ວຽກງານຊົນເຜົ່າແນວລາວສ້າງຊາດແຕ່ລະຂັ້ນ

ສນ​ຊເອົາໃຈໃສ່​ຊຸກ​ຍູ້ວຽກ​ງານ​ຊົນ​ເຜົ່າແລະສາ​ສະ​ໜາ

ສນ​ຊເອົາໃຈໃສ່​ຊຸກ​ຍູ້ວຽກ​ງານ​ຊົນ​ເຜົ່າແລະສາ​ສະ​ໜາ
ໂດຍ: ບຸນອູ້ມ ວຽກງານຊົນເຜົ່າແນວລາວສ້າງຊາດແຕ່ລະຂັ້ນມີບົດບາດຄວາມໝາຍສຳຄັນໃນການສຶກສາອົບຮົມປຸກລະດົມຂົນຂວາຍໃຫ້ປະຊາຊົນບັນດາເຜົ່າເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ຮັກແພງຊ່ວຍເຫຼືອຊຶ່ງກັນ

 

 ແລະ ກັນ, ມີສະຕິການເມືອງເປັນເຈົ້າການປົກປັກຮັກສາ ແລະ ປະຕິບັດແຜນນະໂຍບາຍຂອງພັກ, ລັດ ແລະອົງການປົກຄອງທ້ອງຖິ່ນ ປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດ.

ສະແດງອອກຜົນງານ 6 ເດືອນຕົ້ນປີ 2024 ຂອງສູນກາງແນວລາວສ້າງຊາດ (ສນຊ) ໂດຍລວມປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜ່ນ, ຕັ້ງໜ້າທໍາມາຫາກິນ ແລະເຂົ້າຮ່ວມປະຕິບັດນະໂຍບາຍ, ມາດຕະການທີ່ພັກ, ລັດຖະບານວາງອອກ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ; ໄດ້ເຄື່ອນໄຫວຊຸກຍູ້ປະຕິບັດຂະບວນການ ພ້ອມທັງເຂົ້າຮ່ວມພິທີປະກາດເມືອງອາດສະພອນ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ເປັນເມືອງທີ 7 ຂອງແຂວງສະຫວັນນະເຂດ; ຈັດກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນວຽກງານຊົນເຜົ່າ ແລະວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງປະຈຳປີ 2023 ແລະ ທິດທາງແຜນການປີ 2024; ກອງປະຊຸມຝຶກອົບຮົມວຽກງານຊົນເຜົ່າຂົງເຂດແນວລາວສ້າງຊາດຢູ່ເມືອງພີນ ແຂວງສະຫວັນນະເຂດ, ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຊົນເຜົ່າທົ່ວປະເທດປະຈໍາປີ 2023, ປະກາດຮັບຮອງໄດ້ 100.935 ຄອບຄົວ, 726 ບ້ານ ແລະ ຄົ້ນຄວ້າສະເໜີພິຈາລະນາປະກາດຮັບຮອງເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ທັງໝົດ 17 ເມືອງ, ໃນ 8 ແຂວງຄື: ເມືອງໝອກ, ໜອງແຮດ, ແຂວງຊຽງຂວາງ, ເມືອງອານຸວົງ ແຂວງໄຊສົມບູນ, ເມືອງຄອບ ແລະ ຊຽງຮ່ອນ ແຂວງໄຊຍະບູລີ, ເມືອງທຸລະຄົມ, ວັງວຽງ ແຂວງວຽງຈັນ, ເມືອງນາກາຍ, ບົວລະພາ, ໄຊບົວທອງ, ເຊບັ້ງໄຟ ແຂວງຄໍາມ່ວນ, ເມືອງໄຊບູລີ, ຊົນນະບູລີ, ອາດສະພອນ ແລະ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ເມືອງອຸທຸມພອນ ແຂວງຈໍາປາສັກ, ແລະ ເມືອງສາມັກຄີໄຊ ແຂວງອັດຕະປື ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ; ຄະນະທີ່ປືກສາວຽກງານຊົນເຜົ່າໄດ້ປະກອບສ່ວນທຶນເພື່ອຊ່ວຍເຫຼືອຍົກລະດັບຊີວິດການເປັນຢູ່ຂອງຊົນເຜົ່າກຣີ ຢູ່ເມືອງພຽງ ແຂວງໄຊຍະບູລີ;ຈັດກອງປະຊຸມພົບປະ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຊົນເຜົ່າປີ 2023 ແລະ ທິດທາງແຜນການປີ 2024; ສະເໜີຂໍໃບຍ້ອງຍໍທ່ານປະທານ ສນຊ ໃຫ້ແກ່ຫົວໜ້າຄະນະທີ່ປຶກສາວຽກງານຊົນເຜົ່າເນື່ອງຈາກມີຜົນງານໃນການສ້າງຫໍວາງສະແດງບັນດາເຜົ່າ.

ສຳລັບວຽກງານສາສະໜາ ກົມສາສະໜາຮ່ວມກັບສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ ຈັດກອງປະຊຸມປຶກສາຫາລື ເພື່ອຄົ້ນຄວ້າສ້າງປຶ້ມສາສະໜາ ແລະ ຄວາມເຊື່ອຢູ່ ສປປ ລາວ;ຈັດກອງປະຊຸມສໍາມະນາກ່ຽວກັບພິທີກໍາທາງພຸດທະສາສະໜາ; ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນກ່ຽວກັບການຮັບເອົາທຶນຊ່ວຍເຫຼືອຈາກອົງການສັນຕິ, ກອງປະຊຸມປຶກສາຫາລື ຜ່ານຂໍ້ກໍານົດຂອງກໍາມາທິການສາທາລະນຸປະການ, ກອງປະຊຸມປຶກສາຫາລື ການກະກຽມກອງປະຊຸມວຽກງານສາສະໜາ 6 ປະເທດ, ກອງປະຊຸມປຶກສາຫາລືກ່ຽວກັບການສ້າງດໍາລັດວ່າດ້ວຍບຸນປະເພນີ, ພິທີກໍາ ແລະງານສ້າງສັນ; ກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງໃຫ້ແກ່ກໍາມາທິການເຜີຍແຜ່ສີລະທໍາ ແລະ ປະຕິບັດກໍາມະຖານທົ່ວປະເທດຂອງສູນກາງ ອົງການພຸດທະສາສະໜາແຫ່ງ ສປປ ລາວ; ເຂົ້າຮ່ວມແກ້ໄຂບັນຫາຫຍໍ້ທໍ້ຂອງສາສະໜາທີ່ເກີດຂຶ້ນຢູ່ທ້ອງຖິ່ນໂດຍໄດ້ລົງສໍາຫຼວດເກັບກໍາຂໍ້ມູນກ່ຽວກັບຂໍ້ຂັດແຍ່ງບັນຫາທີ່ດິນຂອງ ວັດປ່າພິລາວົງ ບຸດກັສສະກາຣາມ ແລະເຂົ້າຮ່ວມພິທີກໍາທາງສາສະໜາຕ່າງໆ,ຄະນະທີ່ປຶກສາວຽກງານສາສະໜາໄດ້ຕິດຕາມ ແລະໃຫ້ຄໍາປຶກສາລົງເກັບກໍາສະພາບຫາງສຽງສັງຄົມ ຜ່ານປະຊາຊົນຜູ້ເຊື່ອຖືສາສະໜາພຸດ ແລະສາສະໜາຕ່າງໆ; ເກັບກໍາສະພາບການຈັດຕັ້ງປະຕິບັດດໍາລັດ 315/ລບ; ຈັດກອງປະຊຸມສະຫຼຸບວຽກງານຂອງຄະນະທີ່ປຶກສາປະຈໍາປີ 2023 ແລະ ແຜນການເຄື່ອນໄຫວປະຈຳປີ 2024; ສໍາເລັດໂຄງການສ້າງຮູບຫຼໍ່ພະຍາຈັນທະບູລີ ປະສິດທິສັກ (ປູ່ບູລິຈັນອ້ວຍລ້ວຍ) ແລະ ໄດ້ຈັດພິທີປະດິດສະຖານໄວ້ທີ່ສວນສະພັງເລນ ທີ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ;ຄະນະທີ່ປຶກສາໄດ້ປະກອບທຶນຈັດຕັ້ງປະຕິບັດໂຄງການເຈາະນ້ຳບາດານ 5 ບໍ່ໃຫ້ສູນເສຍອົງຄະ 194, ມອບຄອມພິວເຕີ 1 ຊຸດ, ຜ້າຫົ່ມ 125 ຜືນ, ຜ້າແພເຊັດໂຕ 100 ຜືນ ແລະ ເຄື່ອງນຸ່ງຫົ່ມໃຫ້ສູນເສຍອົງຄະ 294 ແລະ ບ້ານເດັກ SOS ຢູ່ແຂວງຊຽງຂວາງ,ເຂົ້າຮ່ວມພິທີມອບ-ຮັບໂຮງຮຽນສົງ ທີ່ວັດໂນນຈໍາປາ ເມືອງໂພນທອງ ແຂວງ ຈໍາປາສັກ ໂດຍໄດ້ຮັບການສະໜັບສະໜູນທຶນຈາກຄອບຄົວທ່ານ ບຸນຈອມ ວົງເພັດ ກໍາມະການສູນກາງແນວລາວສ້າງຊາດຈໍານວນ 100 ກວ່າລ້ານກີບ, ທຶນປະກອບສ່ວນຈາກຊາວພຸດຜູ້ໃຈບຸນທັງຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ