ທ່ານ ບີໂຣລກ່າວ ວ່າ: ວິກິດພະລັງງານຄັ້ງນີ້ ບວກກັບບັນຫາການສະໜອງນ້ຳມັນເຊື້ອໄຟ ແລະ ອາຍແກ໊ສທຳມະຊາດຈາກວິກິດການອູແກຣນ ໄດ້ສ້າງຜົນກະທົບອັນໃຫຍ່ຫຼວງ. ນ້ຳມັນດິບ ແລະ ອາຍແກ໊ສທຳມະຊາດແຫຼວປະມານ 20% ຂອງໂລກ ຖືກຂົນສົ່ງຜ່ານຊ່ອງແຄບຮໍມຸສ. ຫຼັງຈາກສົງຄາມລະຫວ່າງອາເມຣິກາ-ອິສຣາແອນ ກັບ ອີຣານເກີດຂຶ້ນ, ເຮັດໃຫ້ການຂົນສົ່ງຜ່ານທາງຊ່ອງແຄບດັ່ງກ່າວໄດ້ຮັບຜົນກະທົບ ແລະ ເຮັດໃຫ້ຕະຫຼາດພະລັງງານປັ່ນປ່ວນ.
ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ
ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
ຄໍາເຫັນ