ສຸມໃສ່ການຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງແລະ ການສົ່ງອອກ

ສຸມໃສ່ການຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງແລະ ການສົ່ງອອກ

ສຸມໃສ່ການຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງແລະ ການສົ່ງອອກ
ໂດຍ: ສ.ບຸດປະຊາ ໃນທິດທາງແຜນການປີ 2025 ນີ້, ລັດຖະບານ ໂດຍສະເພາະກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີຫຼາຍວຽກງານຈຸດສຸມທີ່ວາງຄາດໝາຍສູ້ຊົນ ໃຫ້ຮັບປະກັນດ້ານສະບຽງອາຫານ ແລະ ເປັນສິນຄ້າເພື່ອສົ່ງອອກ ຊຶ່ງໃນນັ້ນກໍໄດ້ວາງໃຫ້ສຸມໃສ່ຈັດຕັ້ງປະຕິບັດການຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງ ແລະ ສົ່ງອອກ.

 

 

ດ້ານການປູກຝັງແມ່ນສືບຕໍ່ສູ້ຊົນຜະລິດ ພືດສິນຄ້າ ທີ່ມີທ່າແຮງ ແລະ ເປັນບຸລິມະສິດ ໃຫ້ໄດ້ທັງໝົດ 736,010 ເຮັກຕາ ຜົນຜະລິດ 11.27 ລ້ານໂຕນ ເປັນຕົ້ນແມ່ນ ກາເຟ 179,000 ໂຕນ, ສາລີແຂງ 547,300 ໂຕນ, ອ້ອຍ 1.72 ລ້ານ ໂຕນ, ມັນຕົ້ນ 7.48 ລ້ານໂຕນ, ກ້ວຍ 756,000 ໂຕນ, ໝາກໂມ 159,990 ໂຕນ, ພືດປະເພດຖົ່ວ 162,250 ໂຕນ ແລະ ພືດອື່ນໆ; ນອກຈາກນັ້ນ, ກໍສົ່ງເສີມການຜະລິດພືດອື່ນໆຕາມເງື່ອນໄຂຕາມທ່າແຮງ.ຂະນະທີ່ການລ້ຽງສັດ, ສູ້ຊົນຜະລິດ ແລະ ສະໜອງງົວເປັນ ສຳລັບການສົ່ງອອກໃຫ້ບັນລຸ 50,000 ໂຕຕໍ່ປີ ຈະຕ້ອງຮັບປະກັນໃຫ້ມີຝູງແມ່ພັນງົວພັນດີຢ່າງໜ້ອຍ 62,500 ແມ່; ສ້າງໃຫ້ມີສູນຜະລິດນໍ້າເຊື້ອ ແລະ ຂະຫຍາຍແນວພັນງົວຢ່າງໜ້ອຍ 1 ແຫ່ງ; ສົ່ງເສີມການປູກຫຍ້າພັນປັບປຸງ ໃຫ້ບັນລຸ 90,000 ເຮັກຕາ; ຜະລິດ ແລະ ສະໜອງຢາກັນພະຍາດສັດ ໃຫ້ໄດ້ 10 ລ້ານເຂັມ, ຕ້ອງຮັກສາ ສະຖານະພາບເປັນປະເທດປອດພະຍາດ ອະທິວາ ງົວ-ຄວາຍ; ສໍາລັບແນວພັນໝູ ເພື່ອຜະລິດລູກ ສູ້ຊົນໃຫ້ເພີ່ມຈາກ 33,100 ແມ່ ເປັນ 42,800 ແມ່ ເພື່ອຜະລິດໝູຊີ້ນໃຫ້ໄດ້ 941,600 ໂຕ ແມ່ນພຽງພໍຕໍ່ການສະໜອງ ການບໍລິໂພກພາຍໃນ; ສ້າງໃຫ້ມີລະບົບສະໜອງແນວພັນສັດປີກ 20% ຂອງຄວາມຕ້ອງການ; ເພີ່ມການຜະລິດອາຫານສັດຈາກ 60% ໃນປັດຈຸບັນ ໃຫ້ເປັນ 70% ແລະ ໃຫ້ມີການຜະລິດອາຫານປາ ພາຍໃນໃຫ້ກຸ້ມ 25% ຂອງຄວາມຕ້ອງການ, ສູ້ຊົນສະໜອງລູກປາໃຫ້ບັນລຸ 75% ຂຶ້ນໄປຂອງຄວາມຕ້ອງການ.

ເພື່ອໃຫ້ບັນລຸຄາດໝາຍດັ່ງກ່າວ ຕ້ອງໄດ້ມີແຜນການ ແລະ ມາດຕະການ ດຸ່ນດ່ຽງການຜະລິດ ແລະ ການບໍລິໂພກ, ມີການຈັດຕັ້ງການຜະລິດ ເປັນກຸ່ມສະຫະກອນ, ເປັນຟາມແບບຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs)ມີນະໂຍບາຍສົ່ງເສີມການຜະລິດການປຸງແຕ່ງເພີ່ມມູນຄ່າ ແລະ ຄຸນນະພາບ ຂອງຜະລິດຕະພັນ, ການເຂົ້າເຖິງສິນເຊື່ອ ແລະ ຕະຫຼາດ, ການຂົນສົ່ງຈໍລະຈອນ ພ້ອມທັງມີມາດຕະການຊ່ວຍໜູນ ເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດ. ພ້ອມກັນນັ້ນ, ກໍມີແຜນການ ແລະ ມາດຕະການ ຄຸ້ມຄອງພັດທະນາທີ່ດິນກະສິກໍາ, ການພັດທະນາຊົນລະກະເສດ, ມີການຄົ້ນຄວ້າທົດລອງທາງວິທະຍາສາດດ້ານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມທັງ ມີກົນໄກປະສານສົມທົບ ກັບກະຊວງທີ່ກ່ຽວຂ້ອງຢ່າງໜັກແໜ້ນ ແລະ ມີປະສິດທິຜົນ.

ເພື່ອສ້າງມູນຄ່າສິນຄ້ານັ້ນ, ການຜະລິດກໍຕ້ອງຕິດພັນກັບການປຸງແຕ່ງ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ເອົາໃຈໃສ່ໃນການສືບຕໍ່ຊຸກຍູ້ການສົ່ງເສີມຊາວກະສິກອນນໍາໃຊ້ກົນຈັກກະສິກໍາ ເຂົ້າໃນການປູກເຂົ້າ ໃຫ້ໄດ້ 95%; ໃນນັ້ນ, ການປູກສາລີ ໃຫ້ໄດ້ 92%, ປູກມັນຕົ້ນ 92%, ປູກອ້ອຍ 97%, ປູກພືດຜັກ ໃຫ້ໄດ້ 30%;ສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ການຜະລິດແນວພັນເຂົ້າລຸ້ນ3 ໃຫ້ໄດ້ ບໍ່ຫຼຸດ 10,000 ໂຕນ/ປີ ແລະ ຜະລິດແນວ ພັນດີ 30,000 ໂຕນ/ປີ;ສືບຕໍ່ຊຸກຍູ້ສົ່ງເສີມ ຊາວກະສິກອນໃຫ້ນໍາໃຊ້ແນວພັນລຸ້ນ 3 ແລະ ແນວພັນປັບປຸງທີ່ດີ ໃຫ້ໄດ້ 60% ໃນ ຂອບເຂດທົ່ວປະເທດ ໃນນັ້ນການນໍາໃຊ້ແນວພັນລຸ້ນ3 ໃຫ້ເພີ່ມຂຶ້ນ 35%;ສືບຕໍ່ຈັດຝຶກອົບຮົມເຕັກນິກການຜະລິດ ແລະ ການກວດສອບຄຸນນະພາບແນວພັນເຂົ້າລຸ້ນ3 ແລະ ແນວພັນເຂົ້າທີ່ດີ ໃຫ້ແກ່ບັນດາກຸ່ມ ແລະ ພະນັກງານທ້ອງຖິ່ນ ຈໍານວນ 18 ຄັ້ງ ແລະ ຝຶກອົບຮົມການຜະລິດແນວພັນ ພືດຜັກໃຫ້ແກ່ພະນັກງານທ້ອງຖິ່ນ ແລະ ຜູ້ປະກອບການ 6 ຄັ້ງ.

ພ້ອມນີ້, ການຜະລິດເປັນສິນຄ້າ ນອກຈາກຕິດພັນກັບການປຸງແຕ່ງ ກໍຍັງຕ້ອງຕິດພັນກັບການສົ່ງອອກ ຜະລິດສິນຄ້າກະສິກຳ ໃຫ້ຢູ່ໃນມາດຕະຖານຂອງຄູ່ຄ້າທັງພາຍໃນ ແລະ ຕ່າງປະເທດ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ສຸມໃສ່ຊຸກຍູ້ການຜະລິດ ຄຽງຄູ່ກັບການເຈລະຈາເຕັກນິກເປີດຕະຫຼາດ ແລະ ການສົ່ງອອກ ຊຶ່ງໃນປີນີ້ ກໍໄດ້ວາງຄາດໝາຍສູ້ຊົນ ເຮັດໃຫ້ມູນຄ່າການສົ່ງອອກຜະລິດຕະພັນດ້ານກະສິກໍາ ແລະ ປ່າໄມ້ ໃຫ້ໄດ້ 1,500 ລ້ານໂດລາ;ໃນນັ້ນ, ພືດ ແລະ ຜະລິດຕະພັນພືດ 1,100 ລ້ານໂດລາ, ສັດ ແລະ ຜະລິດຕະພັນສັດ 100 ລ້ານໂດລາ ແລະ ໄມ້, ຜະລິດຕະພັນໄມ້, ຢາງພາລາ ແລະ ເຄື່ອງປ່າຂອງດົງ 300 ລ້ານໂດລາ, ໂດຍການກໍານົດໂຄງປະກອບການຜະລິດກະສິກໍາ ໃນດ້ານການປູກຝັງ ແລະ ລ້ຽງສັດ ເປັນຕົ້ນບັນດາລາຍການສິນຄ້າ ທີ່ໄດ້ເຊັນສັນຍາກັບປະເທດຄູ່ຄ້າ ເພື່ອສົ່ງອອກແລ້ວ; ຮັບປະກັນມີສິນຄ້າ ກະສິກໍາ ທີ່ສະອາດ, ປອດໄພ ຈໍລະຈອນພາຍໃນ ແລະ ມີສ່ວນສົ່ງອອກຕ່າງປະເທດ, ໂດຍແຕ່ລະແຂວງ ມີໂຄງປະກອບການຜະລິດກະສິກໍາ ຕາມສະພາບທ່າແຮງຂອງທ້ອງຖິ່ນ, ມີການກໍານົດຈຸດສຸມເຂດຜະລິດສະເພາະຈະແຈ້ງ.

ພ້ອມດຽວກັນນັ້ນ, ກໍຈະສຸມໃສ່ ສືບຕໍ່ເຈລະຈາດ້ານສຸຂານາໄມ ພືດ ແລະ ສັດ (SPS) ກັບປະເທດຄູ່ຄ້າເຊັ່ນ: ສປ ຈີນ 21 ລາຍການ (ພືດ 19 ແລະ ສັດ 2 ລາຍການ) ເປັນຕົ້ນແມ່ນ ຖົ່ວລຽນ, ໝາກລໍາໄຍ, ໝາກມີ້, ໝາກມັງກອນ ແລະ ອື່ນໆ; ສສຫວຽດນາມ 4 ລາຍການ (ກາເຟ, ຢາງພາລາ, ຖົ່ວດິນ, ໃບຢາສູບ) ແລະ ປະເທດໄທ 5 ລາຍການ (ໝາກມັງກອນ, ໝາກນັດ, ເປືອກຕົ້ນຢາສູບ, ໝາກສະຕໍເບີລີ້ ແລະ ແກ່ນຖົ່ວດິນ); ສືບຕໍ່ເຈລະຈາດ້ານສຸຂານາໄມ ເພື່ອສົ່ງອອກຜະລິດຕະພັນຊີ້ນ ແລະ ປາ ກັບ ສປ ຈີນ ແລະ ສສ ຫວຽດນາມ.ສໍາລັບການສົ່ງອອກສັດໃຫຍ່ ສູ້ຊົນສົ່ງອອກໃຫ້ບັນລຸ 50,000 ໂຕຕໍ່ປີ, ຜະລິດນໍ້ານົມງົວ ໃຫ້ໄດ້ 50,000 ໂຕນແລະ ຈະສືບຕໍ່ເຈລະຈາເປີດຕະຫຼາດຜະລິດຕະພັນຊີ້ນ ໃຫ້ສໍາເລັດ; ຈະສຸມໃສ່ຈັດຕັ້ງປະຕິບັດໃນເຂດຈຸດສຸມບຸລິມະສິດ ໂດຍສະເພາະແມ່ນເຂດຕາມແລວທາງລົດໄຟ ລາວ-ຈີນ ແລະ ບັນດາແຂວງ ທີ່ມີທ່າແຮງ ແລະ ມີຖານການຜະລິດ ພ້ອມທັງເລັ່ງສຸມໃສ່ ສືບຕໍ່ເຈລະຈາ ກ່ຽວກັບການສົ່ງອອກຜະລິດຕະພັນຊີ້ນ (ຊີ້ນແຫ້ງ, ຊີ້ນແຊ່ແຂງ....) ເພື່ອຮອງຮັບໃຫ້ແກ່ຜູ້ປະກອບການ ທີ່ໄດ້ເຊັນສັນຍາ ກ່ຽວກັບ ໂຄຕ້າ ກັບ ຄູ່ຄ້າ ຝ່າຍຈີນແລ້ວນັ້ນ.

(ພາບປະກອບໂຫຼດຈາກອອນລາຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ