ຫົວໜ້າການທະຫານສູນຝຶກອົບຮົມ, ສະຫາຍພັນໂທ ສີພົນ ແສງຄໍາ ຫົວໜ້າການເມືອງ ສູນຝຶກອົບຮົມ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານນັກຮົບ ຕະຫຼອດຮອດນັກຮຽນນາຍສິບທົ່ວສູນຝຶກເຂົ້າຮວມ.
ສະຫາຍ ພັນໂທ ບຸນເກີນ ເຄືອນວັນໄທ ໄດ້ຂຶ້ນສະຫຼຸບລາຍງານໂດຍຫຍໍ້ຜ່ານການຈັດຕັ້ງປະຕິບັດແຜນວຽກໃນໄລຍະ 1 ເດືອນຜ່ານມາ ແລະ ວາງທິດທາງແຜນການໃນເດືອນຕໍ່ໜ້າ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນດ້ານດີ, ຂໍຄົງຄາງ ແລະ ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາໂດຍປີ້ນອ້ອມຕາມ 4 ໜ້າທີ່ໃຫ່ຍ 26 ແຜນງານ ຂອງກະຊວງປ້ອກັນປະເທດວາງອອກ, ຄຽງຄູ່ກັບການປະຕິບັດບັນດາຂໍ້ກໍານົດ, ກົດລະບຽບ ແລະ ບັນດາແຜນວຽກແຕ່ລະຂັ້ນ, ການຮຽນ-ການສອນຂອງຄູ-ອາຈານ, ການຄົ້ນຄວ້າຊອກຮູ້ຮໍ່າຮຽນຂອງນັກຮຽນກໍ່ສ້າງນາຍສິບຊຸດທີ6 ແລະ ອື່ນໆ.
(ຮູບ: ສຸວິໄລ ຄໍາສະຫວັນ)
ຄໍາເຫັນ