ສນຫລ ປາຖະກະຖາວັນຊາດ ແລະ ວັນເກີດປະທານໄກສອນ ພົມວິຫານ 

ສນຫລ ປາຖະກະຖາວັນຊາດ ແລະ ວັນເກີດປະທານໄກສອນ ພົມວິຫານ 
ສະຫະພັນນັກຮົບເກົ່າແຫ່ງຊາດລາວ(ສນຫລ) ໄດ້ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023) ຂຶ້ນໃນວັນທີ 8 ທັນວານີ້ ທີ່ ສນຫລ ໂດຍເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານ ສນຫລ, ມີຮອງປະທານ, ມີບັດາຄະນະປະຈຳພັກ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
ທ່ານ ພົນໂທ ແສງນວນ ໄຊຍະລາດ ກ່າວວ່າ: ການປາຖະກະຖາໃນຄັ້ງນີ້ ຈັດຂຶ້ນເພື່ອໃຫ້ພະນັກງານ, ສະມາຊິກພັກມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນງານແລະໄຊຊະນະອັນໃຫຍ່ຫຼວງຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກຕະຫຼອດໄລຍະ 48 ປີຜ່ານມາ, ເປັນການເພີ່ມທະວີຍົກສູງນໍ້າໃຈຮັກຊາດ, ເສີມຂະຫຍາຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວແລະຍູ້ແຮງບົດບາດການນໍາພາຂອງພັກໃນແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງຕໍ່ເນື່ອງ, ເສີມຂະຫຍາຍຜົນງານແລະສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງຂອງສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ມີຄວາມເຂັ້ມແຂງ, ອົດທົນຜ່ານຜ່າໃນສະພາບການທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດໃນປັດຈຸບັນແລະສືບຕໍ່ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງແລະຮອບດ້ານ, ໃນທຸກວຽກງານທີ່ພັກ-ລັດແລະການຈັດຕັ້ງມອບໝາຍໃຫ້ຢ່າງມີຜົນສໍາເລັດໂດຍທ່ານໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ຄວາມໝາຍ-ຄວາມສຳຄັນຂອງວັນຊາດທີ 2 ທັນວາທີ່ມີມູນເຊື້ອອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາ; ສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດລາວທີ່ໄດ້ສ້າງປະຫວັດສາດປະໄວ້; ປະຊາຊົນບັນດາເຜົ່າພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສາຖາປະນາ ສປປ ລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ພ້ອມນັ້ນຍັງຍົກໃຫ້ເຫັນບັນດາເຫດການ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນລາວໃນຂະບວນການຕໍ່ສູ້ກູ້ຊາດ; ຜົນສຳເລັດຂອງການປະຕິບັດ 2 ໜ້າທີ່ຍຸດທະສາດ ແຕ່ໄລຍະ 10 ປີ ແຫ່ງການຟື້ນຟູເສດຖະກິດ, ວັດທະນະທຳ-ສັງຄົມ(1975-1985) ແລະ ພາຍຫຼັງປ່ຽນແປງໃໝ່ຈົນເຖິງປັດຈຸບັນ. ໃນນັ້ນຍັງຍົກໃຫ້ເຫັນການສືບຕໍ່ເສີມຂະຫຍາຍມູນເຊື້ອວັນຊາດ ທີ 2 ທັນວາ ເຂົ້າໃນການພັດທະນາປະເທດຊາດ.
ຫຼັງຈາກນັ້ນ ທ່ານ ພົນຈັດຕະວາ ຄຳໝັ້ນ ວັນນະວົງ ຮອງປະທານ ສນຫລ ຍັງໄດ້ປະຖາກະຖາວັນເກີດປະທານໄກສອນ ພົມວິຫານ ໂດຍຍົກໃຫ້ເຫັນແບບຢ່າງອັນດີເລີດຂອງປະທານ ໄກສອນ ພົມວິຫານ ໃນພາລະກິດປະຕິວັດປະເທດເຮົາ; ຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານອັນໃຫຍ່ຫຼວງ, ການເປັນແບບຢ່າງອັນດີເລີດ ແລະ ອື່ນໆ ຂອງປະທານໄກສອນພົມວິຫານ.ການປາຖະກະຖາວັນດັ່ງກ່າວເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ທົບທວນຄືນມູນເຊື້ອແລະໄຊຊະນະປະຫວັດສາດຂອງພາລະກິດແຫ່ງການປົດປ່ອຍຊາດໃນເມື່ອກ່ອນກໍຄືພາລະກິດປົກປັກຮັກສາແລະພັດທະນາປະເທດຊາດພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ, ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງປະທານໄກສອນພົມວິຫານທີ່ມີຕໍ່ປະເທດຊາດແລະຮໍ່າຮຽນເອົາມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດ, ສິນທໍາປະຕິວັດ, ແບບແຜນວິທີການເຮັດວຽກແລະການດໍາລົງຊີວິດຂອງປະທານໄກສອນພົມວິຫານໂດຍໃຫ້ຖືເອົາແນວຄິດໄກສອນພົມວິຫານເປັນທິດນໍາໃນການຈັດຕັ້ງປັບປຸງໜ້າທີ່ວຽກງານໃຫ້ບັນລຸເປົ້າໝາຍແລະມີປະສິດທິຜົນສູງ. 
                       (ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ