ສູນສະຖິຕິແຫ່ງຊາດບັນລຸການປັບປຸງລະບົບຂໍ້ມູນສະຖິຕິບົດບາດຍິງ-ຊາຍ

ສູນສະຖິຕິແຫ່ງຊາດບັນລຸການປັບປຸງລະບົບຂໍ້ມູນສະຖິຕິບົດບາດຍິງ-ຊາຍ

ສູນສະຖິຕິແຫ່ງຊາດບັນລຸການປັບປຸງລະບົບຂໍ້ມູນສະຖິຕິບົດບາດຍິງ-ຊາຍ
ສູນສະຖິຕິແຫ່ງຊາດ ໄດ້ຈັດກອງປະຊຸມປິດໂຄງການເສີມສ້າງຄວາມເຂັ້ມແຂງຂອງຂໍ້ມູນ ແລະ ການວິໄຈຂໍ້ມູນສະຖິຕິບົດບາດຍິງ-ຊາຍ ແລະ ລວມທັງດ້ານສັງຄົມອື່ນໆ ໃນລະບົບສະຖິິຕິຂອງ ສປປ ລາວ ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ທີ່ ນະ​ຄອນຫຼວງວຽງ​ຈັນ ໂດຍ​ມີ​ພາກ​ລັດ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

 

ອີງຕາມຂໍ້ມູນຈາກ ADB ໃຫ້ຮູ້ວ່າ: ຂໍ້ລິເລີ່ມການຫັນປ່ຽນນີ້ແມ່ນໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ແລະ ການສະໜອງທຶນຈາກກະຊວງການຕ່າງປະເທດ ແລະ ການຄ້າປະເທດອົສຕຣາລີ ຊຶ່ງໂຄງການໄດ້ຊ່ວຍໃນການເພີ່ມທະວີຄວາມພ້ອມຂອງຂໍ້ມູນ ແລະ ການນຳໃຊ້ຂໍ້ມູນສະຖິຕິກ່ຽວກັບຄວາມສະເໝີພາບບົດບາດຍິງ-ຊາຍ, ຄວາມພິການ ແລະ ການມີສ່ວນຮ່ວມທາງສັງຄົມ (Gender, Disability, and Social Inclusion ຫຼື ຂຽນຫຍໍ້ວ່າ GEDSI) ໃນ ສປປ ລາວ.

ໂຄງການນີ້ເປັນບາດກ້າວອັນສຳຄັນເພື່ອກ້າວໄປສູ່ສັງຄົມທີ່ມີຄວາມສະເໝີພາບ ແລະ ການມີສ່ວນຮ່ວມທາງສັງຄົມ ຊຶ່ງສອດຄ່ອງກັບວາລະເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 (SDGs). ໂດຍການຍົກລະດັບຄວາມສາມາດຂອງປະເທດໃນການເກັບກຳຂໍ້ມູນສະຖິຕິ, ການຕິດຕາມ, ການວິເຄາະ ແລະ ການລາຍງານຄວາມສະເໝີພາບບົດບາດລະຫວ່າງຍິງ-ຊາຍ, ຄວາມພິການ ແລະ ລວມທັງດ້ານສັງຄົມອື່ນໆ, ການມີຂໍ້ມູນສະຖິຕິ GEDSI ສໍາລັບການຕິດຕາມກວດກາບັນດາເປົ້າໝາຍ SDG ໄດ້ເພີ່ມຂຶ້ນຈາກ 37.7% ໃນປີ 2020 ເປັນ 56.1% ໃນປີ 2024.

ຜົນສຳເລັດອັນສຳຄັນທີ່ໄດ້ຮັບຂອງໂຄງລວມມີການສ້າງຕັ້ງໜ່ວຍງານເຮັດວຽກສະຖິຕິດ້ານບົດບາດຍິງ-ຊາຍພາຍໃນສູນສະຖິຕິແຫ່ງຊາດ, ການສ້າງບົດແນະນໍາ ແລະ ປຶ້ມຄູ່ມືການນໍາໃຊ້ GEDSI ຢ່າງຄົບຊຸດ ແລະ ການເຮັດບົດລາຍງານການວິເຄາະເປັນຕົ້ນ: ບົດລາຍງານສະຖິຕິແຍກເພດ: ແມ່ຍິງ ແລະ ຜູ້ຊາຍ ໃນ ສປປ ລາວ; ບົດລາຍງານສະຖິຕິການຕິດຕາມຄວາມຄືບໜ້າຂອງເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໃນ ສປປ ລາວ ປະຈຳປີ 2024; ຄູ່ມືກ່ຽວກັບການວິເຄາະ ແລະ ປັບປຸງຂໍ້ມູນ GEDSI ທີ່ຕິດພັັນຜົນໄດ້ຮັບຂອງການພັດທະນາ (ສໍາລັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ບົດລາຍງານແຫ່ງຊາດແບບສະໝັກໃຈ); ແລະ ບົດລາຍງານກ່ຽວກັບການວິໄຈໃນຫົວຂໍ້ ພວກເຮົາຍັງຫ່າງໄກປານໃດຈາກການປິດຊ່ອງຫວ່າງ? ການວິໄຈ GEDSI ຂອງການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III (ໂດຍສົບທຽບໃສ່ການສຳຫຼວດຄັ້ງທີ II). ນອກນັ້ນ, ຍັງມີເຈົ້າໜ້າທີ່ພາກລັດຫຼາຍກ່ວາ 270 ຄົນ ຈາກອົງການປົກຄອງຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ຮັບການຝຶກອົບຮົມເພື່ອສ້າງຄວາມອາດສາມາດໃນການນໍາໃຊ້ບັນດາຂໍ້ມູນສະຖິຕິທີ່ມີເພີ່ມໃໝ່ນີ້ຢ່າງມີປະສິດທິພາບ.

ໂຄງການດັ່ງກ່າວຍັງໄດ້ເສີມຂະຫຍາຍລະບົບສະຖິຕິຂອງສູນສະຖິຕິແຫ່ງຊາດໂດຍການເຊື່ອມສານຂໍ້ມູນສະຖິຕິ GEDSI ເຂົ້າໃນການເກັບກໍາຂໍ້ມູນ, ການວິເຄາະ ແລະ ການສ້າງນະໂຍບາຍ ຊຶ່ງຈະຊ່ວຍເສີມສ້າງການກໍານົດນະໂຍບາຍໂດຍອີງຂໍ້ມູນຫຼັກຖານ ແລະ ຮັບປະກັນວ່າບັນດາໂຄງການມີສ່ວນຮ່ວມທາງສັງຄົມສາມາດແກ້ໄຂບັນຫາຂອງປະຊາກອນທີ່ມີຄວາມບອບບາງໄດ້. ໂດຍການນຳໃຊ້ຂໍ້ມູນສະຖິຕິເປັນຕົວກະຕຸ້ນເຮັດໃຫ້ ສປປ ລາວ ຢູ່ໃນທ່າດີຂຶ້ນສຳລັບຜົນໄດ້ຮັບການພັດທະນາແບບມີສ່ວນຮ່ວມ. ໃນການນໍາໃຊ້ຂໍ້ມູນສະຖິຕິ GEDSI ທີ່ເພີ່ມຂຶ້ນ ຊຶ່ງນໍາໂດຍສູນສະຖິຕິແຫ່ງຊາດ, ຈະຊ່ວຍປັບປຸງການປະເມີນດ້ານບົດບາດຍິງ-ຊາຍການວາງແຜນທີ່ຂັບເຄື່ອນດ້ວຍຂໍ້ມູນ ແລະ ການຕິດຕາມການປະຕິບັດງານດ້ານບົດບາດຍິງ-ຊາຍໃນທົ່ວທຸກຂະແໜງການ.

ຜົນສຳເລັດຂອງໂຄງການນີ້ຍັງເກີດຈາກການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງຕ່າງໆ, ຄູ່ຮ່ວມພັດທະນາ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ເພື່ອສົ່ງເສີມວິທີການທີ່ເປັນເອກະພາບກັນເພື່ອຄວາມສະເໝີພາບບົດບາດຍິງ-ຊາຍ ແລະ ການລວມກຸ່ມທາງສັງຄົມ.

ຂໍ້ມູນ: ADB-ຂ່າວ: ຄ. ຄຳປະສິດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

ການຈັດຕັ້ງປະຕິບັດວຽງານໃນຂົງເຂດເສດຖະກິດຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 5 ປີຜ່ານມາໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ ເຮັດໃຫ້ສາມາດຈັດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ ລວມເປັນເງິນ 4.460,45 ຕື້ກີບ ສະເພາະປີ 2025 ສາມາດຈັດເກັບໄດ້ 12.572,14 ຕື້ກີບ ປະຕິບັດໄດ້ລື່ນແຜນ 19,8% ຂອງແຜນການປີ.
ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ວັນທີ 13 ທັນວາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍບັນດາການນຳຂອງແຂວງ, ເມືອງໄດ້ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານຜາຫອຍ ຫາ ບ້ານແກ້ງຈອນ ເມືອງໄຊບົວທອງ
ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ສະຫຼຸບວຽກງານປະຈໍາປີ 2025

ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ສະຫຼຸບວຽກງານປະຈໍາປີ 2025

ວັນທີ 15 ທັນວາ 2025ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2025 ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ເຂົ້າ​ຮ່ວມ​ມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງສະ​ຫວັນ​ນະ​ເຂດ ພ້ອມດ້ວຍຄະ​ນະ​ນຳພະແນກການ, ກົມກອງອ້ອມຂ້າງແຂວງ ແລະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ເຂົ້າຮ່ວມ. ເຊິ່ງກອງ​ປະ​ຊຸມ​ຈັດ​ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ.
ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

ໃນວັນທີ 13 ທັນວາຜ່ານມາ ທີ່ເມືອງໄຊ ແຂວງອຸດົມໄຊ ບໍລິສັດຊີຈີເອັນ (CGN) ໄດ້ຈັດພິທີເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂຶ້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ເຈິ່ງຢົງ ຮອງຜູ້ອຳນວຍການ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີອັນເຊີນຮູບຫຼໍ່ ປະທານ ໄກສອນ ພົມວິຫານ ປະດິດສະຖານຢູ່ຫໍຜາສາດທີ່ເມືອງໄຊບົວທອງ

ພິທີອັນເຊີນຮູບຫຼໍ່ ປະທານ ໄກສອນ ພົມວິຫານ ປະດິດສະຖານຢູ່ຫໍຜາສາດທີ່ເມືອງໄຊບົວທອງ

ໃນຕອນເຊົ້າຂອງວັນທີ 13 ທັນວາຜ່ານມານີ້, ເມືອງໄຊບົວທອງ ແຂວງຄໍາມ່ວນ ໄດ້ຈັດພິທີອັນເຊີນຮູບຫຼໍ່ເຄິ່ງຄີງ ຂອງປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວ ມາປະດິດສະຖານໄວ້ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ທີ່ຫ້ອງວ່າການປົກຄອງເມືອງໄຊບົວທອງ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍການນໍາຂອງແຂວງ, ເມືອງ, ຄະນະຮັບຜິດຊອບ ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານອະວຸໂສບໍານານ, ບັນດາ ບໍລິສັດ, ນັກທຸລິກິດ, ກ້ອນກໍາລັງຕ່າງໆອ້ອມຂ້າງເມືອງ ເຂົ້້າຮ່ວມ.
ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເພີ່ມເຕີມ