ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ໃນວັດທະນະທຳຈີນ, ມ້າເປັນສັນຍາລັກແຫ່ງຄວາມສະຫງ່າອົງອາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຕົນເອງຢ່າງບໍ່ລົດລະ ຊຶ່ງສະແດງໃຫ້ເຫັນເຖິງການກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ ແລະ ຍາວໄກ ກໍຄືອະນາຄົດອັນຈະເລີນຮຸ່ງເຮືອງ. ໃນປີໃໝ່ປີມ້ານີ້ ຫວັງວ່າປະຊາຊົນບັນດາເຜົ່າຈະເຕົ້າໂຮມຢ່າງແໜ້ນແຟ້ນຢູ່ອ້ອມຂ້າງສູນກາງພັກ, ຢຶດໝັ້ນຄວາມໝັ້ນໃຈທີ່ຕ້ອງຊະນະຢ່າງແນ່ນອນ, ຮັກສາກຳລັງໃຈຕໍ່ສູ້ຢ່າງຫຶກເຫີມ, ຂີ່ມ້າກ້າວເດີນຢ່າງອົງອາດກ້າຫານໃນການອອກເດີນທາງຄັ້ງໃໝ່ຂອງການຫັນເປັນທັນສະໄໝແບບຈີນ, ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າ.
ຄໍາເຫັນ