ບົດລາຍງານລະບຸວ່າ: ໄລຍະທຳອິດຂອງການລົງທຶນຈະນຳໃຊ້ງົບປະມານ 45 ຕື້ເອີໂຣ ເພື່ອພັດທະນາກຳລັງການຜະລິດ 3.1 ກິກະວັດໃນສູນຂໍ້ມູນທາງພາກເໜືອຂອງປະເທດຝຣັ່ງພາຍໃນປີ 2031 ຊຶ່ງເປັນການລົງທຶນດ້ານພື້ນຖານໂຄງລ່າງ AI ທີ່ໃຫຍ່ທີ່ສຸດຂອງ SoftBank ໃນເອີຣົບ.
ນອກຈາກນັ້ນ, ບໍລິສັດຍັງລະບຸວ່າ ມີແຜນທີ່ຈະຂະຫຍາຍການພັດທະນາໂຄງການໄປສູ່ພື້ນທີ່ອື່ນໆໃນທົ່ວປະເທດຝຣັ່ງ ເພື່ອສະໜັບສະໜູນບົດບາດຂອງປະເທດໃນຖານະເປັນສູນກາງສຳລັບພື້ນຖານໂຄງລ່າງດີຈີຕອນຮຸ່ນຕໍ່ໄປໃນເອີຣົບ.
ທ່ານ ມາຊາໂຍຊິ ຊົນ ປະທານ ແລະ ຊີອີໂອຂອງ SoftBank ໄດ້ກ່າວວ່າ: AI ກຳລັງເຂົ້າສູ່ຍຸກໃໝ່ ແລະ ບັນດາປະເທດທີ່ສາມາດສ້າງພື້ນຖານໂຄງລ່າງເພື່ອຮອງຮັບການປ່ຽນແປງນີ້ ຈະເປັນຜູ້ກຳນົດອະນາຄົດຂອງເຕັກໂນໂລຊີ, ອຸດສາຫະກຳ ແລະ ສັງຄົມ.
ຄໍາເຫັນ