ສ​ພ​ຂ ລົງ​ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ເມືອງຫຼວງ​ນໍ້າທາ

ສ​ພ​ຂ ລົງ​ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ເມືອງຫຼວງ​ນໍ້າທາ

ສ​ພ​ຂ ລົງ​ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ເມືອງຫຼວງ​ນໍ້າທາ
ໃນວັນທີ 25 ພຶດສະພາ 2026 ນີ້, ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຫຼວງນໍ້າທາເຊິ່ງນໍາໂດຍທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ພ້ອມ​ຄະ​ນະ ໄດ້ລົງພົບປະ ແລະ ຈັດຕັ້ງຜັນຂະຫຍາຍໂຄສະນາເຜີຍແຜ່ເນື້ອໃນຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ (ສ​ພ​ຂ) ຊຸດທີ V ຢູ່ບ້ານທົ່ງດີ ແລະ ບ້ານດອນສໍາພັນ. ການພົບປະເຜີຍແຜ່ໄດ້ຈັດຂຶ້ນຢູ່ຫ້ອງການ ບ້ານທົ່ງດີ ແລະ ບ້ານດອນສໍາພັນ ໂດຍມີອົງການຈັດຕັ້ງບ້ານ ແລະ ປະຊາຊົນ ເຂົ້າຮ່ວມຮັບຟັງ.
ສ​ພ​ຂ ລງ​ພບ​ປະ​ຜ​ມ​ສດ​ເລອກ​ຕງ ຢ​ເມອງຫວງ​ນາທາ - image 1
 

 

ການລົງພົບປະ ແລະ ຜັນຂະຫຍາຍໂຄສະນາເຜີຍແຜ່ຄັ້ງນີ້ ບັນດາທ່ານສະມາຊິກສະພາປະຊາຊົນ ແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ໄດ້ນໍາເອົາບັນດາເນື້ອໃນມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ລວມມີ 25 ມະຕິ ແລະ 32 ບັນຫາ ສໍາຄັນ ໃນນີ້, ກອງປະຊຸມສະພາແຫ່ງຊາດ ໄດ້ຮັບຮອງເອົາ 13 ມະຕິ ແລະ 19 ບັນຫາສໍາຄັນຂອງຊາດ ແລະ ກອງປະຊຸມສະພາປະຊາຊົນແຂວງ ໄດ້ຮັບຮອງເອົາ 12 ມະຕິ ແລະ 13 ບັນຫາສໍາຄັນຂອງແຂວງ ມາເຜີຍແຜ່ໂດຍຫຍໍ້ ໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ. ທັງເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ເພື່ອເກັບກໍາສະພາບ, ຮັບຟັງຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆ ຂອງຜູ້ມີສິດເລືອກຕັ້ງຕໍ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ.

ສ​ພ​ຂ ລງ​ພບ​ປະ​ຜ​ມ​ສດ​ເລອກ​ຕງ ຢ​ເມອງຫວງ​ນາທາ - image 2
 

ຜ່ານການລົງພົບປະໂຄສະນາເຜີຍແຜ່ໃນຄັ້ງນີ້, ໄດ້ເຮັດໃຫ້ປະຊາຊົນບ້ານທົ່ງດີ ແລະ ບ້ານດອນສໍາພັນ ມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ກັບແນວທາງນະໂຍບາຍຂອງ ພັກ-ລັດ ພ້ອມທັງເຫັນໄດ້ເຖິງຄວາມ ເອົາໃຈໃສ່ຂອງຄະນະສະມາຊິກສະພາປະຊາຊົນແຂວງ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າຢ່າງແທ້ຈິງ. ພ້ອມດຽວກັນນັ້ນ, ຄະນະຍັງໄດ້ຮັບຟັງການສະເໜີຄໍາຄິດຄໍາເຫັນ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເພື່ອນໍາໄປຄົ້ນຄວ້າພິຈາລະນາ ແລະ ຊຸກຍູ້ການແກ້ໄຂບັນ ຫາຕ່າງໆ ຕາມພາລະບົດບາດໃນຂັ້ນຕໍ່ໄປ.

ຂ່າວ: ຫຼວງນ້ຳທາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ  ສ້າງກົນໄກການປະສານງານ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ ສ້າງກົນໄກການປະສານງານ

ອົງການໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງອຸທຸມພອນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຫັນດີກໍານົດກົນໄກການປະສານງານ ໃນວັນທີ 24 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍມີທ່ານ ຈິນດາວັນ ໄນ່ນັນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ.
5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ  ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030,ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານ ຕໍ່ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກວ່າ:
ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

​ ທ່ານ ບົວຫົງ ຄຳຫາຫົວໜ້າກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນໃນວັນທີ 24 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ພ້ອມທັງຊີ້ແຈງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ເພີ່ມເຕີມ