ວັນທີ 19 ພະຈິກ 2025 ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ຢ້ຽມຢາມໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໂດຍການຕ້ອນຮັບຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ພ້ອມຫົວໜ້າສຶກສາທິການ ແລະ ກິລາເມືອງຈັນທະບູລີ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ສຸກັນດາ ສາລິນທະວົງ ຮອງຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ໄດ້ຕາງໜ້າໃຫ້ຄະນະອໍານວຍການໂຮງຮຽນ ຂໍສະແດງຄວາມຂອບໃຈຢ່າງສຸດໃຈມາຍັງລັດຖະບານຍີ່ປຸ່ນ ສະຖານທູດຍີ່ປຸ່ນ ອົງການ Japan Foundation ທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອໃຫ້ມີການຈັດການຮຽນ-ການສອນພາ ສາຍີ່ປຸ່ນໃນໂຮງຮຽນຂອງພວກເຮົາ ນັບແຕ່ປີ 2015 ໂຮງຮຽນໄດ້ເລີ່ມການຈັດການຮຽນ-ການສອນພາສາຍີ່ປຸ່ນ ແລະ ເລີ່ມແຕ່ປີ 2016 ຈົນຮອດປັດຈຸບັນ ໂຮງຮຽນໄດ້ຕ້ອນຮັບຄູສອນຊ່ວຍພາສາຍີ່ປຸ່ນ(Nihongo partner) ລວມທັງໝົດ 9 ທ່ານ ປັດຈຸບັນ ໂຮງຮຽນພວກເຮົາມີນັກຮຽນທີ່ຮຽນພາສາຍີ່ປຸ່ນປະມານ 24%.
ຄູສອນຊ່ວຍພາສາຍີ່ປຸ່ນ(Nihongo partner)ເຮັດໃຫ້ການຮຽນ-ການສອນມີຊີວິດຊີວາຫຼາຍຂື້ນ ໂຮງຮຽນສາມາດເພີ່ມຫ້ອງຮຽນພາສາຍີ່ປຸ່ນ ພ້ອມກັນນັ້ນ ນັກຮຽນຍັງສາມາດຮຽນກັບເຈົ້າຂອງພາສາໄດ້ທຸກຫ້ອງຮຽນ.
ພ້ອມກັນນີ້ ນັກຮຽນຍັງມີໂອກາດທີ່ດີທີ່ສຸດ ໃນການແລກປ່ຽນຮີດຄອງປະເພນີ ວັດທະນະທໍາ ອັນດີງາມ ແລະ ຍາວນານຂອງປະເທດຍີ່ປຸ່ນໂດຍຜ່ານກິດຈະກໍາອາຫານ ສຽງເພງ ການນຸ່ງຖື ເປັນຕົ້ນ ແຕ່ລະປີໂຮງຮຽນໄດ້ຈັດງານສັບປະດາພາສາສາດ ເພື່ອສ້າງຄວາມເຂັ້ມແຂງໃນ 4 ທັກສະ ການໃຊ້ພາສາ ເຊິ່ງພາສາຍີ່ປຸ່ນກໍໄດ້ຮັບຄວາມສົນໃຈສູງ ນອກນັ້ນ ນັກຮຽນຍັງໄດ້ເຂົ້າຮ່ວມກິດຈະກໍາແຂ່ງເວົ້າພາສາຍີ່ປຸ່ນຈັດຂຶ້ນໂດຍສະຖານທູດຍີ່ປຸ່ນ ນັກຮຽນໄດ້ຮັບທຶນການສຶກສາເພື່ອໄປຮຽນຕໍ່ທີ່ປະເທດຍີ່ປຸ່ນປະມານ 2-3 ຄົນຕໍ່ປີ ແລະ ໄດ້ມີໂອກາດໄປທັດສະນະສຶກສາທີ່ປະເທດຍີ່ປຸ່ນປະມານ 10ຄົນຕໍ່ປີ ພາສາຍີ່ປຸ່ນເປັນທາງເລືອກທີ່ດີໃຫ້ນັກຮຽນໃນການປະກອບອາຊີບ ຫຼື ໄປຮຽນຕໍ່ທີ່ປະເທດຍີ່ປຸ່ນໃນອະນາຄົດ.
ແຫຼ່ງຂ່າວ:ວຽງຈັນໃໝ່
ຄໍາເຫັນ