ກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ

ສປປ ລາວ ໄດ້ຮັບຜົນກະທົບໄພພິບັດນໍ້າຖ້ວມ 15 ແຂວງ ຄາດຄະເນມູນຄ່າເສຍຫາຍເບື້ອງຕົ້ນ 720 ຕື້ກວ່າກີບ

ສປປ ລາວ ໄດ້ຮັບຜົນກະທົບໄພພິບັດນໍ້າຖ້ວມ 15 ແຂວງ ຄາດຄະເນມູນຄ່າເສຍຫາຍເບື້ອງຕົ້ນ 720 ຕື້ກວ່າກີບ
ກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ປະຈຳປີ 2024 ຢູ່ບັນດາແຂວງໃນລາວ ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ ນີ້ ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ

 ກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ບັນດາຄະນະກໍາມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ລາຍງານສະພາບລວມຂອງໄພພິບັດ ແລະ ການຕອບໂຕ້ສຸກເສີນ ປີ 2024 ຊຶ່ງນັບແຕ່ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸ 4 ຫົວຄື: ພາຍຸດີເປຣຊັນ, ພາຍຸໝູນເຂດຮ້ອນພຣະພິຣຸນ, ພາຍຸໄດ້ຝຸ່ນຢາກິ, ພາຍຸຊູລິກຊຶ່ງລວມມີ 15 ແຂວງ ທີ່ຖືກຜົນກະທົບ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ຜົ້ງສາລີ, ສາລະວັນ, ຄໍາມ່ວນ, ຫຼວງພະບາງ, ຊຽງຂວາງ, ຫົວພັນ, ເຊກອງ, ວຽງຈັນ, ບໍ່ແກ້ວ, ໄຊຍະບູລີ, ບໍລິຄຳໄຊ, ໄຊສົມບູນ ແລະ ແຂວງອຸດົມໄຊ, ໂດຍອີງຕາມຂໍ້ມູນ ທີ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງລາຍງານຜົນກະທົບວ່າ ຮອດວັນທີ 24 ກັນຍາ 2024, ລວມທັງໝົດມີ 125 ເມືອງ, 1.337 ບ້ານ, 50.889 ຄອບຄົວ, ປະຊາຊົນຖືກຜົນກະທົບ 200.169 ຄົນຍິງ 83.268 ຄົນ, ເສຍຊີວິດ 10 ຄົນ, ສູນຫາຍ 2 ຄົນ, ເຮືອນໄດ້ຮັບຄວາມເສຍຫາຍ 969 ຫຼັງ, ໃນນີ້: ເສຍຫາຍ 100% ຈໍານວນ 137 ຫຼັງ, ເສຍຫາຍບາງສ່ວນ 832 ຫຼັງ, ເນື້ອທີ່ທໍາການຜະລິດຖືກກະທົບ 29.659.39 ເຮັກຕາ, ຊົນລະປະທານ 125 ແຫ່ງ,
ໜອງປາ 697 ໜອງ, ສັດໃຫຍ່ ແລະ ສັດປີກ ຈໍານວນ 11.866 ໂຕ; ເສັ້ນທາງ 272 ເສັ້ນ, ຂົວ 14 ແຫ່ງ, ໂຮງຮຽນ 79 ຫຼັງ, ໂຮງໝໍແຂວງ 1 ແຫ່ງ, ສຸກສາລາ 13 ແຫ່ງ, ນໍ້າລິນ 37 ແຫ່ງ, ເສົາໄຟຟ້າ 312 ເສົາ, ລະບົບນໍ້າປະປາ 6 ຈຸດ. ນອກນີ້, ຍັງມີລະບົບໂທລະຄົມ, ອາຄານສໍານັກງານຫ້ອງການຂອງລັດ-ເອກະຊົນ, ຮ້ານຄ້າ, ໂຮງງານ, ຕະຫຼາດ ແລະ ພາຫະນະ ກໍໄດ້ຮັບຜົນກະທົບຫຼາຍສົມຄວນ, ຄາດຄະເນມູນຄ່າຜົນເສຍຫາຍເບື້ອງຕົ້ນ 720.252.335.856 ກີບ, ສໍາລັບແຂວງທີ່ໄດ້ຮັບຜົນກະທົບ ຫຼາຍກວ່າໝູ່ແມ່ນແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ, ພ້ອມດຽວກັນນີ້ ໃນພິທີຍັງໄດ້ລາຍງານກ່ຽວກັບການຊ່ວຍເຫຼືອສຸກເສີນ, ແຜນການຟື້ນຟູໃນໄລຍະຮີບດ່ວນຂັ້ນສູນກາງ, ຂັ້ນແຂວງ, ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ, ພ້ອມທັງໄດ້ປຶກສາຫາລື ແລະ ເອກະພາບຕໍ່ແຜນຈຸດສຸມໃນການນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ, ແກ້ໄຂໄພພິບັດ, ແຜນການຟື້ນຟູຮີບດ່ວນ ແລະ ແຜນການຈຸດສຸມໃນຕໍ່ໜ້າຕື່ມອີກ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ທິດຊີ້ນຳ, ພ້ອມທັງເນັ້ນໜັກຫຼາຍບັນຫາ ຕໍ່ຄະນະກໍາມະການຄຸ້ມຄອງໄພພິບັດ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໃຫ້ເອົາໃຈຍົກສູງຄວາມຮັບຜິດຊອບຂອງຕົນເປັນໜ້າທີ່ສຳຄັນ, ມີແບບແຜນ, ມີການປະສານສົບທົບກັນຢ່າງລະອຽດໃນແຕ່ລະຂັ້ນເພື່ອແກ້ໄຂໃຫ້ທວງທັນເວລາ, ສືບຕໍ່ໂຄສະນາຕິດຕາມການປ່ຽນແປງຂອງສະພາບອາກາດ ເພື່ອແຈ້ງເຕືອນປະຊາຊົນໃຫ້ມີສະຕິລະວັງຕົວປ້ອງກັນລ່ວງໜ້າຢ່າງເປັນເຈົ້າການ, ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ນັບແຕ່ຂັ້ນສູນກາງ ຮອດຂັ້ນທ້ອງຖິ່ນ ຕ້ອງກຽມຄວາມພ້ອມຮອບດ້ານເພື່ອຮັບມື ແລະ ແກ້ໄຂຟື້ນຟູ, ສ້ອມແປງຢ່າງຮີບດ່ວນ ໃນການຊ່ວຍເຫຼືອດ້ານຕ່າງໆຕໍ່ກັບບັນດາແຂວງທີ່ໄດ້ຖືກຜົນກະທົບໃນລາວໃຫ້ກັບມາສູ່ສະພາບປົກກະຕິໃຫ້ໄດ້ໄວທີ່ສຸດ.
(ຂ່າວ-ພາບ:ສຸກສາຄອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ