນ-ດິນເຜົາລາວ ຫັດຖະກຳເຄື່ອງປັ້ນດິນເຜົາເປັນອີກໜຶ່ງງານສິລະປະທີ່ສະທ້ອນເຖິງພູມປັນຍາ ແລະ ສີມືຂອງຄົນລາວ ຈາກດິນເບິ່ງຄືວ່າທຳມະດາ ເມື່ອຜ່ານກຳມະວິທີ ແລະ ຂະບວນການແບບພິຖີພິຖັນກໍກາຍເປັນພາຊະນະທີ່​ນຳ​ໃຊ້​ໄດ້​ແລະ​ງົດ​ງາມ.
ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ໃນວັນທີ 10 ກັນຍາ 2026, ທີ່ ສະໂມສອນແຂວງອຸດົມໄຊ ໄດ້ມີກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຮອງປະທານຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໂດຍມີ ທ່ານ ຄໍາແສງ ອາລີ, ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ, ບັນດາຮອງລັດຖະມົນຕີ, ຄະນະກຳມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສວ່ນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດ່ານສາກົນນາເພົ້າເມືອງບົວລະພາແຂວງຄຳມ່ວນ. ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026 ທີ່ສະໂມສອນແຂວງ ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ຄໍາສິງ ໄຊສິດທິເດດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍ ຄະນະພັກ-ຄະນະຄຸ້ມຄອງດ່ານ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ພິທີປະກາດການຈັດຕັ້ງ ຫ້ອງການ ຄະນະສະມາຊິກສະພາປະຊາຊົນແຂວງ (ສ​ພ​ຂ) ຄຳ​ມ່ວນຊຸດ​ທີ V ປະຈຳເຂດເລືອກຕັ້ງເມືອງເຊ​ບັ້ງ​ໄຟ, ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈໍາພັກແຂວງຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ