ສປປ ລາວ ຈະເປັນເຈົ້າພາບງານບຸນການສະແດງລະຄອນໄວໜຸ່ມອາຊຽນ

ສປປ ລາວ ຈະເປັນເຈົ້າພາບງານບຸນການສະແດງລະຄອນໄວໜຸ່ມອາຊຽນ

ສປປ ລາວ ຈະເປັນເຈົ້າພາບງານບຸນການສະແດງລະຄອນໄວໜຸ່ມອາຊຽນ
ສປປ ລາວ ຈະເປັນເຈົ້າພາບຈັດງານບຸນການສະແດງລະຄອນໄວໜຸ່ມອາຊຽນ ຊຶ່ງ​ພິ​ທີຖະແຫຼງຂ່າວງານບຸນດັ່ງ​ກ່າວໄດ້ຈັດຂຶ້ນໃນວັນທີ 20 ຕຸລານີ້ ທີ່ວິທະຍາໄລສິລະປະແຫ່ງຊາດ ໂດຍມີທ່ານ ລັດຕະນະກອນ ອິນສີຊຽງໃໝ່ ຫົວໜ້າບໍລິສັດເຂົ້າໜ່ຽວ ການສະແດງ, ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກວັດທະນະທຳ-ການທ່ອງທ່ຽວ ນະຄອນຫຼວງວຽງຈັນ, ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ຈະເປນເຈາພາບງານບນການສະແດງລະຄອນໄວໜມອາຊຽນ - image 1
 

 

ທ່ານ ລັດຕະນະກອນ ອິນສີຊຽງໃໝ່ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ກໍແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ ກໍຄືແຜນພັດທະນາວຽກງານ ວັດທະນະທໍາ ແລະ ການທ່ອງທ່ຽວ ຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ທັງເປັນການສືບຕໍ່ການພົວພັນຮ່ວມມືກັບບັນດາປະເທດໃນຂົງເຂດພາກພື້ນ ແລະ ສາກົນ, ເພື່ອຮຽນຮູ້ ເຕັກນິກ, ວິທະຍາສາດທີ່ທັນສະໄໝ ແລະ ການຮຽນ-ການສອນ ເພື່ອພັດທະນາຂົງເຂດສິລະປະການສະແດງຂອງລາວເຮົາໃຫ້ນັບມື້ນັບພັດທະນາໃຫ້ທຽບທັນສາກົນ, ພ້ອມທັງເສີມຂະຫຍາຍສົ່ງເສີມວຽກງານການຮຽນ-ການສອນ ທາງດ້ານການສະແດງລະຄອນເວທີເພື່ອເຮັດໃຫ້ນັກຮຽນ, ນັກສຶກສາໄດ້ຮັບຮູ້ບົດຮຽນອັນໃໝ່ ໃນການສ້າງສັນບົດລະຄອນເຮັດໃຫ້ໄວໜຸ່ມພວກເຮົາ ຫ່າງໄກຈາກສິ່ງເສບຕິດ ໄດ້ຮັບຮູ້ເຖິງຄວາມຫຼາກຫຼາຍຂອງສິດທິເດັກ, ສິດທິມະນຸດ ແລະ ໄວໜຸ່ມກໍຈະໄດ້ຮຽນຮູ້ວິທີການຂຽນບົດລະຄອນເລື່ອງສັ້ນ, ເລື່ອງຍາວ ຮູ້ນໍາໃຊ້ແສງສີສຽງ, ດົນຕີປະກອບໃນບົດລະຄອນ ແລະ ດ້ານອື່ນໆ.

ໃນງານຄັ້ງນີ້: ບັນດານັກຮຽນ ນັກສຶກສາ ໄວໜຸ່ມລາວ ແລະ ຄູ-ອາຈານ ກໍຈະໄດ້ຮຽນຮູ້ບົດຮຽນ ແລະ ປະສົບການໃນການສະແດງໂດຍການແລກປ່ຽນກັບບັນດາປະເທດອາຊຽນ ແລະ ພາກພື້ນ ເພື່ອນໍາໄປຖອດຖອນບົດຮຽນ ແລະ ປັບປຸງວຽກງານການຮຽນ-ການສອນໃນຕໍ່ໜ້າ, ໄດ້ຮຽນຮູ້ໃນການເຮັດວຽກເປັນທີມເພື່ອພັດທະນາຕົນເອງ, ເສີມສ້າງທັກສະດ້ານການສະແດງ ຄວາມຮັບຮູ້ເຂົ້າໃຈ ຂອງການສະແດງລະຄອນເວທີໃຫ້ມີຫຼາຍຮູບຫຼາຍສີຍິ່ງຂຶ້ນ.

ງານບຸນການສະແດງລະຄອນໄວໜຸ່ມອາຊຽນຄັ້ງນີ້ ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 4-8ທັນວາ ປີ 2025 ທີ່ວິທະຍາໄລສິລະປະແຫ່ງຊາດ ຊຶ່ງຈະມີນັກສະແດງເຂົ້າຮ່ວມທັງໝົດ 30 ທີມ ທີ່ມາຈາກບັນດາປະເທດໃນອາຊຽນ, ປະເທດຍີ່ປຸ່ນ, ເນປານ ແລະ ສິລັງກາ, ຈໍານວນຫຼາຍກວ່າ 150 ຄົນ, ນອກນີ້ກໍຍັງມີບັນດານັກສະແດງໜຸ່ມ, ນັກຮຽນ-ນັກສຶກສາ ຄູ-ອາຈານ ຈາກວິທະຍາໄລ ສິລະປະແຫ່ງຊາດ ແລະ ທີມເຂົ້າໜຽວ, ທີມຝັ່ງລາວ, ທີມດົງໂດກ, ສູນສຸຈິປຸລິ ແລະ ໄວໜຸ່ມຈາກພາກສ່ວນຕ່າງໆເຂົ້າຮ່ວມ ພ້ອມດຽວກັນນີ້ທາງບໍລິສັດຍັງໄດ້ຈັດກິດຈະກຳງານແຂ່ງຂັນລະຄອນເວທີ ພາຍໃຕ້ຫົວຂໍ້ ໄວໜຸ່ມສ້າງສັນລະຄອນ ສູ່ສັງຄົມຜາສຸກ ໂດຍໄດ້ເປີດຮັບສະໝັກແຕ່ວັນທີ 1 ຕຸລາ 2025 ແລະ ປິດຮັບສະໝັກ 10 ພະຈິກ 2025 ເງື່ອນໄຂອາຍຸແຕ່ 12-23 ປີ ບໍ່ຈຳກັດເພດ ຊຶ່ງຜົນການແຂ່ງຂັນຫາກທີມໃດ ໄດ້ຊະນະເລີດຈະໄດ້ຮັບເງິນສົດ 40 ລ້ານກີບ ແລະ ໄດ້ເຂົ້າຮ່ວມງານບຸນກາສະແດງລະຄອນໄວໜຸ່ມອາຊຽນ 2025.

ຂ່າວ-ພາບ: ບຸນອູ້ມ + ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ຄໍາມ່ວນ ມີນໍ້າມັນພຽງພໍສຳລັບການນຳໃຊ້ພາຍໃນ

ທ່ານ ຂວັນໃຈ ສຸວັນລາສີ ຮັກສາການ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ມີນາ 2026ນີ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໄດ້ມີການປະສານງານຢ່າງໃກ້ສິດ ກັບກົມການຄ້າພາຍໃນ ກະຊວງອຸກສາຫະກຳ ແລະ ການຄ້າ (ອຄ) ແລະ ບັນດາບໍລິສັດຜູ້ນຳເຂົ້ານໍ້າມັນເຊື້ອໄຟ ພາຍໃນແຂວງ. ຊຶ່ງແຂວງຄໍາມ່ວນ ມີບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ 9 ບໍລິສັດ, ມີສາງທີ່ສາມາດບັນຈຸນໍ້າມັນໄດ້ທັງໝົດຄື: ນໍ້າມັນແອັດຊັງ 772,000 ລິດ, ນໍ້າມັນກາຊວນ 2,906,000 ລິດ.
ກອງປະຊຸມຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກອງປະຊຸມຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຕິດຕາມກວດກາຄ້າຍຄຸມຂັງ - ດັດສ້າງ ຂຶ້ນໃນວັນທີ 5 ມີນາ ນີ້ ທີ່ ອອປສ, ໂດຍການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ, ມີ ຫົວໜ້າຄະນະສານອາຍາ ສານປະຊາຊົນສູງສຸດ, ຕາງໜ້າຄະນະກົມ ຈາກກົມຕຳຫຼວດຄຸມຂັງ-ດັດສ້າງ, ກົມຕໍາຫຼວດສືບສວນ-ສອບສວນ, ກົມຕໍາຫຼວດປ້ອງກັນ-ປາບປາມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສສຍລ ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ຄົບຮອບ 116 ປີ

ສສຍລ ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ຄົບຮອບ 116 ປີ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສ​າ​ກົນ ວັນທີ 8 ມີນາ ຄົບຮອບ116 ປີ ຂຶ້ນໃນວັນທີ 6 ມີນານີ້ ທີ່ໂຮງແຮມ ຮໍລີເດອິນ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ, ມີບັນ​ດາ​​ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສບໍານານ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 2025

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 2025

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ແນະນໍາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2026 ຂຶ້ນໃນວັນທີ 4 ມີນາຜ່ານມາ ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເຂົ້າຮ່ວມຂອງທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ.
ຄະນະໂຄສະນາອົບຮົມແຂວງເຊກອງ ດໍາເນີນຊິວິດການເມືອງທ້າຍສະໄໝ

ຄະນະໂຄສະນາອົບຮົມແຂວງເຊກອງ ດໍາເນີນຊິວິດການເມືອງທ້າຍສະໄໝ

ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງເຊກອງ ເປີດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກ ສະໄໝທີ VI ຮອບທີ II ຂຶ້ນໃນວັນທີ 5 ມີນານີ້ ໂດຍການເປັນປະທານຂອງ ສະຫາຍ ວົງເດືອນ ຈັນທະບຸດຊຽງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດສ້າງຕັ້ງຕາແສງ ບືງໄຊ ເປັນຕາແສງທຳອິດ ຂອງເມືອງ

ປະກາດສ້າງຕັ້ງຕາແສງ ບືງໄຊ ເປັນຕາແສງທຳອິດ ຂອງເມືອງ

​ເມືອງສາລະວັນ ຈັດພິທີປະກາດສ້າງຕັ້ງ ຕາແສງ “ບຶງໄຊ" ຢ່າງເປັນທາງການ, ເປັນຕາແສງທຳອິດຂອງເມືອງສາລະວັນ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 5 ມີນານີ້ ຢູ່ທີ່ບ້ານບຶງໄຊ,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງສາລະວັນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງອົງການກວດກາ ພັກ-ລັດ ແລະວັນຕ້ານການສໍ້ລາດບັງຫຼວງສາກົນ

ສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງອົງການກວດກາ ພັກ-ລັດ ແລະວັນຕ້ານການສໍ້ລາດບັງຫຼວງສາກົນ

ໃນວັນທີ 4 ມີນາຜ່ານມານີ້ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 44 ປີ(16/2/1982-16/2/2026) ແລະວັນການສໍ້ລາດບັງຫຼວງສາກົນຄົບຮອບ 22 ປີ(9/12/2003-9/12/2026) ໂດຍເປັນກຽດເຂົ້າຮ່ວມ ແລະປາຖະກະຖາຂອງທ່ານ ແສນສັກ ພິມວົງສາ ປະທານອົງການກວດກາພັກ-ລັດແຂວງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງທຽບເທົ່າຂັ້ນແຂວງ, ພະນັກງານ-ລັດຖະກອນ ແລະພາກສ່ວນກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.
ສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄຳມ່ວນ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

ສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄຳມ່ວນ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

ຮາກຖານສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄໍາມ່ວນ ໄດ້ຈັດປາຖະກະຖາລະນຶກວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ຂຶ້ນໃນວັນທີ 5 ມີນານີ້,ພາຍໃຕ້ຄໍາຂວັນ " ສິດທິ, ຄວາມຍຸດຕິທໍາ ການລົງມືປະຕິບັດ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາຄະນະຮາກຖານ, ແຂກຖືກເຊີນ ແລະ ສະມາຊິກແມ່ຍິງພາຍໃນຮາກຖານເຂົ້າຮ່ວມ.
8 ມີນາ ວັນແຫ່ງຄວາມເອກອ້າງທະນົງໃຈຂອງແມ່ຍິງທົ່ວໂລກ

8 ມີນາ ວັນແຫ່ງຄວາມເອກອ້າງທະນົງໃຈຂອງແມ່ຍິງທົ່ວໂລກ

ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910- 8 ມີນາ 2026) ທີ່ຈະມາເຖິງນີ້ ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍ ແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ".
ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ກົມກວດກາລັດ ກະຊວງການເງິນ ເປີດຊຸດຝຶກອົບຮົມວຽກງານກວດກາລັດ ໃນວັນທີ 2 ມີນາຜ່ານມາ ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານຮັກສາການຫົວໜ້າກົມກວດກາລັດ, ຫົວໜ້າສະຖາບັນເສດຖະກິດ-ການເງິນ, ບັນດາທ່ານຮອງຫົວໜ້າກົມ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ