ການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ

ສນຊ ສະຫຼຸບຖອດຖອນບົດຮຽນໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ

ສນຊ ສະຫຼຸບຖອດຖອນບົດຮຽນໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ
ກອງປະຊຸມສະຫຼຸບຖອດຖອນບົດຮຽນການປຸກລະດົມການປະຕິບັດໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ (ສນຊ)ແລະ ກະຊວງການເງິນໃນວຽກງານໂຄສະນາປຸກລະດົມຊຸກຍູ້ການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດປະຈຳປີ 2024

ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ ນີ້ ພາຍໃຕ້ການເປັນທານຮ່ວມຂອງທ່ານຄຳໄຫຼ ສີປະເສີດ ຮອງປະທານ ສນຊ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາທ່ານປະທານແນວລາວສ້າງຊາດແຂວງ, ນະຄອນຫຼວງວຽງຈັນ, ທ່ານຫົວໜ້າ-ຮອງຫົວໜ້າພະແນກການເງິນແຂວງເຂົ້າຮ່ວມ.

ທ່ານຄຳໄຫຼ ສີປະເສີດກ່າວວ່າ: ການດຳເນີນກອງປະຊຸມຄັ້ງນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງໝາກຜົນສໍາເລັດໃນການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງຄະນະພັກ ສນຊ ແລະ ຄະນະພັກກະຊວງການເງິນທີ່ໄດ້ຕົກລົງຮ່ວມກັນໃນໄລຍະຜ່ານມາເທົ່ານັ້ນແຕ່ຍັງເປັນການປະກອບສ່ວນສໍາຄັນເຂົ້າໃນການປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດ ທັງເປັນການສ້າງເງື່ອນໄຂໃຫ້ແກ່ແນວລາວສ້າງຊາດແຕ່ລະຂັ້ນໄດ້ເຄື່ອນໄຫວລົງເຖິງຮາກຖານປະຊາຊົນອີກດ້ວຍ.

ຜ່ານການເຄື່ອນໄຫວວຽກງານດັ່ງກ່າວໃນຂອບເຂດທົ່ວປະເທດ, ກະຊວງການເງິນໄດ້ອຳນວຍຄວາມສະດວກ ແລະ ສະໜອງງົບປະມານຮັບໃຊ້ໃຫ້ຢ່າງເໝາະສົມ ຂັ້ນທ້ອງຖິ່ນໄດ້ໃຫ້ຄວາມເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ນອກຈາກນັ້ນຍັງໄດ້ລົງຊຸກຍູ້ຕົວຈິງຢູ່ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທັງພາຍໃນ ແລະຕ່າງປະເທດ, ຍ້ອນການເຄື່ອນໄຫວວິຊາສະເພາະທີ່ເຂັ້ມແຂງຂອງຂະແໜງການເງິນ ແລະມີການປະສານສົມທົບໂຄສະນາປຸກລະດົມຂອງອົງການແນວລາວສ້າງຊາດແຕ່ລະຂັ້ນຈຶ່ງເຮັດໃຫ້ປີ 2024 ທຸກແຂວງສາມາດເກັບລາຍຮັບໄດ້ເກີນແຜນໃນທົ່ວປະເທດ.

ທ່ານຄຳໄຫຼ ສີປະເສີດ ໄດ້ກ່າວຕື່ມວ່າ: ສໍາລັບກອງປະຊຸມຄັ້ງນີ້ ເປັນກອງປະຊຸມສະຫຼຸບຖອດຖອນບົດຮຽນດ້ານພຶດຕິກໍາໃນການໂຄສະນາປຸກລະດົມຊຸກຍູ້ການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດໂດຍສະເພາະບົດຮຽນໃນການເຄື່ອນໄຫວຂອງແນວລາວສ້າງຊາດຢູ່ແຕ່ລະແຂວງຖືເປັນກອງປະຊຸມທີ່ມີຄວາມສໍາຄັນຫຼາຍ ຊຶ່ງເນື້ອໃນການຖອດຖອນບົດຮຽນຈະກາຍເປັນແນວທາງ ວິທີປະຕິບັດທີ່ສໍາຄັນໜຶ່ງໃຫ້ແກ່ການປຸກລະດົມຊຸກຍູ້ວຽກງານຂະແໜງພາສີ-ອາກອນ ກໍຄືການຮ່ວມມືຂອງສອງຄະນະພັກພວກເຮົາໃນຕໍ່ໜ້າ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນພັດທະນາເສດຖະກິດສັງຄົມເມືອງຊຽງຮ່ອນ

ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນພັດທະນາເສດຖະກິດສັງຄົມເມືອງຊຽງຮ່ອນ

ໃນວັນທີ 7 ມິຖຸນາຜ່ານມານີ້, ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບທຶນພັດທະນາເສດຖະກິດສັງຄົມ ຈາກບໍລິສັດ ໄຟຟ້າຫົງສາ ຈຳກັດ ໂດຍມີທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ທ່ານ ຍຸດທະນາ ຈູນພັນທອງ ຜູ້ອຳນວຍການສາຍງານກິດຈະການອົງກອນ ບໍລິສັດ ໄຟຟ້າຫົງສາ ຈຳກັດ.
ຫຼວງນໍ້າທາ ສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.

ຫຼວງນໍ້າທາ ສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.

ເມື່ອບໍ່ດົນມານີ້ ທີ່ເຂື່ອນໄຟຟ້ານໍ້າທາ, ພະແນກກະສີກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ຮ່ວມກັບ ປະຊາຊົນ 10 ບ້ານ ໄດ້ສ້າງຂະບວນການອອກແຮງງານລວມສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມໃນໄລຍະຜ່ານມາ ໂດຍການນຳພາຂອງ ທ່ານ ພິມແກ້ວ ທຳລະສິນ ຫົວໜ້າພະແນກກະສີກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ.
ປະກາດນາຍຕຳຫຼວດຂັ້ນສູງອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່

ປະກາດນາຍຕຳຫຼວດຂັ້ນສູງອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດນາຍຕໍາຫຼວດຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່ ຂຶ້ນໃນວັນທີ 6 ມິຖຸນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສນຊ ຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

ສນຊ ຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

ຄະນະພັກສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບ ຮອບ 70 ປີ ແລະ ເຊື່ອມຊຶມນິຕິກໍາສໍາຄັນຂອງພັກ ຂຶ້ນໃນວັນທີ 6 ມິຖຸນາຜ່ານມາທີ່ ສນຊ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານ ສນຊ ຜູ້ປະຈຳການ, ມີຄະນະປະຈໍາພັກ, ຮອງປະທານ, ກໍາມະການພັກ ແລະ ສະມາຊິກພັກພະນັກງານເຂົ້າຮ່ວມ.

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ກອງປະຊຸມປຶກສາຫາລື ຄົ້ນຄວ້າພິຈາລະນາການອອກແບບໂຄງການພັດທະນາຕ່າງໆ ຢູ່ແຂວງຄໍາມ່ວນ ທີ່ໄດ້ມີການສຶກສາສໍາຫຼວດ ແລະ ໄດ້ລົງນາມເຊັນສັນຍາໃນຜ່ານມາ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ຫ້ອງວ່າການແຂວງ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ໂຍມາ ອິນທະວົງ ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວ, ບັນດາທ່ານຮອງເຈົ້າແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ເລີ່ມຊໍາລະໄດ້ແຕ່ວັນທີ 1 ມັງກອນ 2025 ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2025. ອີງຕາມຂໍ້ມູນຈາກກົມສ່ວຍສາອາກອນໃນຂອບເຂດທົ່ວປະເທດ ສາມາດປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໄດ້ແລ້ວ 1,461,243 ຕອນ, ຈາກເປົ້າໝາຍທັງໝົດຈໍານວນ 2,987,091 ຕອນເທົ່າກັບ 49% ຂອງຕອນດິນທັງໝົດ.
ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ (25 ມີນາ 1955-25 ມີນາ 2025) ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ ສຊປລ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງ.
ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ ປະທານສະມາຄົມຄົນພິການ, ທ່ານນາງ ເມດຕາ ທິບພະວົງ ຜູ້ອຳນວຍການສະມາຄົມຄົນພິການ COPE, ມີບັນດາທູດປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສາຂາສູນການແພດຈາກແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ອຸດົມໄຊ, ຈຳປາສັກ ພ້ອມດ້ວຍສະມາຊິກທີ່ເປັນຄົນພິການໃນທົ່ວປະເທດເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

ນັບແຕ່ຕົ້ນປີຮອດວັນທີ 31 ພຶດສະພາປີ 2025, ມີພາຫະນະມາຊໍາລະຄ່າທຳນຽມທາງແລ້ວ 344,857 ຄັນ, ສາມາດເກັບລາຍຮັບໄດ້ 84 ຕື້ກວ່າກີບ, ເພີ່ມຂຶ້ນ 16% ຖ້າທຽບໃສ່ເດືອນຜ່ານມາຄິດເປັນເງິນຈຳນວນ 12 ຕື້ກວ່າກີບ.
ເພີ່ມເຕີມ