ສນຊປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ

ສນຊປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ
ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024)ຂຶ້ນໃນວັນທີ 12 ມັງກອນນີ້ທີ່ ສນຊໂດຍການໃຫ້ກຽດປາຖະກະຖາຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລານຸເຖລະ, ບັນດາຮອງປະທານ ສນຊ, ປະທານແນວລາວສ້າງຊາດແຂວງ-ນະຄອນຫຼວງ, ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ກໍາມະການສູນກາງແນວລາວສ້າງຊາດຢູ່ຕ່າງປະເທດແລະແຂກຖືກເຊີນເຂົ້າຮ່ວມຮັບຟັງ.
    ທ່ານພົນເອກຈັນສະໝອນຈັນຍາລາດໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດການກໍາເນີດຂອງກອງທັບປະຊາຊົນລາວ, ຜົນງານໄຊຊະນະ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວແຕ່ລະໄລຍະ, ທາດແທ້ແລະມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ, ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະມູນເຊື້ອອັນສະຫງ່າງາມຂອງຕົນ, ກອງທັບປະຊາຊົນເຮົາຈະຕັ້ງໜ້າປະຕິບັດບັນດາໜ້າທີ່ດັ່ງນີ້:ສືບຕໍ່ເອົາໃຈໃສ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນຂອງກອງທັບປະຊາຊົນໃຫ້ເລິກເຊິ່ງ ແລະ ໜັກແໜ້ນ; ເພີ່ມທະວີຄວາມບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ. ໂດຍສະເພາະມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດໃຫ້ເປັນຂະບວນການ ແລະ ມີໝາກຜົນຕົວຈິງ,ຕັ້ງໜ້າປຸກລະດົມທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຂົ້າຮ່ວມວຽກງານປ້ອງກັນຊາດ (ປກຊ)- ປ້ອງກັນຄວາມສະຫງົບ (ປກສ) ເຮັດໃຫ້ທົ່ວປະເທດມີຄວາມສະຫງົບຢ່າງໜັກແໜ້ນດ້ວຍຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ຂັ້ນທົ່ວປວງຊົນຮອບດ້ານຕິດພັນກັບວຽກງານ 3 ສ້າງ ແລະ ແກ້ໄຂໜໍ່ແໜງຄວາມບໍ່ສະຫງົບໃຫ້ເດັດຂາດ ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່, ເພີ່ມທະວີການນຳພາຂອງພັກຕໍ່ກຳລັງປະກອບອາວຸດປ້ອງກັນຊາດ, ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນທາດປະຕິວັດ, ມີແບບແຜນ, ມີລະບຽບວິໄນ, ມີຄວາມທັນສະໄໝ ແລະ ເອົາໃຈໃສ່ກໍ່ສ້າງຖັນແຖວນັກຮົບດ້ວຍການຍົກລະດັບສີລະປະຍຸດ, ຍຸດທະວິທີໃຫ້ມີຄວາມຄ່ອງແຄ້ວຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສ້າງກອງປອດໃສ, ປອດໄພ ແລະ ປອດຄະດີ; ກໍສ້າງພະນັກງານສືບທອດທີ່ມີຄຸນນະພາບ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ໃນກອງທັບ, ເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນ້ຳໃຈປະຢັດມັດທະຍັດ, ສຸມໃສ່ສ້າງພະລາທິການກັບທີ່, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງກົມກອງທ້ອງຖິ່ນເຂົ້າໃນການປັບປຸງກໍ່ສ້າງຄ້າຍຄູ, ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດການຜະລິດກະສິກຳໃນທົ່ວກອງທັບ ເພື່ອຍົກລະດັບຊີວິດການເປັນຢູ່ຂອງກອງທະຫານໃຫ້ດີຂຶ້ນ ແລະ ຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ແກ່ກົມກອງ ແລະ ກອງທັບ, ເຊື່ອມຊຶມ, ກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບບັນດາປະເທດສັງຄົມນິຍົມອ້າຍນ້ອງ, ສສ ຫວຽດນາມ, ສປ ຈີນ ແລະປະເທດເພື່ອນມິດບັນດາປະເທດໃກ້ຄຽງ, ຮ່ວມມືໃນຂອບອາຊຽນເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.
ເພື່ອເຮັດສຳເລັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ບັນດາພະນັກງານນັກຮົບ, ນາຍ ແລະ ພົນທະຫານໃນທົ່ວກອງທັບເຮົາຈົ່ງອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະ ຂອງກອງທັບເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ກອງທັບເຮົາຈົ່ງກ້າວຂຶ້ນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃຫ້ສົມກັບຄຳສັ່ງສອນຂອງປະທານ ໄກສອນ ພົມວິຫານ ເວົ້າວ່າ: “ເວລາໃດກອງທັບກໍນຳໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ, ສຳເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນຄົມແຫຼມຂອງພັກ”.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ, ພັກປະຊາຊົນລາວທີ່ມີກຽດສະຫງ່າ ໝັ້ນຍືນຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີຢ່າງສຸດໃຈ !
ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ