ສອງຈຸດສອງປະເດັນ ກາຍເປັນຫົວຂໍ້ສຳຄັນ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44

ສອງຈຸດສອງປະເດັນ ກາຍເປັນຫົວຂໍ້ສຳຄັນ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44
ໂດຍ: ສ. ບຸດປະຊາ
          “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແມ່ນຄໍາຂວັນສໍາລັບປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທັງແມ່ນຫົວຂໍ້ຂອງການເປັນປະທານອາຊຽນຂອງພວກເຮົາ ຊຶ່ງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງລາວເຮົາ ໃນປີ 2024 ໄດ້ກ່າວໃນການສຳພາດເມື່ອບໍ່ດົນມານີ້ ເຖິງເຫດຜົນວ່າ ເປັນຫຍັງ ຫົວຂໍ້ດັ່ງກ່າວ ຈຶ່ງຖືກຄັດເລືອກມາເປັນຫົວຂໍ້ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44.
          ຫົວຂໍ້ຂອງການເປັນປະທານອາຊຽນຂອງພວກເຮົາ, ໄດ້ຮັບການຢືນຢັນຈາກ ທ່ານ ສະເຫຼີມໄຊ ກົມມະສິດ ວ່າ: “ມັນສອດຄ່ອງກັບສະພາບທີ່ເກີດຂຶ້ນ ໃນພາກພື້ນ ແລະ ສາກົນ ຢູ່ໃນປັດຈຸບັນ” ຊຶ່ງເນື້ອໃນໃຈຄວາມທີ່ສ່ອງແສງໃຫ້ເຫັນເຖິງເຫດຜົນ ທີ່ຄັດເລືອກເອົາ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເປັນຫົວຂໍ້ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ມີຄື:
ໜຶ່ງແມ່ນ “ການເຊື່ອມໂຍງ-ເຊື່ອມຈອດ”, ອັນນີ້ມັນຖືກກັບໄລຍເວລາ ທີ່ອາຊຽນ ກໍາລັງຈັດຕັ້ງປະຕິບັດ ແຜນແມ່ບົດ ວ່າດ້ວຍການເຊື່ອມຈອດຂອງອາຊຽນ. ລາວເຮົາ, ເປັນປະເທດທີ່ຢູ່ໃຈກາງຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຖິງວ່າພວກເຮົາ ບໍ່ແມ່ນປະເທດ ທີ່ມີຊາຍແດນຕິດຈອດກັບທະເລ, ແຕ່ວ່າ ພວກເຮົາ ແມ່ນຈຸດໃຈກາງ. ສະນັ້ນ, ການເອົາຫົວຂໍ້ ການເຊື່ອມຈອດ ເປັນຫົວຂໍ້ຂອງປະທານອາຊຽນຂອງພວກເຮົາ ມັນຕອບສະໜອງບໍ່ສະເພາະແຕ່ອາຊຽນ, ແຕ່ໃນເວລາດຽວກັນນັ້ນ ໃນຖານະທີ່ພວກເຮົາເປັນປະເທດ ທີ່ບໍ່ມີຊາຍແດນຕິດຈອດທະເລ ມັນກໍ່ຕອບສະໜອງຕໍ່ຈຸດປະສົງ ແລະ ເປົ້າໝາຍວິໄສທັດຂອງພັກ, ຂອງລັດເຮົາ ທີ່ຈະຫັນປະເທດພວກເຮົາ ຈາກທີ່ບໍ່ມີຊາຍແດນຕິດຈອດທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ. ໃນປັດຈຸບັນ, ພວກເຮົາ ກໍມີເສັ້ນທາງລົດໄຟ, ພວກເຮົາ ມີແຜນຈະສ້າງແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ, ແລວເສດຖະກິດ ເໜືອ-ໃຕ້. ທັງໝົດນີ້ ເປັນການປະກອບສ່ວນໂດຍລວມ ຕໍ່ການບັນລຸເປົ້າໝາຍຂອງວິໄສທັດອາຊຽນ ວ່າດ້ວຍການເຊື່ອມໂຍງ ເຊື່ອມຈອດ. ສະນັ້ນ, ຈຸດນີ້ ແມ່ນສອດຄ່ອງກັບສະພາບປັດຈຸບັນທີ່ສຸດ.
ສອງແມ່ນ “ຄວາມເຂັ້ມແຂງ”, ເພີ່ມທະວີ ແລະ ສ້າງຄວາມເຂັ້ມແຂງຂອງອາຊຽນ ໃນສະພາບຂອງໂລກ ທີ່ມີຄວາມຂັດແຍ່ງກັນຫຼາຍດ້ານ. ຄວາມເຂັ້ມແຂງຂອງອາຊຽນ ເປັນສິ່ງສໍາຄັນທີ່ສຸດ ໃນປັດຈຸບັນ, ຖ້າວ່າອາຊຽນ ບໍ່ມີຄວາມເຂັ້ມແຂງ, ອາຊຽນ ບໍ່ມີຄວາມເປັນປຶກແຜ່ນຈິດໜຶ່ງໃຈດຽວ ບໍ່ມີຄວາມເປັນເອກະພາບກັນ, ແນ່ນອນ ຈະມີຜົນກະທົບຕໍ່ບົດບາດຂອງອາຊຽນ ຢູ່ໃນພາກພື້ນ ແລະ ສາກົນ. ຄືພວກເຮົາຮູ້ໃນປັດຈຸບັນນີ້, ອາຊຽນ ເປັນອົງການຈັດຕັ້ງລະຫວ່າງລັດຖະບານ ລະດັບພາກພື້ນອັນໜຶ່ງ ຢູ່ໃນໂລກ ທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ. ບັນດາປະເທດມະຫາອໍານາດໃນໂລກ ແມ່ນຢາກມີການຮ່ວມມືໂດຍກົງກັບອາຊຽນ ແລະ ໄດ້ສະເໜີຂໍເປັນຄູ່ຮ່ວມເຈລະຈາກັບອາຊຽນ. ຖ້າພວກເຮົາມາເບິ່ງບັນດາປະເທດຄູ່ຮ່ວມເຈລະຈາຂອງອາຊຽນ, ປັດຈຸບັນມີ 11 ປະເທດແລ້ວ. ນອກຈາກນັ້ນ, ຍັງມີອີກຫຼາຍປະເທດ ທີ່ສະເໜີຂໍເຂົ້າເປັນຄູ່ຮ່ວມເຈລະຈາຂອງປະເທດອາຊຽນ. ອັນນັ້ນ, ມັນສະແດງໃຫ້ເຫັນວ່າ: ອາຊຽນ ມີຄວາມສໍາຄັນ, ມີບົດບາດຕໍ່ບັນດາປະເທດຕ່າງໆຢູ່ໃນໂລກ ໂດຍສະເພາະ ແມ່ນປະເທດທີ່ໃຫຍ່, ປະເທດມະຫາອໍານາດ. ສະນັ້ນ, ການເພີ່ມທະວີຄວາມເຂັ້ມແຂງຂອງອາຊຽນ ມີຄວາມສໍາຄັນ, ຖ້າວ່າອາຊຽນ ບໍ່ເຂັ້ມແຂງ, ອາຊຽນຈະບໍ່ມີບົດບາດ.
ດັ່ງນັ້ນ, ສອງຈຸດສອງປະເດັນ, ການເຊື່ອມຈອດ ແລະ ການສ້າງຄວາມເຂັ້ມແຂງຂອງອາຊຽນ ຈຶ່ງແມ່ນຫົວຂໍ້ສໍາຄັນທີ່ສຸດ. ຖ້າວ່າລາວ ສາມາດບັນລຸໄດ້ບັນດາເປົ້າໝາຍ ທີ່ເວົ້າມາຂ້າງເທິງນັ້ນ, ໃນເວລາລາວ ເປັນປະທານອາຊຽນ, ຈະເຮັດໃຫ້ລາວ ຍິ່ງມີບົດບາດສໍາຄັນ ຢູ່ໃນພາກພື້ນ ແລະ ສາກົນ, ບັນດາປະເທດໃນໂລກ ກໍຍິ່ງຈະໃຫ້ຄວາມສໍາຄັນ ແລະ ເຫັນວ່າ: “ລາວ” ມີຄວາມສາມາດໃນການເປັນປະທານອາຊຽນ. ສະນັ້ນ, ຫົວຂໍ້ທີ່ລັດຖະບານເຮົາ ເລືອກມາເປັນຫົວຂໍ້ຂອງປະທານອາຊຽນ ຈຶ່ງມີຄວາມສໍາຄັນຄືແນວນັ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ໃນວັນທີ 7 ຕຸລານີ້, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 7-8 ຕຸລາ 2025 ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍລວມຈຳນວນທັງໝົດ 30 ທ່ານ.
ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫວ່າງບໍ່ດົນມານີ້, ທ່ານນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງກະສິກຳ ແລະ ສິ່ງແລ້ວລ້ອມ, ກະຊວງການເງິນ, ສື່ມວນຊົນ ADB - ສື່ມວນຊົນລາວ (ສູນກາງ) ໄດ້ເຄື່ອນໄຫວຢ້ຽມຢາມເບິ່ງຜົນສຳເລັດ ແລະ ຜົນປະໂຫຍດຂອງປະຊາຊົນທີ່ໄດ້ຮັບຈາກໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 GMS2 ຢູ່ແຂວງຫຼວງນໍ້າທາ.
ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຂອງອົງການໃຈກາງປະສານງານວ່າດ້ວຍການຮ່ວມມືທາງອາຍາ ຄັ້ງທີ 4 (The 4th SOM-MLAT) ຂຶ້ນໃນລະຫວ່າງວັນທີ 7-8 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ (ຜູ້ສັງເກດການ), ອອປສ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ກະຊວງ ປກສ, ສານປະຊາຊົນສູງສຸດເຂົ້າຮ່ວມ.
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.
ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈໂຄງການຮ່ວມມືທາງດ້ານວິຊາການເພື່ອແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີຢູ່ ສປປ ລາວ (ໄລຍະ 2 ປີ) ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ຄຳແພງ ຟອງລືຊາ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ແລະ ທ່ານ ຊານໄຊ ພັນທອງວິລິຍະກຸນ ປະທານມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດສໍາເລັດ, ໃນວັນທີ 6 ຕຸລານີ້ ທີ່ທໍານຽບປະທານປະເທດ.
ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຫວ່າງບໍ່ດົນມານີ້, ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ​ເລຂາຄະນະພັກ ປະທານ ສວສສຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ XII ຊຶ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ຣາຊາອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູ ເຈຍ” ໂດຍການເປັນເຈົ້າພາບຂອງຣາຊະບັນດິດສະພາກໍາປູເຈຍ (RAC). ຄະນະປະທານກອງປະຊຸມປະກອບມີ ທ່ານ Sok Touch ປະທານສະພາບັນດິດ ແຫ່ງຣາຊາອານາຈັກກຳປູເຈຍ (RAC), ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ປອ. ດັ້ງ ຊວນ ແທ່ງ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ຊຶ່ງເປັນກຽດເຂົ້າເປັນປະທານເປີດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ແມ່ນ ທ່ານ ບັນດິດ Hing Thoraxy ເລຂາທິການແຫ່ງລັດ ລັດຖະມົນຕີປະຈໍາຫ້ອງການສະພາລັດຖະມົນຕີ, ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດຂອງ 3 ສະຖາບັນ, ມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ, ສະຖາບັນຄົ້ນຄວ້າຕ່າງໆ, ຜູ້ຕາງໜ້າຈາກບັນດາພາກລັດ ແລະ ຂະແໜງການກ່ຽວຂ້ອງ ຂອງຣາຊາອານາຈັກກຳປູເຈຍ ເຂົ້າຮ່ວມ.
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ໃນວັນທີ 2 ຕຸລາ ຜ່ານມາທີ່ ນະຄອນຫຼວງລາຮາວານ, ສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ-ກາແນນ (Miguel Diaz-Canel)ປະທານປະເທດ ແລະ ສະຫາຍ ມານູເອັນ ມາເຣໂຣ ກຣູຊ (Manual Marrero Cruz)ນາຍົກລັດຖະມົນຕີ ແຫ່ງ ສກູບາ, ໃນໂອກາດເດີນທາງຢ້ຽມຢາມ ສກູບາ ຢ່າງເປັນທາງການ ໃນວັນທີ 2-3 ຕຸລາ 2025.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ໃນຕອນບ່າຍວັນທີ 29 ກັນຍາຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76ປີ (1 ຕຸລາ 1949 – 1 ຕຸລາ 2025) ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.
ເພີ່ມເຕີມ