ສປປ ລາວ ຟື້ນຟູຊ່ວຍເຫຼືອປະຊາຊົນພາຍຫຼັງເກີດໄພພິບັດໃນປີ 2024

ສປປ ລາວ ຟື້ນຟູຊ່ວຍເຫຼືອປະຊາຊົນພາຍຫຼັງເກີດໄພພິບັດໃນປີ 2024

ໂດຍ:ວັນໄຊ ຕະວິນຍານ

ດ້ວຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດຖະບານ, ພາຍຫຼັງເກີດໄພພິບັດຢູ່ຫຼາຍແຂວງໃນປີ 2024 ຜ່ານມາລັດຖະບານໄດ້ສຸມງົບປະມານຟື້ນຟູຜົນກະທົບຈາກໄພພິບັດນໍ້າຖ້ວມຢ່າງຮີບດ່ວນ ຢູ່ ແຂວງຫຼວງພະບາງ, ຫົວພັນ, ຊຽງຂວາງ,ໄຊຍະບູລີ ແລະ ເຂດພັດທະນາຊົນນະບົດຮອບດ້ານ ຂອງ ກະຊວງປ້ອງກັນປະເທດ ຈໍານວນທັງໝົດ 85 ໂຄງການເປັນມູນຄ່າ 82,213,278,530 ກີບ.ສະໜອງວັດຖຸສົມທົບປຸກສ້າງ,ຟື້ນຟູ-ສ້ອມແປງເຮືອນໄດ້ 367 ຫຼັງ, ເຄື່ອນຍ້າຍວັດຖຸ ແລະ ສິ່ງຂອງຈາກສູນພັກ ຊົ່ວຄາວກັບຄືນບ້ານປະຊາຊົນໄດ້ 72,3 ໂຕນ.

ລັດຖະບານໄດ້ປະສານສົມທົບກັບຄູ່ຮ່ວມພັດທະນາລະດົມການຊ່ວຍເຫຼືອຈາກອົງການອາຫານໂລກໄດ້ໃຫ້ການຊ່ວຍເຫຼືອເຂົ້າສານ ຈໍານວນ 3.85 ໂຕນ ແກ່ໂຮງຮຽນກິນນອນຊົນເຜົ່າແຂວງຫຼວງນໍ້າທາ ພ້ອມທັງໄດ້ສ້ອມແປງເຮືອນຄົວ, ສະໜອງອຸປະກອນເຄື່ອງຄົວ ແລະ ສ້ອມແປງລະບົບນໍ້າ ໃຫ້ແກ່ໂຮງຮຽນຊັ້ນປະຖົມສຶກສາ ພາຍໃຕ້ໂຄງການອາຫານທ່ຽງໃນໂຮງຮຽນທີ່ແຂວງຫຼວງນໍ້າທາ ແລະ ແຂວງຫຼວງພະບາງ; ໄດ້ຮັບການຊ່ວຍເຫຼືອຈາກອົງການອຸຍນີເຊັບປະຈໍາ ສປປ ລາວ ໄດ້ມອບຖົງເປ້ໃຫ້ ແກ່ນັກຮຽນຊັ້ນອະນຸບານ ແລະ ປະຖົມສຶກສາ ຈໍານວນ 1,653 ໜ່ວຍ ປະກອບມີອຸປະກອນການຮຽນ ແລະ ເຄື່ອງໃຊ້ໃນການຮັກສາອະນາໄມພື້ນຖານ ທີ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ; ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ໄດ້ໃຫ້ການຊ່ວຍເຫຼືອໃນການອະນາໄມ, ສ້ອມແປງອາຄານຮຽນ ຂະໜາດນ້ອຍ, ແຈກຢາຍຊຸດນັກຮຽນ, ແຈກເຄື່ອງອະນາໄມ ແລະ ເຄື່ອງທີ່ຈໍາເປັນສໍາລັບໂຮງຮຽນ ລວມມູນຄ່າທັງໝົດ 23,735 ໂດລາ; ໄດ້ຮັບການຊ່ວຍເຫຼືອປຶ້ມແບບຮຽນ ແລະ ຄູ່ມືຄູ ຊັ້ນປະຖົມ ແລະ ມັດທະຍົມສຶກສາ ຈາກສະຖານທູດອົສຕຣາລີ ແລະ ອົງການໄຈກາ ປະຈໍາລາວ ໃຫ້ແກ່ໂຮງຮຽນປະຖົມມັດທະຍົມຕອນຕົ້ນທີ່ເມືອງຫຼວງນໍ້າທາແຂວງຫຼວງນໍ້າທາ ລວມມູນຄ່າທັງໝົດ 446,037,200 ກີບ ແລະ ສະໜອງເຄື່ອງອຸປະໂພກ-ບໍລິໂພກໃຫ້ປະຊາຊົນເປັນຈໍານວນຫຼວງຫຼາຍ.

ເຖິງຢ່າງໃດກໍຕາມ ປັດຈຸບັນ,ລັດຖະບານ ສປປ ລາວ ຍັງພວມດໍາເນີນການຟື້ນຟູປົວແປງເສັ້ນທາງ,ລະບົບນໍ້າປະປາ, ຂົງເຂດວຽກງານການບິນໃນຂອບເຂດທົ່ວປະເທດ ຊຶ່ງມີທັງໝົດ 133 ໂຄງການ ມູນຄ່າ 392,522,685,279 ກີບ ໃນນັ້ນ: ທາງຫຼວງແຫ່ງຊາດ 22 ໂຄງການ ມູນຄ່າ 19,125,544,218 ກີບ; ທາງຫຼວງແຂວງ 97 ໂຄງການ ມູນຄ່າ 246,427,796,368 ກີບ; ວຽກຂົວ 2 ໂຄງການ ມູນຄ່າ 9,751,624,353 ກີບ; ວຽກນ້ຳປະປາ 3 ໂຄງການ ມູນຄ່າ 4,723,178,140 ກີບ; ວຽກງານການບິນ 9 ໂຄງການ ມູນຄ່າ 112,494,542,200 ກີບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫະພັນແມ່ຍິງເມືອງທຸລະຄົມ ທາບທາມບຸກຄະລາກອນ.

ສະຫະພັນແມ່ຍິງເມືອງທຸລະຄົມ ທາບທາມບຸກຄະລາກອນ.

ໃນວັນທີ 24 ເມສາ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເປົ້າໝາຍລົງສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ ຄັ້ງທີ VIII ຮອບທີ I,
ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ວັນທີ 24 ເມສານີ້ ທີ່ຫ້ອງປະຊຸມໃຫຍ່ທະນາຄານ ແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ, ລາຍຮັບຈາກຊັບສິນຂອງລັດ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ໂດຍ:ວັນໄຊ ຕະວິນຍານ ໃນເມື່ອກ່ອນ, ທ່ານ ຄໍາຈັນ ໄຊສົມບັດ ມີຖິ່ນຖານຢູ່ນະຄອນຫຼວງວຽງຈັນ ໄດ້ເດີນທາງມານະຄອນປາກເຊ ແຂວງຈໍາປາສັກ ເພື່ອຊອກຊ່ອງທາງເຮັດທຸລະກິດ ກໍເລີຍໄດ້ສ້າງຄອບຄົວ ຢູ່ເມືອງໂຂງ ແຂວງຈໍາປາສັກ ຈຶ່ງເຮັດອາຊີບຄ້າ-ຂາຍ ພໍແຕ່ກຸ້ມກິນ, ນັບແຕ່ປີ 2016
ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ພິທີເປີດສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຊັບໝັ້ນຄົງ ຈຳກັດ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 24 ເມສານີ້ ທີ່ສໍານັກງານໃຫຍ່ບ້ານໜອງໜ່ຽງເມືອງໄຊເຊດຖານະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວິສອນ ໄຊສົງຄາມ
ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ລາວເວີນ ຈຳກັດ ເຊັນສັນຍາຮ່ວມມືທາງຍຸດທະສາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການກະຈາຍສິນຄ້າ ແລະ ຍົກລະດັບປະສົບການຂອງຜູ້ບໍລິໂພກ ຜ່ານຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງ ໃນຮູບແບບການຮ່ວມມື ໄລຍະຍາວ
ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ພິທີມອບ-ຮັບເງິນນະໂຍບາຍອຸດໜູນເທື່ອດຽວຕໍ່ຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ ຕາມດຳລັດ 57/ລບ ໃນງວດ I ປະຈໍາປີ 2025 ຢູ່ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 23 ເມສາຜ່ານມາ ຢູ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ
ສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາຄັ້ງທີ 9

ສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາຄັ້ງທີ 9

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາ ຄັ້ງທີ 9 ໄດ້ສໍາເລັດລົງໃນວັນທີ 23 ເມສາຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ນາງ ປານີ ຈິດດາລາ ຄະນະບໍລິຫານງານສູນກາງຊາວໜຸ່ມ ເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ,
ຫຼາຍພາກສ່ວນ ຮັບຟັງການປະເມີນປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ

ຫຼາຍພາກສ່ວນ ຮັບຟັງການປະເມີນປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ

ໃນວັນທີ 23 ເມສາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ, ແຂວງຄຳມ່ວນ
ຮອງປະທານ ສນຊ ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ

ຮອງປະທານ ສນຊ ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ

ໃນວັນທີ 22 ເມສາຜ່ານມານີ້, ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ, ທ່ານ ຄໍາສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ພ້ອມດ້ວຍປະທານກຸ່ມບໍສິສັດ ພົງສະຫວັນ ສາຂາ ແຂວງໄຊຍະບູລີ.
ເພີ່ມເຕີມ