ສນຂ6 ແຂວງພາກເໜືອສຳເລັດບັ້ນຝຶກອົບຮົມວຽກງານໂຄສະນາ-ສື່ມວນຊົນ ຊຸດທີ III

ສນຂ6 ແຂວງພາກເໜືອສຳເລັດບັ້ນຝຶກອົບຮົມວຽກງານໂຄສະນາ-ສື່ມວນຊົນ ຊຸດທີ III
ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ)ໄດ້ສຳເລັດບັ້ນຝຶກອົບຮົມວຽກງານໂຄສະນາ-ສື່ມວນຊົນ ຊຸດທີ IIIໃຫ້ສະຫະພັນນັກຮົບເກົ່າ (ສນຂ)6 ແຂວງພາກເໜືອຂຶ້ນຫວ່າງບໍ່ດົນມານີ້ທີ່ສະໂມສອນໂຮງແຮມອຸດົມສິນເມືອງ ແລະ ແຂວງຫຼວງນໍ້າທາໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ພັນເອກ ບົວຄໍາ ແກ້ວມະຫາວົງ ຫົວໜ້າກົມໂຄສະນາ-ອົບຮົມ ສນຫລ, ທ່ານ ພັນໂທແສງວັນດີ ວາໄຊຢີ ປະທານສະຫະພັນນັກຮົບເກົ່າ (ສນຂ)ແຂວງຫຼວງນໍ້າທາ, ຕາງໜ້າຫົວໜ້າກອງບັນຊາການ ປກຊ-ປກສ, ໂຄສະນາ-ອົບຮົມແຂວງ, ນັກວິທະຍາກອນຈາກ ສນຫລ ພ້ອມດ້ວຍສໍາມະນາກອນ 6 ແຂວງພາກເໜືອຄື: ສນຂ ຫຼວງນໍ້າທາ, ອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີເຂົ້າຮ່ວມ.
ທ່ານ ບຸນຊະນະ ຈະເລີນທັດ ຮອງຫົວໜ້າກົມໂຄສະນາ-ອົບຮົມ ສນຫລ ກ່າວວ່າ: ບັ້ນຝຶກອົບຮົມຄັ້ງນີ້ໄດ້ດຳເນີນມາເປັນເວລາ 5 ວັນ ຊຶ່ງເລີ່ມແຕ່ວັນທີ 6-10 /11/2023 ໄດ້ສໍາເລັດຜົນຢ່າງຈົບງາມ, ການຝຶກອົບຮົມໃນຄັ້ງນີ້ມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ເນື້ອໃນທີ່ນຳມາຝຶກປະກອບມີ ພື້ນຖານວຽກງານໂຄສະນາ-ອົບຮົມ, ທີ່ຕັ້ງພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ການເຄື່ອນໄຫວວຽກງານໂຄສະນາ-ອົບຮົມ ສນຫລ, ກົດໝາຍສື່ມວນຊົນ, ຄວາມສາມາດການຂຽນເອກະສານທາງລັດຖະການ, ບັນດານິຕິກໍາ ແລະບາງບົດຮຽນໃນການເຄື່ອນໄຫວປາຖະກະຖາ, ຄຸນລັກສະນະໃນການປາກເວົ້າຂອງນັກປາຖະກະຖາ,ຈັນຍາບັນຂອງນັກຂ່າວ, ການຂຽນຂ່າວ, ຂຽນບົດອອກທາງສື່, ເຕັກນິກການຖ່າຍພາບ-ວີດີໂອ, ການນໍາໃຊ້ກ້ອງຖ່າຍພາບ-ວີດີໂອ, ເຕັກນິກການສົ່ງຂ່າວທາງອິນເຕີເນັດອອກສື່ອອນລາຍ. ມີສໍາມະນາກອນມາຈາກ 6 ແຂວງພາກເໜືອ ແລະ ຈາກສະຫະພັນນັກຮົບເກົ່າເມືອງ ທີ່ຢູ່ອ້ອມຂ້າງແຂວງ, ຈາກກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງລວມ 26 ທ່ານ ຍິງ 6 ທ່ານ.
ຊຸດອົບຮົມຄັ້ງນີ້ຈັດຂຶ້ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ຜູ້ຊີ້ນໍາວຽກງານໂຄສະນາ-ອົບຮົມ ແລະ ພະນັກງານທີ່ເຮັດວຽກງານຂ່າວສານຂອງນັກຮົບເກົ່າລາວ, 6 ແຂວງພາກເໜືອໃຫ້ສູງຂຶ້ນເປັນກ້າວໆ. ຜ່ານການຝຶກອົບຮົມຕົວຈິງວຽກງານໂຄສະນາ-ປາຖະກະຖາສາມາດປະເມີນຜົນໄດ້ 90%, ການຂຽນຂ່າວໄດ້ 100% ແລະ ຂຽນບົດອອກທາງສື່ໄດ້ 85%. ໃຫ້ກຽດມອບໃບຢັ້ງຢືນຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ພ້ອມທັງມອບໃບຍ້ອງຍໍໃຫ້ທ່ານ ຄຳຊາວ ກອງຈຳປາ ເຈົ້າຂອງໂຮງແຮມອຸດົມສິນ ທີ່ໄດ້ອຸປະຖຳບັ້ນຝຶກອົບຮົມໃນຄັ້ງນີ້.
    ໂອກາດນີ້, ທ່ານພົນໂທແສງນວນໄຊຍະລາດໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກໃຫ້ສື່ມວນຊົນຕ້ອງກຳແໜ້ນທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ອັນແທ້ຈິງຂອງຕົນເພື່ອໂຄສະນາເຜີຍແຜ່ໃຫ້ສັງຄົມ ແລະ ທຸກຊັ້ນຄົນໄດ້ຮັບຮູ້ ແລະ ເຂົ້າໃຈພ້ອມທັງເຂົ້າຮ່ວມສະໜັບສະໜູນດ້ວຍຄວາມເປັນເອກະພາບສູງ, ນັກໂຄສະນາແມ່ນຜູ້ປະຈັນບານຢູ່ແຖວໜ້າສະເໝີ ດັ່ງທີ່ແນວທາງຂອງພັກໄດ້ກ່າວໄວ້ວ່າ: “ຖືເອົາວຽກງານການເມືອງແນວຄິດເປັນກົກ”ຈົ່ງພາກັນນຳເອົາບົດຮຽນຄັ້ງນີ້ໄປນໍາໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະແຕ່ລະຄົນ ໂດຍສະເພາະຜູ້ຊີ້ນຳວຽກງານໂຄສະນາ-ອົບຮົມ ສນຂ 6 ແຂວງພາກເໜືອນຳພາຊີ້ນຳວິຊາການວຽກງານສື່ມວນຊົນຂອງຕົນໃຫ້ສໍາເລັດຢ່າງມີຄຸນນະພາບ.
ຂ່າວ-ພາບ: ສນຫລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ