ສປປ ລາວ ຍົກສູງບົດບາດຍິງ-ຊາຍໃນລະບົບການບໍລິຫານລັດ

ສປປ ລາວ ຍົກສູງບົດບາດຍິງ-ຊາຍໃນລະບົບການບໍລິຫານລັດ

ສປປ ລາວ ຍົກສູງບົດບາດຍິງ-ຊາຍໃນລະບົບການບໍລິຫານລັດ
ໂດຍ: ຕະວິນຍານ ໃນຊຸມປີຜ່ານມາຈົນເຖິງປັດຈຸບັນ, ສປປລາວໄດ້ຊຸກຍູ້ສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ ໄດ້ດີຂຶ້ນເປັນລໍາດັບ ໂດຍເພີ່ມບົດບາດຂອງແມ່ຍິງໃນວຽກງານນໍາພາ-ຄຸ້ມຄອງ

 ແລະ ການມີສ່ວນຮ່ວມຂອງແມ່ຍິງໃນການພັດທະນາເສດຖະກິດ-ສັງຄົມ,ພະນັກງານເພດຍິງມີໂອກາດເຂົ້າຮ່ວມເຄື່ອນໄຫວວຽກງານລວມຂອງພັກ-ລັດ ແລະ ສັງຄົມນັບມື້ເພີ່ມຂຶ້ນ ແລະ ຖືກມອບໝາຍໜ້າທີ່ຕໍາແໜ່ງຂັ້ນນໍາພາ-ຄຸ້ມຄອງໃນລະດັບຕ່າງໆ ມີຈໍານວນເພີ່ມຂຶ້ນ ຊຶ່ງສະແດງອອກ ໃນຕໍາແໜ່ງບໍລິຫານປະເພດ 1-8 ໃນປີ 2022 ທຽບໃສ່ປີ 2017 ເພີ່ມຂຶ້ນ ສະເລ່ຍ 5.25% ໃນວຽກງານການຕ່າງປະເທດແມ່ຍິງເປັນນັກການທູດຫຼາຍທ່ານ. ໃນນັ້ນ,ປີ 2018 ເປັນເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ 3 ທ່ານ, ປີ 2022 ມີ 5 ທ່ານ ເພີ່ມຂຶ້ນອີກ 2 ທ່ານ;

ສໍາລັບເຈົ້າເມືອງ ເຈົ້າຄອງນະຄອນຂັ້ນເມືອງ ມີເພດຍິງ 3 ທ່ານ ໃນຈໍານວນ 148 ທ່ານ, ນາຍບ້ານທີ່ເປັນເພດຍິງກວມເອົາ 0.03% ເທົ່ານັ້ນ; ເພດຍິງທີ່ມີຕໍາແໜ່ງເບື້ອງພັກຄື: ກໍາມະການສູນກາງພັກ 12 ສະຫາຍ ກວມເອົາ 16.9%, ກໍາມະການສູນກາງພັກສໍາຮອງ 2 ສະຫາຍ ກວມເອົາ 20%, ກໍາມະການກົມການເມືອງສູນກາງພັກ 2 ສະຫາຍ ກວມເອົາ 15.38%, ຄະນະເລຂາທິການສູນກາງພັກ 3 ສະຫາຍ ກວມເອົາ 27.27%, ຮອງເລຂາພັກແຂວງ-ນະຄອນຫຼວງ 4 ສະຫາຍ ກວມເອົາ 8.33%, ເລຂາພັກເມືອງ 5 ສະຫາຍ ກວມເອົາ 3.37%, ຄະນະພັກເມືອງ 116 ສະຫາຍ ກວມ 11.01%, ເລຂາພັກບ້ານ 269 ສະຫາຍ ກວມ 3.20%;

ເພດຍິງທີ່ມີຕໍາແໜ່ງເບື້ອງລັດ ມີລັດຖະມົນຕີ ແລະ ທຽບເທົ່າ (ທີ່ບໍ່ນອນໃນກໍາມະການສູນກາງພັກ) 3 ທ່ານ ກວມ 27.27%, ຮອງລັດຖະມົນຕີ ແລະ ທຽບເທົ່າ 24 ທ່ານ ກວມ 23.07%, ຜູ້ຊ່ວຍລັດຖະມົນຕີ 2 ທ່ານ ກວມເອົາ 33.33%, ຫົວໜ້າກົມ ແລະ ທຽບເທົ່າຂັ້ນກະຊວງ-ອົງການ 110 ທ່ານ ກວມເອົາ 18.90% ແມ່ຍິງທີ່ສະໝັກຜ່ານການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX (ສສຊ) ມີ 36 ທ່ານ ກວມເອົາ 21.95% ສະມາຊິກສະພາຂັ້ນແຂວງ (ສສຂ) 150 ທ່ານ ກວມເອົາ 30.48% ຕໍາແໜ່ງໃນສະພາ: ປະທານສະພາ 1 ທ່ານ, ຮອງປະທານສະພາ 1 ທ່ານ ກວມເອົາ 20%, ຮອງກໍາມາທິການ ແລະ ທຽບເທົ່າ 3 ທ່ານ ກວມເອົາ 15.8%; ສະພາຂັ້ນແຂວງມີ ປະທານສະພາປະຊາຊົນຂັ້ນແຂວງ 2 ທ່ານ ກວມເອົາ 11.11%, ຮອງປະທານສະພາປະຊາຊົນຂັ້ນແຂວງ12 ທ່ານ ກວມເອົາ 33.33%.

ນອກຈາກນັ້ນ,ແມ່ຍິງຍັງສັງກັດຢູ່ໃນຕໍາແໜ່ງບໍລິຫານການສຶກສາ,ແພດໝໍ,ລັດວິສະຫະກິດເປັນຈໍານວນຫຼວງຫຼາຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ