ສູນວັດທະນະທຳຈີນປະຈຳລາວ ຈັດກິດຈະກໍາປາຖະກະຖາເລື່ອງລາວປະເທດຈີນ

ສູນວັດທະນະທຳຈີນປະຈຳລາວ ຈັດກິດຈະກໍາປາຖະກະຖາເລື່ອງລາວປະເທດຈີນ
ສູນວັດທະນະທຳຈີນປະຈຳລາວ ໄດ້ຈັດກິດຈະກຳປາຖະກະຖາເລື່ອງລາວປະເທດຈີນ ພາຍໃຕ້ຫົວຂໍ້: ການທ່ອງທ່ຽວບຸນປະເພນີຈີນຂຶ້ນໃນວັນທີ 24 ພະຈິກນີ້ ທີ່ສູນດັ່ງກ່າວໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເວີ້ຍຢ້ຽນຊົ່ງ (ວິລະວົງ) ເລຂາເອກພະແນກການເມືອງສະຖານທູດຈີນ ປະຈຳ ລາວ, ມີທ່ານນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນປະຈຳລາວ, ມີນັກສຶກສາຈາກຄະນະອັກສອນສາດມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເວີ້ຍຢ້ຽນຊົ່ງ ໄດ້ບັນລະຍາຍຫົວຂໍ້: ການທ່ອງທ່ຽວບຸນປະເພນີຈີນ ຊຶ່ງໄດ້ແນະນໍາປະຫວັດສາດ ແລະ ສະພາບການປັດຈຸບັນຂອງການພັດທະນາການທ່ອງທ່ຽວບຸນປະເພນີຈີນພາຍໃຕ້: ຄວາມທັນສະໄໝແບບຈີນ ຕາມແນວທາງການຄົ້ນຄວ້າຂອງຕົນເອງ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ມີການຖາມ-ຕອບ, ແລກປ່ຽນ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ.
ກິດຈະກຳໃນຄັ້ງນີ້ຈັດຂຶ້ນເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ຈັກເລື່ອງລາວປະເທດຈີນໃຫ້ໄດ້ດີ ແລະ ລົງເລິກການແລກປ່ຽນຮຽນຮູ້ອະລິຍະທຳຊຶ່ງກັນ ແລະ ກັນ. ພ້ອມນັ້ນ, ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນຍັງໄດ້ນໍາໃຊ້ສູນວັດທະນະທໍາຈີນ 45 ແຫ່ງ ແລະ ຫ້ອງການທ່ອງທ່ຽວຈີນ 23 ແຫ່ງຢູ່ທົ່ວໂລກເປັນເວທີຈັດກິດຈະກຳເລື່ອງລາວປະເທດຈີນ(China’s stories)ທີ່ເປັນໂຄງການຫຼັກປະຈຳປີ 2023 ໂດຍປິ່ນອ້ອມ 3 ຫົວຂໍ້ຫຼັກຄື: ຄວາມທັນສະໄໝໃນຮູບແບບປະເທດຈີນ, ການແລກປ່ຽນຮຽນຮູ້ອະລິຍະທຳຊຶ່ງກັນ ແລະ ກັນ ແລະວັດທະນະທຳດັ່ງເດີມທີ່ດີເລີດຂອງຈີນ.
ໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ຊົມງານວາງສະແດງຮູບພາບສະບາຍດີປະເທດຈີນ, ມໍລະດົກໂລກຂອງຈີນ ໂດຍມີນັກບັນຍາຍສອງພາສາ ຊຶ່ງໄດ້ບອກເລົ່າຄວາມເປັນມາ ແລະ ພື້ນຫຼັງວັດທະນະທໍາຂອງແຫຼ່ງມໍລະດົກທັງ 57 ແຫ່ງຂອງຈີນ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ພິທີລົງນາມສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດລາວ-ຈີນລະຫວ່າງກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດChina-ASEAN Information Habor ຈໍາກັດແລະບໍລິສັດALO Technology ໄດ້ຈັດຂຶ້ນ ເມື່ອຕົ້ນເດືອນເມສາຜ່ານມາທີ່ສູນອິນເຕີເນັດແຫ່ງຊາດ,
ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຊີວະປະຫວັດຫຍໍ້ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

- ຊື່ແລະນາມສະກຸນ: ເລືອງເກື່ອງ. -ວັນເດືອນປີເກີດ: 15/8/1957 - ບ້ານເກີດ: ບ້ານຢືວເລົານະຄອນຫວຽດຈີ໋ແຂວງຟູເຖາະ. - ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະການປົກຄອງລັດ - ລະດັບທິດສະດີການເມືອງ: ຊັ້ນສູງ - ວັນ​ເດືອນ​ປີ​ເຂົ້າພັກ: 7/1978
ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ເພີ່ມເຕີມ