ສູນແຈ້ງເຫດ-ສັ່ງການ 1195 ມີຄວາມພ້ອມຮອບດ້ານ ເພື່ອບໍລິການຄົນເຈັບໂດຍບໍ່ເສຍຄ່າ

ສູນແຈ້ງເຫດ-ສັ່ງການ 1195 ມີຄວາມພ້ອມຮອບດ້ານ ເພື່ອບໍລິການຄົນເຈັບໂດຍບໍ່ເສຍຄ່າ
ໂດຍ: ວັນເພັງ
ປັດຈຸບັນສູນຮັບແຈ້ງເຫດ-ສັ່ງການ ຫຼື ສູນ CCC ສາຍດ່ວນ 1195 ມີຄວາມພ້ອມຮອບດ້ານ ເພື່ອບໍລິການຄົນເຈັບເວລາເກີດອຸບັດເຫດ ຫຼື ເກີດເຫດສຸກເສີນ ໃນໄລຍະບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນປະຈຳປີ 2023 ນີ້ ໂດຍບໍ່ເສຍຄ່າ ໂດຍສະເພາະການບໍລິການນໍາສົ່ງຄົນເຈັບໃຫ້ມາເຖິງໂຮງໝໍຕາມຈຸດໝາຍປາຍທາງໃຫ້ທັນເວລາ.
ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 26 ຕຸລານີ້ວ່າ: ປັດຈຸບັນ ສູນ CCC ມີຄວາມພ້ອມຮອບດ້ານ ໃນການທີ່ຊ່ວຍເຫຼືອ, ເບິ່ງ ແຍງຄົນເຈັບຜູ້ທີ່ເກີດອຸບັດເຫດຕາມທ້ອງຖະໜົນໃນໄລຍະງານບຸນດັ່ງກ່າວ ແລະ ອື່ນໆ ເປັນຕົ້ນມີຄວາມພ້ອມດ້ານບຸກຄະລາກອນ (ພະນັກງານກູ້ໄພ), ມີທີມແພດໝໍ, ລົດພາຫະນະ (ລົດກູ້ໄພ) ພ້ອມໃຫ້ບໍລິການພຽງພໍ ເພື່ອຊ່ວຍປິ່ນປົວຄົນເຈັບໃນເບື້ອງຕົ້ນທີ່ເກີດອຸບັດເຫດ ແລະ ນໍາສົ່ງຄົນເຈັບເຖິງໂຮງໝໍໃຫ້ທັນເວລາ. 
ສູນ CCC ເປັນສູນຮັບແຈ້ງເຫດການສຸກເສີນ ແຫ່ງດຽວໃນ ສປປ ລາວ ທີ່ຂຶ້ນກັບໂຮງໝໍມິດຕະພາບໂດຍກົງ ແລະ ມີສະຖານທີ່ຕັ້ງຢູ່ໂຮງໝໍມິດຕະພາບ ໂດຍມີພາລະບົດບາດໃນການສັ່ງການໃຫ້ລົດກູ້ໄພຂອງ 5 ໜ່ວຍງານອອກຮັບເຫດ ໃນ ນວ ມີ: ໜ່ວຍກູ້ໄພຊ່ວຍເຫຼືອຄົນທຸກຍາກ  1623, ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1624, ໜ່ວຍກູ້ໄພກາແດງ 1625, ໜ່ວຍກູ້ໄພມູນນິທິຈີນ 1628, ໜ່ວຍກູ້ໄພຮ່ວມໃຈ 1630. ພ້ອມນັ້ນ, ການກໍ່ຕັ້ງສູນດັ່ງກ່າວຂຶ້ນມາ ຍ້ອນໃນໄລຍະຜ່ານມາ ມີອົງການຈັດຕັ້ງຈໍານວນຫຼາຍທີ່ໃຫ້ບໍລິການສຸກເສີນນອກໂຮງໝໍເປັນຕົ້ນ ການນຳສົ່ງຄົນເຈັບອຸບັດເຫດ ແລະ ການປະຖົມພະຍາບານນອກໂຮງໝໍແມ່ນປະກອບດ້ວຍ ອາສາສະໝັກສ່ວນບຸກຄົນ, ແຕ່ລະໜ່ວຍງານ ແມ່ນມີເບີໂທສຸກເສີນທີ່ແຕກຕ່າງກັນ. ດັ່ງນັ້ນ, ລົດກູ້ໄພຫຼາຍຄັນຈຶ່ງມັກຈະຖືກສົ່ງຊ້ຳຊ້ອນໄປຈຸດເກີດເຫດບ່ອນດຽວກັນໃນເວລາດຽວກັນ ຊຶ່ງເຮັດໃຫ້ພົບບັນຫາ ແລະ ຄວາມຫຍຸ້ງຍາກໃນການນໍາສົ່ງຄົນເຈັບໄປຍັງສະຖານທີ່ບໍລິການ. ສູນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກປະເທດຍີ່ປຸ່ນ ຊຶ່ງເປັນສ່ວນໜຶ່ງຂອງໂຄງການຮ່ວມມືໄຈກາ (JICA) ທີ່ມີຊື່ວ່າໂຄງການຢຸດຕິການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດຕິເຫດ ໂດຍການພັດທະນາບໍລິການການແພດສຸກເສີນ ແລະ ມາດຕະການຄວາມປອດໄພຕາມທ້ອງຖະໜົນ (ໂຄງການSAFER). ອົງການຈັດຕັ້ງທີ່ມີບົດບາດສໍາຄັນໃນໂຄງການນີ້ແມ່ນໂຮງໝໍມິດຕະພາບ, ມະຫາວິທະຍາໄລ Tsukuba (ຍີ່ປຸ່ນ) ແລະ ສະຖາບັນຄົ້ນຄວ້າລະບົບສັງຄົມຂອງຍີ່ປຸ່ນ (JRISS). ໂຄງການນີ້ຍັງໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນຍີ່ປຸ່ນ JICA ແລະ ໂຮງໝໍມິດຕະພາບ ຊຶ່ງເປັນພາກສ່ວນທີ່ມີບົດບາດຫຼັກໃນໂຄງການນີ້ເຊັ່ນດຽວກັນ. ພ້ອມນັ້ນ, ສູນ CCC  ຍັງມີພາລະບົດບາດສຳຄັນຫຼາຍ ສ້າງຂຶ້ນເພື່ອປະສານງານ ແລະ ອໍານວຍຄວາມສະດວກໃນການນຳສົ່ງຄົນເຈັບໃຫ້ມີປະສິດທິພາບ. ນອກນີ້, ການເອົາລະບົບສະໜັບສະໜູນວຽກງານການແພດສຸກເສີນ (EMS Support System, ລະບົບ ESS) ເຂົ້າມານຳໃຊ້ ໃນສູນ CCC ແມ່ນ ຍັງສາມາດຊ່ວຍໃຫ້ໂຮງໝໍກາງ 3 ແຫ່ງຄື: ໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິຣາດ, ໂຮງໝໍມະໂຫສົດ ແລະ ໜ່ວຍກູ້ໄພ 5 ໜ່ວຍ ຍັງສາມາດສົ່ງຕໍ່ (Share) ຂໍ້ມູນຜູ້ບາດເຈັບ ແລະ ເຈັບປ່ວຍ. ໃນນັ້ນ, ທີ່ຕັ້ງຂອງລົດກູ້ໄພ ພ້ອມທັງສາມາດອອກມາດຕະການທີ່ມີປະສິດທິພາບໂດຍການວິເຄາະຂໍ້ມູນທີ່ສະສົມໃນລະບົບໄດ້. ສະນັ້ນ, ຈະເປັນຜົນດີເຮັດໃຫ້ໄລຍະເວລາທີ່ໃຊ້ທັງໝົດໃນການນຳສົ່ງຄົນເຈັບກໍຈະສັ້ນລົງ ແລະ ບັນດາໂຮງໝໍກໍຈະມີເວລາໃນການກະກຽມການປິ່ນປົວສຳລັບຄົນເຈັບທີ່ຈະຖືກສົ່ງມາຢ່າງມີປະສິດຕິພາບ ທັງຫຼຸດຜ່ອນການເສຍຊີວິດກໍຄືການປິ່ນປົວຄົນເຈັບໃຫ້ທັນເວລາຫຼັງຄົນເຈັບເກີດອຸບັດເຫດລວມທັງໄລຍະການນຳສົ່ງມາໂຮງໝໍໃຫ້ທັນເວລາ.
ທ່ານ ສອນໄຊ ລາດຊະວົງ ຍັງຝາກເຖິງທຸກທ່ານທົ່ວສັງຄົມ ກໍຄືປະຊາຊົນທຸກທົ່ວໜ້າ ທີ່ໃຊ້ລົດໃຊ້ຖະໜົນຮ່ວມກັນ ໃນໄລຍະບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່ານວັດຈັນ ກໍຄືໄລຍະເວລາໃດກໍຕາມ ຈົ່ງພ້ອມກັນມີສະຕິ, ຮູ້ຈັກຜ່ອນສັ້ນ-ຜ່ອນຍາວໃຫ້ກຽດຊຶ່ງກັນ ແລະ ກັນ, ຄອຍໄປຄອຍມາ. ແນນອນແລ້ວຖ້າເກີດອຸບັດເຫດແລ້ວຈະນຳຄວາມສູນເສຍທາງດ້ານຊັບສິນ, ເສຍເວລາ, ພາຫະນະເປ່ເພ່, ບາດເຈັບ ແລະ ເສຍຊີວິດຕາມມາ. ພ້ອມນັ້ນ, ຖ້າຫາກເກີດມີອຸບັດເຫດຕ້ອງໂທຫາ ສູນຮັບແຈ້ງເຫດ-ສັ່ງການ ສາຍດ່ວນ 1195 ຈະມີພະນັກງານຢູ່ປະຈຳ, ມີພະນັກງານຮັບສາຍໂທລະ ສັບ ພ້ອມໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ. 

ຄໍາເຫັນ

ຂ່າວສາທະລະນະສຸກ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ (ກດສ) ໄດ້ມອບລົດຈຳນວນ 3 ຄັນ ໃຫ້ແກ່ອົງການກາແດງແຫ່ງ ຊາດລາວ (ກດລ) ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືຢ່າງຕໍ່ເນື່ອງພາຍໃຕ້ “ໂຄງການການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຂອງອົງ ການກາແດງແຫ່ງຊາດລາວ ສຳລັບໄລຍະ 2025 – 2028”
ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ  ເປັນບັນຫາສໍາຄັນ

ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ເປັນບັນຫາສໍາຄັນ

ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
6 ເດືອນຕົ້ນປີ ໂຮງໝໍມິດຕະພາບມີຄົນເຈັບມາຮັບບໍລິການກວດເຂດນອກ 95,806 ເທື່ອຄົນ

6 ເດືອນຕົ້ນປີ ໂຮງໝໍມິດຕະພາບມີຄົນເຈັບມາຮັບບໍລິການກວດເຂດນອກ 95,806 ເທື່ອຄົນ

ໂຮງໝໍມິດຕະພາບໄດ້ຈັດພິທີສະຫຼຸບການນໍາພາຈັດຕັ້ງປະຕິບັດວຽກງານຂອງຄະນະພັກຮາກຖານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ປາຖະກະຖາວັນສາທາລະນະສຸກ (ວັນແພດລາວ ຄົບ ຮອບ 60 ປີ) ຂຶ້ນໃນວັນທີ 4 ກໍລະກົດນີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ສອນໄຊ ລາດຊະວົງ ກໍາມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີຄະນະອໍານວຍການໂຮງໝໍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະພະແນກ, ທ່ານໝໍ, ພະຍາບານເຂົ້າຮ່ວມ.
ໂຮງຮຽນສາທາລະນະສຸກວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ

ໂຮງຮຽນສາທາລະນະສຸກວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ

ໂຮງຮຽນສາທາລະນະສຸກວຽງຈັນ ເມືອງວຽງຄໍາ ແຂວງວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ ເພື່ອແກ້ໄຂບຸກຄະລາກອນທາງການແພດໃນຂົງເຂດວຽກງານສາທາລະນະສຸກ ກໍຄືພະຍາບານຜະດຸງຄັນໃນອະນາຄົດ. ທ່ານ ນາງ ແຜວຄໍາ ອິນທະວົງ ຫົວໜ້າໜ່ວຍງານຄຸ້ມຄອງນັກສຶກສາ ຄູສອນພະຍາບານ ແລະ ພະຍາບານຜະດຸງຄັນ ໂຮງຮຽນສາທາລະນະສຸກວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 2 ກໍລະກົດ ​ຜ່ານມານີ້ ທີ່ໂຮງຮຽນດັ່ງກ່າວວ່າ: ໂຮງຮຽນສາທາລະນະສຸກວຽງຈັນ ໄດ້ເລີ່ມເປີດການຮຽນ-ການສອນມາແຕ່ປີ 2004 ມີໜ້າທີກໍ່ສ້າງບຸກຄະລາກອນສາທາລະນະສຸກໃນລະດັບຊັ້ນສູງ ມີທັງພະນັກງານຮຽນເຊື່ອມຕໍ່ ແລະ ນັກສຶກສາສາຍກົງ ຫຼື ຮຽນຈົບ ມ7.
ໂຮງໝໍແຂວງວຽງຈັນ ຖືເອົາວຽກງານບໍລິການຮັກສາສຸຂະພາບຈະເລີນພັນເປັນບັນຫາສໍາຄັນ

ໂຮງໝໍແຂວງວຽງຈັນ ຖືເອົາວຽກງານບໍລິການຮັກສາສຸຂະພາບຈະເລີນພັນເປັນບັນຫາສໍາຄັນ

ໂດຍ: ວັນເພັງ ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ. ທ່ານ ວົງເທວີ ຈັນຄໍາມະວົງ ຜູ້ອໍານວນການໂຮງໝໍແຂວງວຽງຈັນ ໄດ້ໃຫ້ສໍາພາດກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານຮັກສາສຸຂະພາບ ແລະ ສຸຂະພາບຈະເລີນພັນໄລຍະຜ່ານມາຕໍ່ສື່ມວນຊົນ ໃນວັນທີ 1 ກໍລະກົດ ຜ່ານມານີ້.
ຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ

ຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ

ໂດຍ: ວັນເພັງ ໃນໂອກາດພິທີມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່ ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ກະຊວງສາທາລະນະສຸກ. ທ່ານບຸນແຝງ ພູມມະໄລສິດ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນລາຍງານການຊີ້ນໍາ-ນໍາພາວຽກງານຮອບດ້ານ ໄລຍະຜ່ານມາຂອງຂະແໜງສາທາລະນະສຸກຕໍ່ພິທີດັ່ງກ່າວ ໂດຍສະເພາະໃນໄລຍະຜ່ານມາຂະແໜງສາທາລະນະສຸກປະຕິບັດຫຼາຍວຽກງານມີຜົນສໍາເລັດເປັນຢ່າງດີ.
ເລົ່າງາມສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2025.

ເລົ່າງາມສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2025.

ເນື່ອງໃນໂອກາດວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາພາຍໃຕ້ຄຳຂວັນ “ໃຫ້ເລືອດ, ໃຫ້ຄວາມຫວັງ, ຮ່ວມໃຈກັນຊ່ວຍຊີວິດ”. ໃນຕອນເຊົ້າຂອງວັນທີ 26 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2025ຂຶ້ນ ໂດຍການເປັນປະທານຂອງທ່ານ ຄຳຫວັນ ສີສະໝຸດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງຜູ້ຊີ້ນຳວຽກງານ ວັດທະນະທຳ-ສັງຄົມ, ມີທ່ານ ຈັນໂທ ກຸນລະວົງ ຮອງຫົວໜ້າອົງການກາແດງ ແຂວງສາລະວັນ,ພະອາຈານ ລິນທອງ ຄຳສະຫວ່າງຄະນະປະຈຳ ອພສ ເມືອງ ຫົວໜ້າຫ້ອງການບໍລິຫານ ອພສ ເມືຶອງ.
ເພີ່ມເຕີມ