ສູນໜອງເຕົ່າຈັດກິດຈະກຳພົບປະຊາວນາບ້ານຄຳຊັນ

ສູນໜອງເຕົ່າຈັດກິດຈະກຳພົບປະຊາວນາບ້ານຄຳຊັນ
ສູນພັດທະນາບໍລິການກະສິກຳ-ປ່າໄມ້ໜອງເຕົ່າແຂວງສະຫວັນນະເຂດ, ໂດຍໄດ້ຮັບການສະໜັບສະໜູນຈາກມູນນິທິໄຊພັດທະນາຣາຊະອານາຈັກໄທໄດ້ຈັດກິດຈະກຳການບໍລິການໃຫ້ຄຳແນະນຳທາງດ້ານເຕັກນິກວິຊາການກະສິກຳຂຶ້ນໃນວັນທີ 3 ພະຈິກ ຜ່ານມາທີ່ໂຮງຮຽນປະຖົມບ້ານຄຳຊັນເມືອງໄຊພູທອງແຂວງສະຫວັນນະເຂດ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງຫຼິງທອງແສງຕາວັນຮອງເຈົ້າແຂວງສະຫວັນນະເຂດ, ທ່ານນາງດາວວອນໄຊສຸລຽນເຈົ້າເມືອງໄຊພູທອງ, ທ່ານນາງທິນິຍາປານມະນີຮອງກົງສູນໃຫຍ່ ແຫ່ງຣາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ, ຈາກນັ້ນກໍມີພະແນກການທີ່ກ່ຽວຂ້ອງ, ບັນດາຫົວໜ້າຫ້ອງການຕ່າງໆຂອງເມືອງໄຊພູທອງພ້ອມດ້ວຍພໍ່ແມ່ປະຊາຊົນບ້ານຄຳຊັນເຂົ້າຮ່ວມ. 
ທ່ານສຸລິພອນພິມມະຈັກຫົວໜ້າສູນພັດທະນາແລະບໍລິການກະສິກຳ-ປ່ໄມ້ໜອງເຕົ່າໄດ້ລາຍງານໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດກິດຈະກຳຄັ້ງນີ້ກໍ່ເພື່ອໃຫ້ຄວາມຮູ້ ແລະເປັນແນວທາງໃນການຜະລິດກະສິກຳຢ່າງຖືກຕ້ອງ ຮູ້ໄດ້ເຖິງຫຼັກການໃນການຜະລິດກະສິກຳ, ເພີ່ມຜົນຜະລິດທາງດ້ານສະບຽງອາຫານ, ກຸ້ມກິນ, ເຫຼືອ ແລະຂາຍເປັນສິນຄ້າ ຊຶ່ງເປັນທີ່ຮູ້ກັນແລ້ວວ່າການຜະລິດກະສິກຳທີ່ຈະບັນລຸໄດ້ນັ້ນຈຳຕ້ອງອາໄສຫຼາຍປັດໄຈ ປະກອບກັນຈຶ່ງຈະປະສົບຜົນສຳເລັດ ແລະມີປະສິດທິພາບ,ສິ່ງໜຶ່ງທີ່ຈໍາເປັນ ແລະຂາດບໍ່ໄດ້ນັ້ນຄື: ຄວາມມັກ, ຄວາມເຂົ້າໃຈ ແລະຄວາມຮູ້ດ້ານວິຊາການຕ່າງໆ ເຊັ່ນ: ຄວາມຮູ້ກ່ຽວກັບດິນ ແລະວິທີການປັບປຸງບໍາລຸງດິນ, ຄວາມຮູ້ດ້ານການລ້ຽງສັດ,ການປິ່ນປົວພະຍາດສັດ, ການລ້ຽງປາ-ການຜະລິດລູກປາ, ການປູກໄມ້ໃຫ້ໝາກ,ປູກພືດຜັກ,ການຜະລິດປູກເຂົ້າ,ການອະນຸລັກຮັກສາຊັບພະຍາກອນປ່າໄມ້,ລະບົບນິເວດປ່າໄມ້. ທັງໝົດຊຶ່ງນຳມາເຖິງນ້ຳ ທີ່ເປັນປັດໄຈຫຼັກ ແລະການນໍາໃຊ້ນ້ຳຈາກແຫຼ່ງນ້ຳຕ່າງໆ ຢ່າງຖືກຕ້ອງ-ມີແຜນການ ລວມທັງປັດໄຈເຄື່ອງມືການກະເສດ ແລະດ້ານການຕະຫຼາດ.
    ຜ່ານມາພໍ່ແມ່ພີ່ນ້ອງບ້ານເຮົາ ກໍລ້ວນແລ້ວແຕ່ເຄີຍເຮັດການຜະລິດກະສິກຳ ແລະມີປະສົບການຫຼາຍປີ ແຕ່ສ່ວນໃຫຍ່ກໍ່ຍັງເຮັດແບບຕາມທີ່ເຄີຍຊິນ ແລະອາໄສເພິ່ງພາທຳມະຊາດ, ອັນທີ່ໜ້າເປັນຫ່ວງຊາວກະສິກອນພວກເຮົາຍັງຖືເບົາຕໍ່ການໃຊ້ສານເຄມີທີ່ເກີນຄວາມຈຳເປັນໂດຍສະເພາະການນຳໃຊ້ຢາຂ້າຫຍ້າ, ຢາປາບສັດຕູພືດ,  ການໃຊ້ສານເຄມີເລັ່ງຜົນຜະລິດ ເຮັດໃຫ້ມີສານພິດຕົກຄ້າງໃນພືດຜົນການກະເສດ, ສານພິດຕົກຄ້າງໃນດິນ, ໄຫຼລົງແຫຼ່ງນ້ຳທຳມະຊາດ ເກີດຜົນກະທົບຕໍ່ລະບົບນິເວດທຳມະຊາດ, ເກີດຜົນຮ້າຍກັບຜູ້ບໍລິໂພກ ແລະຄຸນະພາບຊີວິດຂອງຄົນເຮົາ.
ດັ່ງນັ້ນ, ສູນພັດທະນາ ແລະບໍລິການກະສິກໍາ-ປ່າໄມ້ໜອງເຕົ່າຈຶ່ງໄດ້ດຳເນີນການຈັດກິດຈະກໍາສົ່ງເສີມ ແລະ ບໍລິການກະສິກໍາລົງສູ່ຊຸມຊົນ, ໃນການບໍລິການໃຫ້ຄຳແນະນຳທາງດ້ານເຕັກນິກວິຊາການກະສິກຳ ເປັນຕົ້ນວຽກງານປູກຝັງ, ວຽກງານລ້ຽງສັດປະເພດຕ່າງໆ ແລະການປ້ອງກັນພະຍາດສັດ,ການລ້ຽງປາ ແລະການຜະລິດລູກປາ, ຄວາມຮູ້ເລື່ອງດິນ ແລະການປັບປຸງບຳລຸງດິນປູກຝັງ, ວຽກງານປ່າໄມ້-ການອະນຸລັກຮັກສາປ່າໄມ້, ຄວາມຮູ້-ຄວາມເຂົ້າໃຈດ້ານວຽກງານຊົນລະປະທານ ແລະການບໍລິຫານ-ການຈັດການນ້ຳຊົນລະປະທານ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ

ຂ່າວເສດຖະກິດ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເພີ່ມເຕີມ