![]() |
ການຝຶກອົບຮົມຄັ້ງນີ້, ເພື່ອສ້າງຄວາມຮູ້-ຄວາມເຂົ້າໃຈ ແລະ ຍົກລະດັບທັກສະໃຫ້ພະນັກງານໃນການນໍາໃຊ້ເຄື່ອງມື AI ເຂົ້າໃນວຽກງານຕົວຈິງ ໂດຍຜູ້ເຂົ້າຮ່ວມໄດ້ຮັບຟັງການແນະນໍາວິທີການນໍາໃຊ້ໂປຣແກຣມ AI ຕ່າງໆ ພ້ອມທັງລົງພາກປະຕິບັດຕົວຈິງໃນການນໍາໃຊ້ແອັບ DeepSeek ແລະ ແອັບ doubao ເພື່ອຕອບສະ ໜອງກັບຍຸກສະໄໝແຫ່ງການຫັນເປັນດີຈີຕອນ ໂດຍເນັ້ນໃສ່ການນໍາໃຊ້ເຕັກໂນໂລຊີເອໄອ (AI) ເຂົ້າໃນການພັດ ທະນາວຽກງານໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງ ເພີ່ມປະສິດທິພາບວຽກງານເອກະສານ ໂດຍການນໍາໃຊ້ AI ໃນການຊ່ວຍຮ່າງເອກະສານ, ສະຫຼຸບເນື້ອໃນກອງປະຊຸມ ແລະ ການແປພາສາ ເພື່ອຫຼຸດຜ່ອນເວລາໃນການເຮັດວຽກປະຈໍາວັນ.
![]() |
ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ຍົກໃຫ້ເຫັນວ່າ ໃນຍຸກປັດຈຸບັນເຕັກໂນໂລຊີ AI ເປັນເຄື່ອງມືສໍາຄັນທີ່ຈະຊ່ວຍໃຫ້ພະນັກງານພວກເຮົາ ເຮັດວຽກໄດ້ຢ່າງມີແບບແຜນ ວ່ອງໄວ ແລະ ມີວິທະຍາສາດຫຼາຍຂຶ້ນ. ການຝຶກອົບຮົມຄັ້ງນີ້, ຈະເປັນບາດກ້າວສໍາຄັນໃນການພັດທະນາບຸກຄະລາກອນຂອງແນວລາວສ້າງຊາດ ໃຫ້ກາຍເປັນພະນັກງານຍຸກດີຈີຕອນເທື່ອລະກ້າວ, ຮຽກຮ້ອງມາຍັງສໍາມະນາກອນ ຈົ່ງນໍາເອົາບົດຮຽນໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ.
ຂ່າວ-ພາບ: ສນຊ


ຄໍາເຫັນ