ສຸມໃສ່ຂະບວນການຫຼາຍດ້ານ ເພື່ອກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ສຸມໃສ່ຂະບວນການຫຼາຍດ້ານ ເພື່ອກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ໂດຍ: ບິກໄຊ ສົມພູ
ກອງບັນຊາການທະຫານແຂວງວຽງຈັນ ແມ່ນກຳລັງປະກອບອາວຸດທ້ອງຖິ່ນໜຶ່ງທີ່ຢູ່ໃນລະບົບໂຄງປະກອບການຈັດຕັ້ງຂອງກອງທັບປະຊາຊົນລາວເຮັດໜ້າທີ່ເປັນເສນາທິການໃຫ້ແກ່ກະຊວງປ້ອງກັນປະເທດ ແລະ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງວຽງຈັນ, ມີຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານ ແລະ ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ທັງຮັບປະກັນເຮັດໃຫ້ທ້ອງຖິ່ນແຂວງມີຄວາມສະຫງົບຢ່າງໜັກແໜ້ນ.ດັ່ງນັ້ນ, ເພື່ອກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ ແລະ ມີຜົນສຳເລັດເປັນຢ່າງດີ, ພາຍຫຼັງໄດ້ຮັບຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ, ຄຳສັ່ງແນະນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນໄດ້ຊຸກຍູ້ສ້າງຂະບວນການຫຼາຍດ້ານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອຂໍ່ານັບຮັບຕ້ອນວັນທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດຂອງກອງທັບເຮົາ.
ສະຫາຍ ພັນເອກ ບຸນຜອງ ບຸດທະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນໃຫ້ຮູ້ວ່າ: ໂດຍເຊື່ອມຊຶມບັນດາຄຳສັ່ງແນະນຳດັ່ງກ່າວຄະນະພັກ-ຄະນະບັນຊາ, ກອງບັນຊາການທະຫານແຂວງໄດ້ເປີດກອງປະຊຸມແຕ່ງຕັ້ງຄະນະຊີ້ນຳລວມ ແລະ ອະນຸກຳມະການດ້ານຕ່າງໆຢູ່ກອງບັນຊາການ ແລະ ໄດ້ມອບໝາຍໜ້າທີ່ໃຫ້ບັນດາອະນຸກຳມະການພາກສ່ວນຕ່າງໆສ້າງແຜນການເຄື່ອນໄຫວມາຮອດປັດຈຸບັນໄດ້ເປີດກອງປະຊຸມຈັບມືແຂ່ງຂັນສ້າງຂະບວນການໄລຍະສັ້ນພາຍໃຕ້ຄຳຂວັນຮັກຊາດ ແລະ ພັດທະນາ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍຕິດພັນກັບການຈັດຕັ້ງປະຕິບັດວຽກງານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງວາງອອກ. ໃນນີ້ວຽກງານຂະບວນການທີ່ພົ້ນເດັ່ນແມ່ນໄດ້ສຸມໃສ່ເຮັດວຽກງານຮັບປະກັນໃຫ້ສະພາບມີຄວາມສະຫງົບໄດ້ຈັດຕັ້ງເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ 7 ບ້ານເປົ້າໝາຍຂອງເມືອງກາສີ, 7 ບ້ານລຽບຕາມຊາຍແດນຂອງເມືອງໝື່ນ ເພື່ອປຸກລະດົມອົງການປົກຄອງທ້ອງຖິ່ນເຂົ້າຮ່ວມເຮັດວຽກງານປ້ອງກັນຊາດ, ຜ່ານການຈັດຕັ້ງປະຕິບັດເຫັນວ່າຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ ແລະ ສາມາດສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນໄດ້ 4 ກຸ່ມບ້ານ, ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 76 ບ້ານ,21.776 ຄອບຄົວ, ສ້າງບ້ານແຮກສ່ຽວໄດ້ 8 ບ້ານມີ 7 ກົມກອງ; ຈັດຕັ້ງອົບຮົມຫັດແອບການເມືອງການທະຫານໃຫ້ກຳລັງກອງຫຼອນກອງປ້ອງກັນຕົວໄດ້ 32 ກອງຮ້ອຍ. ນອກນີ້ຍັງໄດ້ອົບຮົມວຽກງານສຶກສາປ້ອງກັນຊາດໃຫ້ບັນດາວິທະຍາໄລ, ບັນດາໂຮງຮຽນມັດທະຍົມຕົ້ນ-ມັດທະຍົມປາຍ 50 ຄັ້ງ, ມີຜູ້ເຂົ້າຮ່ວມ 9.472 ຄົນ; ຍິງ 4.358 ຄົນ, ໄປຄຽງຄູ່ກັນນີ້ວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດກໍໄດ້ເອົາໃຈໃສຢ່າງໃກ້ຊິດຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບມີສູນບັນຊາເປັນໃຈກາງ, ມີຄະນະປະຈຳການ, ສິດປະຈຳການແຕ່ລະຂັ້ນ, ມີກຳລັງປະຈຳການວັດຖຸ, ພາຫະນະ, ອາວຸດກະສຸນກຽມພ້ອມສູ້ຮົບ, ຈັດຕັ້ງຕາໜ່າງສືບຂ່າວຕິດຕາມກຳແໜ້ນສະພາບຮອບດ້ານ ແລະ ປະຕິບັດລະບອບສ່ອງແສງປະຈຳວັນໄດ້ປົກກະຕິຮັບປະກັນແກ້ໄຂສະພາບທີ່ເກີດຂຶ້ນທັນເວລາ.
ວຽກງານປັບປຸງກໍ່ສ້າງກຳລັງ ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບຢ່າງທົ່ວເຖິງທຸກເປົ້າໝາຍ ໂດຍຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ນິຕິກຳຕ່າງໆໄປຄຽງຄູ່ກັບການຈັດຕັ້ງປາຖະກະຖາມູນເຊື້ອວັນສຳຄັນຂອງພັກ-ຂອງຊາດຂອງກອງທັບ ຕິດພັນກັບການຊຸກຍູ້ສ້າງກອງຕົວແບບ, ສ້າງນັກຮົບ-ກອງວັດທະນະທຳ ຊຶ່ງໄດ້ປະກາດຮັບຮອງກອງບັນຊາການທະຫານເມືອງແກ້ວອຸດົມເປັນສະໄໝທີ 2 ແລະ ກອງຮ້ອຍທະຫານຊາຍແດນ 232 ສະໄໝທີ 1; ວຽກງານກໍ່ສ້າງພັກ-ພະນັກງານ, ຄະນະພັກໄດ້ເອົາໃຈໃສ່ໃນການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ, ປັບປຸງການຈັດຕັ້ງພັກແຕ່ລະຂັ້ນໃຫ້ປອດໃສ, ເຂັ້ມແຂງ ໜັກແໜ້ນ, ປັດຈຸບັນທົ່ວກອງບັນຊາການທະຫານແຂວງມີ 22 ຄະນະພັກຮາກຖານ, ມີ 8 ໜ່ວຍພັກເອກະລາດ; ມີ 77 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ; ໄດ້ຮັບຮອງໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ 43 ໜ່ວຍພັກ. ມີສະມາຊິກພັກແຂງ 1.450 ສະຫາຍ ຍິງ 209 ສະຫາຍ; ກາງ 38 ສະຫາຍ; ວຽກງານພະນັກງານ: ຄະນະພັກ-ຄະນະບັນຊາໄດ້ມີຄວາມພະຍາຍາມຍົກສູງຄຸນນະພາບຂອງພະນັກງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນໂດຍເອົາໃຈໃສ່ໃນການກໍ່ສ້າງ ແລະ ບຳລຸງທັງ 3 ລຸ້ນ 3 ປະເພດ ຕິດພັນກັບການສັບຊ້ອນມອບໝາຍໜ້າທີ່ ແລະ ປະຕິບັດນະໂຍບາຍຢ່າງສົມເຫດສົມຜົນດ້ວຍຫຼາຍຮູບ, ຫຼາຍວິທີ, ວຽກງານອົງການຈັດຕັ້ງມະຫາຊົນ ໄດ້ເອົາໃຈໃສ່ຊີ້ນຳແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ, ອົງການດັ່ງກ່າວໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ, ວຽກງານອົບຮົມຫັດແອບ, ປັບປຸງລະບຽບແບບແຜນ: ໄລຍະຜ່ານມາໄດ້ເອົາໃຈໃສ່ຊີ້ນຳບັນດາກົມກອງຈັດຕັ້ງອົບຮົມການເມືອງ, ການທະຫານ ແລະ ວິຊາສະເພາະປະຈໍາປີ ຕາມຄຳສັ່ງແນະນຳຂອງກົມໃຫຍ່ເສນາທິການກອງທັບ ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດບັນລຸໄດ້ 83,87%, ອົບຮົມກໍ່ສ້າງນາຍສິບ 2 ຊຸດຈຳນວນ 230 ສະຫາຍ, ອົບຮົມທະຫານໃໝ່ 4 ຊຸດຈຳນວນ 519 ສະຫາຍ. ວຽກງານພະລາທິການ ພື້ນຖານແມ່ນປະຕິບັດຕາມທິດຊີ້ນຳ ແລະ ການຕອບສະໜອງຈາກຂັ້ນເທິງ ໂດຍສະເພາະແມ່ນຮັບປະກັນເງິນເດືອນ, ເຂົ້າກິນ, ເຄື່ອງນຸ່ງຫົ່ມ ແລະ ນໍ້າມັນເຊື້ອໄຟ, ອັນພົ້ນເດັ່ນແມ່ນໄດ້ເອົາໃຈໃສ່ໃນການປັບປຸງພື້ນຖານໂຄງລ່າງ ໂດຍສຸມໃສ່ກໍ່ສ້າງ ແລະ ປັບປຸງສະຖານທີ່ຄ້າຍຄູ, ສໍານັກງານ, ອົງການ, ກົມກອງດ້ວຍການປະຢັດມັດທະຍັດ ແລະ ສົມທັບກັບທຶນຂອງຂັ້ນເທິງສະໜອງໃຫ້. ນອກນັ້ນ ບັນດາກົມກອງໄດ້ປັບປຸງກໍ່ສ້າງຄ້າຍຄູດ້ວຍທຶນຂອງຕົນ ແລະ ທຶນສົມທົບຈຳນວນໜຶ່ງ ພ້ອມທັງສຸມໃສ່ການຜະລິດ, ປູກຝັງລ້ຽງສັດ ແລະ ບໍລິການອື່ນໆຕາມເງື່ອນໄຂ ແລະ ທ່າແຮງຂອງກົມກອງ.ວຽກງານຮັບປະກັນເຕັກນິກໄດ້ເອົາໃຈໃສ່ຊີ້ນຳ-ນຳພາຢ່າງເປັນປົກກະຕິ ໂດຍສະເພາະແມ່ນການຟື້ນຟູ, ຄຸ້ມຄອງບົວລະບັດຜັດເຊັດ ສ້ອມແປງພາຫະນະ, ອາວຸດກະສຸນ ທີ່ຂັ້ນເທິງປະກອບໃຫ້ໆນຳໃຊ້ໄດ້ຍາວນານ ແລະ ຮັບປະກັນຄວາມປອດໄພ, ວຽກງານການພົວພັນຮ່ວມມືກັບສາກົນ ໂດຍພື້ນຖານແມ່ນໄດ້ເຊື່ອມຊຶມກຳແໜ້ນແນວທາງການຕ່າງປະເທດຂອງພັກຢ່າງຖືກຕ້ອງ ແລະ ປະຕິບັດຂຶ້ນແຜນການພົວພັນຮ່ວມມືກັບກອງທັບເພື່ອນມິດຍຸດທະສາດ ສສ ຫວຽດນາມ ຕາມແຜນການອະນຸສັນຍາແຕ່ລະປີ.
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີທີ່ຈະມາເຖິງນີ້ ໃນນາມຕາງໜ້າຄະນະພັກ-ຄະນະບັນຊາ, ຂໍສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນໄຊອັນປະເສີດມາຍັງບັນດາທ່ານນາຍ ແລະພົນທະຫານທຸກທົ່ວໜ້າຈົ່ງມີສຸຂະພາບແຂງແຮງເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີຜົນສຳເລັດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ