ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດພິທີປະຖະກາຖາເລົ່າຄືນມູນເຊື້ອ ພາຍໃຕ້ຫົວຂໍ້: ວັນສະຖາປະນາສປປ ລາວ ຄົບຮອບ 48ປີ, ວັນປະກາດເອກະລາດ ຄົບຮອບ 78ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີຂຶ້ນໃນວັນທີ 8 ທັນວານີ້ ທີ່ສຳນັກງານດັ່ງກ່າວ, ໂດຍການໃຫ້ກຽດເລົ່າມູນເຊື້ອຂອງທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາຄະນະບໍລິຫານງານພັກ, ຄະນະເລຂາທິການ,ຫົວໜ້າກົມ,ຮອງກົມ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວສູນກາງຊາວໜຸ່ມເຂົ້າຮ່ວມ.
ການປາຖະກະຖາຄັ້ງນີ້,ທ່ານ ມອນໄຊ ລາວມົວຊົ່ງ ໄດ້ເລົ່າຄືນປະຫວັດການເຄື່ອນໄຫວຂອງປະທານໄກສອນ ພົມວິຫານການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນທັງແບບເກົ່າ-ແບບໃໝ່,ການນຳພາອັນສະຫຼາດສ່ອງໄສຂອງປະທານໄກສອນ ພົມວິຫານ ນຳພາປວງຊົນລາວທັງຊາດຕໍ່ສູ້ຍາດໄດ້ເອກະລາດໃນວັນທີ 2 ທັນວາ 1975 ແລະການນຳພາການປ່ຽນແປງໃໝ່ຮອບດ້ານ ຊຶ່ງມູນເຊື້ອດັ່ງກ່າວສະແດງໃຫ້ຊາວໜຸ່ມ-ເຍົາວະຊົນເຫັນເຖິງນ້ຳໃຈເສຍສະຫຼະອັນສູງສົ່ງ,ຄວາມເດັດດ່ຽວໜຽວແໜ້ນຂອງພັກທີ່ນຳພາປະຊາຊົນຕໍ່ສູ້ກູ້ຊາດ ແລະ ການປະກອບສ່ວນໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ.
ຂ່າວ: ວັນໄຊ ຕະວິນຍານ

ຄໍາເຫັນ