ການຕີລາຄາຜົນການຈັດຕັ້ງປະຕິບັດວຽກງານແນວໂຮມໃນໄລຍະ 6 ເດືອນຕົ້ນປີ 2024

ສນຊຕີລາຄາຜົນການຈັດຕັ້ງປະຕິບັດວຽກງານແນວໂຮມໃນໄລຍະ 6 ເດືອນຕົ້ນປີ

ສນຊຕີລາຄາຜົນການຈັດຕັ້ງປະຕິບັດວຽກງານແນວໂຮມໃນໄລຍະ 6 ເດືອນຕົ້ນປີ
ໂດຍ: ບຸນອູ້ມ ການຕີລາຄາຜົນການຈັດຕັ້ງປະຕິບັດວຽກງານແນວໂຮມໃນໄລຍະ 6 ເດືອນຕົ້ນປີ 2024ກໍຄືການເຄື່ອນໄຫວຂອງແນວລາວສ້າງຊາດ (ສນຊ) ໃນ 6 ເດືອນຜ່ານມາໃນສະພາບຄວາມຫຍຸ້ງຍາກດັ່ງກ່າວດ້ວຍຄວາມຮັບຜິດຊອບສູງຂອງແນວລາວສ້າງຊາດແຕ່ລະຂັ້ນ ໄດ້ເຄື່ອນໄຫວຕາມພາລະບົດບາດ

 ແລະ ໜ້າທີ່ຢ່າງຕັ້ງໜ້າ ໂດຍສະເພາະແມ່ນ 6 ວຽກຈຸດສຸມ, ການສ້າງການຫັນປ່ຽນໃໝ່ໃນຂົງເຂດວຽກງານແນວລາວສ້າງຊາດ ແລະ ແຜນພັດທະນາຂອງຕົນປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນວຽກລວມຂອງສູນກາງພັກ, ລັດຖະບານ; ປະຊາຊົນບັນດາເຜົ່າ, ຊັ້ນຄົນ ແລະສາສະໜາຕ່າງໆມີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນເຂົ້າຮ່ວມປະຕິບັດນະໂຍບາຍ ແລະ ແຜນວຽກທີ່ພັກ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນວາງອອກເປັນຢ່າງດີ.

ຄຽງຄູ່ກັນນີ້, ໄດ້ເອົາໃຈໃສ່ຜັນຂະຫຍາຍມະຕິ, ຄໍາສັ່ງ, ຂໍ້ຕົກລົງຂອງສູນກາງພັກ, ລັດຖະບານ ແນວລາວສ້າງຊາດແຕ່ລະຂັ້ນໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງແນວລາວສ້າງຊາດ,ຈັດຕັ້ງເຜີຍແຜ່,ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 6, 7 ແລະ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຈັດຕັ້ງປາຖະກະຖາເລົ່າມູນເຊື້ອຂອງພັກ, ຂອງຊາດແລະສາກົນ;ເຜີຍແຜ່ຄໍາສັ່ງ 411/ຄລສພ ແລະ ຄໍາແນະນໍາເລກທີ 211/ຄຈສພ ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ຄໍາສັ່ງ169/ຄລສພ ກ່ຽວກັບເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະແກ້ໄຂຜົນການກວດກາ; ຄໍາແນະນໍາ 285/ຄກສພ ກ່ຽວກັບການກະກຽມ ແລະດໍາເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ຄໍາແນະນໍາ 379/ຄກສພ ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະອົງການກວດກາລັດແຕ່ລະຂັ້ນ; ຄໍາແນະນໍາ 331/ອກຫລ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ(ສະບັບປັບປຸງ); ຂໍ້ຕົກລົງ 169/ນຍ ວ່າດ້ວຍການສະສາງລົດຂອງລັດ; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະຄົ້ນຄວ້າຜັນຂະຫຍາຍມະຕິຂອງກົມການເມືອງສະບັບເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ໃນຂົງເຂດແນວລາວສ້າງຊາດ.

ຈັດກອງປະຊຸມສໍາມະນາພາຍໃນ ແລະຮ່ວມກັບສະມາຄົມຊາວກະສິກອນ ສສ ຫວຽດນາມ ແລະລາຍງານຕໍ່ກົມການເມືອງ-ຄະນະເລຂາທິການສູນກາງພັກ ກ່ຽວກັບຄວາມເປັນໄປໄດ້ໃນການສ້າງຕັ້ງສະຫະພັນຊາວກະສິກອນລາວ; ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດຂອງອະນຸກຳມະການໂຄສະນາ ແລະ ຂະບວນການກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກເພື່ອປຶກສາຫາລືກ່ຽວກັບແຜນວຽກ ແລະກົນໄກການຈັດຕັ້ງປະຕິບັດ; ປຶກສາຫາລື ແລະແນະນໍາການກະກຽມຂຽນບົດສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ຢູ່ສປປ ລາວ (ຂົງເຂດວຽກງານແນວໂຮມ ແລະອົງການຈັດຕັ້ງມະຫາຊົນ) ຮ່ວມກັບອົງການພາຄີ ແລະ ຈັດພິທີປາຖະກະຖາເລົ່າມູນເຊື້ອຂອງກອງທັບປະຊາຊົນລາວ ແລະເປັນເຈົ້າການຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ແລະ ວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ປາຖະກະຖາວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 69 ປີ, ວັນເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ;ລົງຊຸກຍູ້ວຽກງານກົງຈັກ-ບຸກຄະລາກອນຕິດພັນກັບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດບັນດາແຂວງ-ນະຄອນຫຼວງ, ກະກຽມປະເມີນຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ຂົງເຂດແນວລາວສ້າງຊາດ (9 ເນື້ອໃນ);ຈັດຕັ້ງປະຕິບັດຄໍາແນະນໍາເລກທີ 09/ຄປຈ, ລົງວັນທີ 1 ເມສາ 2022 ກ່ຽວກັບ 2 ວາລະແຫ່ງຊາດໃນຂົງເຂດແນວລາວສ້າງຊາດ, ເວົ້າສະເພາະ

ສນຊ ໄດ້ເອົາໃຈໃສ່ຄຸ້ມຄອງການນໍາໃຊ້ງົບປະມານ, ຊັບສິນຂອງລັດບົນຈິດໃຈປະຢັດ, ສົ່ງເສີມ ແລະນໍາໃຊ້ຜະລິດຕະພັນລາວ,ການຈັດປະຊຸມຕ່າງໆນໍາໃຊ້ສະຖານທີ່ຂອງຕົນເປັນຫຼັກ, ຕິດຕັ້ງລະບົບ TIMER ໃສ່ດອກໄຟໃນສໍານັກງານ; ຈັດຕັ້ງຜັນຂະຫຍາຍ ດໍາລັດ 599/ລບ ໂດຍໄດ້ສັງລວມບັນຊີພາຫະນະໃນການຄຸ້ມຄອງຂອງ ສນຊ ແລະບັນຊີພາຫະນະທີ່ອາຍຸການໃຊ້ງານເກີນ 10 ປີ ເພື່ອສົ່ງໃຫ້ກະຊວງການເງິນ ແລະຈັດຕັ້ງເຜີຍແຜ່ຂໍ້ຕົກລົງ ເລກທີ 169/ນຍ ວ່າດ້ວຍການສະສາງລົດຂອງລັດ; ແນວລາວສ້າງຊາດ ໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ, ຂອງອົງການປົກຄອງທ້ອງຖິ່ນ ແລະອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ