ສູນວັດທະນະທຳຈີນ ຈັດງານປາຖະກະຖາເລື່ອງລາວຂອງຈີນ

ສູນວັດທະນະທຳຈີນ ຈັດງານປາຖະກະຖາເລື່ອງລາວຂອງຈີນ
ສູນວັດທະນະທະຈີນ ປະຈໍາລາວ ຮ່ວມກັບ ຄະນະຮ້ອງປະສານສຽງໂຮງລະຄອນເສິນເຈິ້ນ ໄດ້ຈັດງານປາຖະກະຖາ ເລືອງລາວປະເທດຈີນ ຫົວຂໍ້: ພາບສະທ້ອນສິລະປະການຮ້ອງປະສານສຽງຂອງຈີນໃນປັດຈຸບັນ ວິເຄາະການພັດທະນາ ແລະ ຜົນງານດີເດັ່ນຂອງອຸດສາຫະກໍາການຮ້ອງເພງປະສານສຽງເສິນເຈີ້ນ ຂຶ້ນໃນວັນທີ 24 ກັນຍາ ຜ່ານມານີ້ ທີ່ສູນວັດທະນະທໍາດັ່ງກ່າວ ໂດຍໃຫ້ກຽດປາຖະກະຖາ ແລະ ມາບອກເລົ່າເລື່ອງລາວຂອງ ທ່ານ ໂມເຫວິນຮ້າວ ວາທະຍາກອນ ຄະນະຮ້ອງປະສານສຽງໂຮງລະຄອນເສິນເຈິ້ນ ປະລິນຍາເອກພາກວິຊາ ວາທະຍາກອນ ວິທະຍາໄລ Eastman ປະເທດອາເມຣິກາ, ໂດຍມີ ທ່ານນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຫຼິວທົ້ວ ຫົວໜ້າຄະນະນັກສະແດງນະຄອນເສິນເຈິ້ນ ພ້ອມດ້ວຍນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ພາກວິຊາພາສາຈີນ ຄະນະອັກສອນສາດເຂົ້າຮ່ວມ.
ປາຖາກະຖາໃນຄັ້ງນີ້ຈັດຂຶ້ນ ເພື່ອບອກເລົ່າເລື່ອງລາວປະເທດຈີນໃຫ້ໄດ້ດີ ແລະ ລົງເລິກການແລກປ່ຽນຮຽນຮູ້ອະລິຍະທໍາ ຊຶ່ງກັນ ແລະ ກັນ, ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ຈຶ່ງໄດ້ນໍາໃຊ້ສູນວັດທະນະທຳຈີນ 45 ແຫ່ງ ແລະ ຫ້ອງການທ່ອງທ່ຽວຈີນ 23 ແຫ່ງຢູ່ທົ່ວໂລກເປັນເວທີ, ຈັດກິດຈະ ກຳ ເລື່ອງລາວປະເທດຈີນ ທີ່ເປັນໂຄງການຫຼັກປະຈຳປີ 2023, ໂດຍຈະປິ່ນອ້ອມ 3 ຫົວຂໍ້ຫຼັກຄື: ຄວາມທັນສະໄໝໃນຮູບແບບປະເທດຈີນ; ການແລກປ່ຽນຮຽນຮູ້ອະລິຍະທໍາ ຊຶ່ງກັນ ແລະ ກັນ ແລະ ວັດທະນະທໍາດັ່ງເດີມທີ່ດີເລີດຂອງຈີນ. ໃນການປາຖະກະຖາຄັ້ງນີ້, ນອກຈາກ ທ່ານ ໂມເຫວິນຮ້າວ ມາບອກເລົ່າເລື່ອງລາວ ການພັດທະນາຂອງອຸດສະຫະກໍາການຮ້ອງປະສານສຽງຂອງເສິນເຈິ້ນແລ້ວ, ຍັງໄດ້ແບ່ງປັນປະສົບການ ການຮ່ວມມືຢູ່ຕ່າງປະເທດ, ພ້ອມຮັບຊົມຜົນງານຕົວຢ່າງຕ່າງໆທີ່ຂຶ້ນຊື່ຂອງນະຄອນເສິນເຈິ້ນ. ນອກນີ້, ຍັງໄດ້ສາທິດການບັນຊາຮ້ອງເພງ ໃຫ້ນັກສຶກສາໄດ້ເຂົ້າໃຈວິທີຮ້ອງເພງໃຫ້ພ້ອມພຽງດ້ວຍການບັນຊາຂອງວາທະຍາກອນ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມປະຈໍາປີຂອງກຸ່ມແມ່​ຍິງ​​ອາ​ຊຽນທີ່​ນະ​ຄອນ​ຫຼວງວຽງ​ຈັນ (ກຍອວ)

ກອງປະຊຸມປະຈໍາປີຂອງກຸ່ມແມ່​ຍິງ​​ອາ​ຊຽນທີ່​ນະ​ຄອນ​ຫຼວງວຽງ​ຈັນ (ກຍອວ)

ໃນວັນທີ 4 ກັນຍາ ຜ່ານມານີ້, ກຸ່ມແມ່ຍິງອາຊຽນທີ່ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV) ໄດ້ຈັດກອງປະຊຸມປະຈຳປີ 2026 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ, ທັງເປັນປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ປະທານກຸ່ມ ກຍອວ ຊຶ່ງມີທ່ານເອກອັກຄະລັດຖະທູດຍິງ, ພັນລະຍາຂອງທ່ານເອກອັກຄະລັດຖະທູດ, ນັກການທູດຍິງ ແລະ ພັນລະຍາຂອງນັກການທູດຈາກບັນດາສະຖານທູດຂອງປະເທດສະມາຊິກອາຊຽນປະຈໍາ ສປປ ລາວ, ລວມທັງນັກການທູດ ແລະ ກອງເລຂາຂອງກຸ່ມດັ່ງກ່າວຈາກກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍຄືຄະນະບໍລິຫານງານ ແລະ ສະມາຊິກຂອງກຸ່ມດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສາມັນ ຄັ້ງທີ 10 ລະຫວ່າງ ກອງພົນທີ 5 ແລະ ບໍລິສັດ ມິດຕະພາບ 206

ກອງປະຊຸມສາມັນ ຄັ້ງທີ 10 ລະຫວ່າງ ກອງພົນທີ 5 ແລະ ບໍລິສັດ ມິດຕະພາບ 206

ວັນທີ 4 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມສາມັນ ຄັ້ງທີ 10 ປະຈຳປີ 2026 ລະຫວ່າງ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ສະຫາຍ ໂງ ແມັງ ຮຸ່ງ ອຳນວຍການບໍລິສັດ ມິດຕະພາບ 206, ມີບັນດາຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.
ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ອວຍພອນວັນວັນຊາດ ສສຫວຽດນາມ ຄົບຮອບ81ປີ( 2ກັນຍາ1945-2ກັນຍາ2026) ໃນ​ວັນ​ທີ 3 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຊຽງ​ຂວາງ ໂດຍມີຄະນະຄຸ້ມຄອງຊາວຫວຽດນາມ, ກອງຂຸດຄົ້ນອັດຖິທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ແຂວງຊຽງຂວາງ ໃນພາລະກິດຕ້ານຈັກກະພັດຜູ້ຮຸກຮານ, ບໍລິສັດໂກເອໂກ, ກອງກໍ່ສ້າງກ່າ(ກອງກ່າ), ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ຄະນະບໍລິສັດລາວຈັງໂກ ວີນາມີ້ວ.
ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ  ພາຍໃຕ້ຫົວຂໍ້ “People-Partnership-Progress”

ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People-Partnership-Progress”

ຫວ່າງບໍ່ດົນມານີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ຂອນແກ່ນ ປະເທດໄທ, ໂດຍມີສະມາຊິກສະພາບໍລິຫານງານສະຖາບັນແມ່ນ້ຳຂອງ, ສະມາຊິກຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (GMS) ທີ່ ຂອນແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ພະນັກງານຂອງສະຖາບັນດັ່ງກ່າວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເມື່ຶອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ນະຄອນຫຼວງ Riga ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ພະນະທ່ານ Edgars Rinkevics ປະທານາທິບໍດີແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ລັດເວຍ.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວ ນໍາໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມຢູ່ບາງກອກປະເທດໄທ ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການເປັນເຈົ້າພາບຂອງກະຊວງແຮງງານແຫ່ງປະເທດໄທ ພາຍໃຕ້ຫົວຂໍ້: “ການພັດທະນາທຶນມະນຸດອາຊຽນ ເພື່ອນຳໄປສູ່ການຮັບຮູ້ການຢັ້ງຢືນສີມືແຮງງານໃນລະດັບສາກົນ”, ຊຶ່ງມີຜູ້ແທນຈາກ 11 ປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ.
ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ​ຈໍາປາສັກພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວ MICE ໃນຍຸກໃໝ່: ຍືນຍົງ - ເຊື່ອມໂຍງ - ໂອກາດ” ຈັດຂຶ້ນໃນລະຫວ່າງວັນທີ 27 - 29 ສິງຫາ 2026 ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ.
ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ວັນທີ 3 ກັນຍາ ນີ້, ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ນຳພາຄະນະສື່ມວນຊົນລາວ ເຂົ້າຢ້ຽມຊົມ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (China Southern Power Grid) ເພື່ອຮັບຮູ້ເຖິງການນຳໃຊ້ເຕັກໂນໂລຊີສະໄໝໃໝ່ ແລະ ນະວັດຕະກຳໃນວຽກງານພະລັງງານ-ໄຟຟ້າ.
ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ໃນວັນທີ 2 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ.
ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໄດ້ມອບ-ຮັບໂຄງການ “ຫໍສະໝຸດ 2030” ຄັ້ງທີ 17 ແລະ ອຸປະກອນການຮຽນ ໃຫ້ແກ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນມິດຕະພາບລາວ-ຫວຽດນາມ ແຂວງອັດຕະປື.ພິທີໄດ້ຈັດຂຶ້ນ ໃນ​ວັນທີ​ 31​ ສິງຫາ​ 2026​ ທີ່ໂຮງຮຽນດັ່ງກ່າວ,​ ໂດຍການເຂົ້າຮ່ວມຂອງທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ຫວຽດ​ນາມ ປະຈຳ 4 ແຂວງພາກໃຕ້ລາວ, ພ້ອມດ້ວຍຜູ້ແທນ, ນັກທຸລະກິດ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ເພີ່ມເຕີມ