ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືປັບປຸງລະບົບຕິດຕາມວຽກງານດ້ານໂພຊະນາການ ກັບຜູ້ຊ່ຽວຊານຈາກ5ປະເທດ

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືປັບປຸງລະບົບຕິດຕາມວຽກງານດ້ານໂພຊະນາການ ກັບຜູ້ຊ່ຽວຊານຈາກ5ປະເທດ
ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ການປັບປຸງລະບົບຕິດຕາມວຽກງານດ້ານໂພຊະນາການກັບຜູ້ຊ່ຽວຊານຈາກ5ປະເທດ, ບັນດາຜູ້ຕາງໜ້າຈາກ ສໍານັກງານໃຫຍ່ ອົງການອຸຍນີເຊັບ ແລະ ອົງການອະນາໄມໂລກ, ພະນັກງານລະດັບພາກພື້ນ ແລະ ປະເທດ, ພ້ອມທັງ ຜູ້ຕາງໜ້າຈາກ ອົງການ GIZ ເພື່ອປຶກສາຫາລືກ່ຽວກັບ ບົດບາດຂອງຂໍ້ມູນຂ່າວສານໃນການປັບປຸງໂພຊະນາການຂອງເດັກນ້ອຍ ແລະ ແມ່ຍິງ ຊຶ່ງຈັດຂຶ້ນໃນທ້າຍເດືອນຕຸລາຜ່ານມາ ທີ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໂດຍ ກະຊວງສາທາລະນະສຸກ ເປັນສ່ວນໜຶ່ງຂອງໂຄງການລິເລີ່ມໂດຍ ສະຫະພາບເອີຣົບ, ອົງການອຸຍນີເຊັບ ເເລະ ອົງການອະນາໄມໂລກ, ເພື່ອເສີມສ້າງຄວາມເຂັ້ມແຂງຂອງ ລະບົບຂໍ້ມູນຂ່າວສານດ້ານໂພຊະນາການແຫ່ງຊາດ (Strengthening National Nutrition Information Systemsຫຼື SNNIS)ຊຶ່ງແນໃສ່ການປັບປຸງຄວາມສາມາດໃນລະດັບປະເທດ ເພື່ອສ້າງຖານຂໍ້ມູນດ້ານໂພຊະນາການທີ່ມີຄຸນນະພາບ ເພື່ອສະໜັບສະໜູນນະໂຍບາຍ ແລະ ໂຄງການດ້ານໂພຊະນາການຕ່າງໆ. ໂຄງການລິເລີ່ມນີ້ ໄດ້ຈັດຕັ້ງຂຶ້ນໃນປີ 2020 ໂດຍການຮ່ວມມືກັບລັດຖະບານຂອງ5ປະເທດ ຄື: ເອທິໂອເປຍ, ກົດດີວົວ, ສປປ ລາວ, ອູການດາ ແລະ ແຊມເບຍແລະ ໄດ້ຮັບການສະໜັບສະໜູນດ້ານວິຊາການຈາກ ອົງການ ຢູນີເຊັບ ແລະ ອົງການ ອະນາໄມໂລກ ພ້ອມການສະໜັບສະໜູນດ້ານການງົບປະມານຈາກ ຄະນະກຳມາທິການເອີຣົບ.
ທ່ານ ຈັນສາລີ ພົມມະວົງຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກກ່າວວ່າ: “ກອງປະຊຸມຂອງພວກເຮົາໃນມື້ນີ້ ເປັນໂອກາດອັນສຳຄັນສຳລັບບັນດາຜູ້ຊ່ຽວຊານດ້ານໂພຊະນາການຈາກ5ປະເທດ ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ກ່ຽວກັບວິທີທີ່ພວກເຮົາຈະສາມາດເກັບກຳຂໍ້ມູນຂ່າວສານດ້ານໂພຊະນາການໃຫ້ຕໍ່ເນື່ອງ ເພື່ອປັບປຸງບໍລິການ, ການວາງແຜນ ແລະ ການປະຕິບັດວຽກງານຕ່າງໆໃນຂົງເຂດນີ້. ກະຊວງສາທາລະນະສຸກ ຂໍສະແດງຄວາມຂອບໃຈຕໍ່ ອົງການອຸຍນີເຊັບ ເເລະ ອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນ ສປປ ລາວ ແລະ ສະຫະພາບເອີຣົບ ທີ່ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານຢ່າງຕໍ່ເນື່ອງ."
ທ່ານ ນາງ ອີນາ ມາຈູລໍນິແຕເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວກ່າວວ່າ:“ໂພຊະນາການ ຍັງຄົງເປັນວຽກງານບຸລິມະສິດທີ່ສຳຄັນຂອງ ສະຫະພາບເອີຣົບ ແລະ ໂຄງການ SNNIS ເປັນສ່ວນໜຶ່ງຂອງການສະໜັບສະໜູນຂອງ ສະຫະພາບເອີຣົບ ຕໍ່ກັບ ລັດຖະບານ ແຫ່ງ ສປປ ລາວ ເພື່ອແກ້ໄຂບັນຫາການຂາດສານອາຫານໃນທຸກຮູບແບບ. ການເກັບກຳ ແລະ ນໍາໃຊ້ຂໍ້ມູນຂ່າວສານແບບຕໍ່ເນື່ອງ ແລະ ທັນເວລາ ແມ່ນສໍາຄັນທີ່ສຸດຕໍ່ການຕັດສິນໃຈ ແລະ ຈັດວາງຊັບພະຍາກອນທີ່ມີຢູ່ໃນວຽກງານໂພຊະນາການ ເພື່ອໃຫ້ບັນລຸຜົນໄດ້ຮັບສູງສຸດ." 
ທ່ານ Arturo Romboli ຜູ້ຕາງໜ້າອົງການອຸຍເຊັບ ປະຈຳ ສປປ ລາວ, ໄດ້ມີຄຳເຫັນວ່າ: “ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວິກິດການເສດຖະກິດໃນທົ່ວໂລກ, ຫຼາຍໆປະເທດກໍາລັງປະເຊີນກັບສິ່ງທ້າທາຍເພີ່ມເຕີມ ຊຶ່ງອາດຈະເຮັດໃຫ້ຄວາມຄືບໜ້າ ທີ່ພວກເຮົາໄດ້ສ້າງເອົາໄວ້ໃນຊຸ່ມທົດສະວັດທີ່ຜ່ານມາ ໃນການເເກ້ໄຂບັນຫາການຂາດສານອາຫານ ຕ້ອງຕົກຢູ່ໃນພາວະຄວາມສ່ຽງ. ໃນປັດຈຸບັນ ພວກເຮົາຕ້ອງຈັດລຳດັບຄວາມສຳຄັນໃນວຽກງານໂພຊະນາການໃຫ້ດີ ເພື່ອຮັບປະກັນວ່າຊັບພະຍາກອນທັງໝົດໄດ້ຖືກນຳໃຊ້ຢ່າງມີປະສິດທິຜົນທີ່ສຸດ ເພື່ອບັນລຸຜົນສຳລັບເດັກນ້ອຍທຸກຄົນ ແລະ ເພື່ອເຮັດສິ່ງນີ້, ຂໍ້ມູນຂ່າວສານແມ່ນມີຄວາມສໍາຄັນຫຼາຍ ລວມເຖິງໂຄງການ SNNIS ຮ່ວມຂອງພວກເຮົາ."
ທ່ານ Achala Upendra Jayatilleke ຈາກ ອົງການອະນາໄມໂລກ ປະຈຳ ສປປ ລາວກໍໄດ້ກ່າວວ່າ:“ການເສີມສ້າງຄວາມສາມາດໃນການເກັບກຳຂໍ້ມູນດ້ານໂພຊະນາການຢ່າງຕໍ່ເນື່ອງ ແມ່ນກຸນແຈສຳຄັນສຳລັບການປັບປຸງໂພຊະນາການ. ໃນຖານະຜູ້ສະໜັບສະໜູນວຽກງານພັດທະນາລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ແລະ ໂພຊະນາການໃນ ສປປ ລາວ ມາເປັນເວລາຫຼາຍປີ, ການປັບປຸງການເຊື່ອມໂຍງລະຫວ່າງການເກັບກຳຂໍ້ມູນຂ່າວສານ ແລະ ການນໍາໃຊ້ພວກມັນໃຫ້ມີປະສິດທິພາບຂຶ້ນນັ້ນແມ່ນມີຄວາມສໍາຄັນທີ່ສຸດຕໍ່ການສົ່ງເສີມຜົນໄດ້ຮັບດ້ານສຸຂະພາບທີ່ດີຂຶ້ນສໍາລັບເດັກນ້ອຍ, ແມ່ ແລະ ຄອບຄົວ. ໂຄງການ SNNIS ໃນ ສປປ ລາວ,ນຳພາໂດຍ ກະຊວງສາທາລະນະສຸກ, ໄດ້ນຳໃຊ້ລະບົບຖານຂໍ້ມູນດ້ານສຸຂະພາບ ທີ່ມີຢູ່ໃນປະເທດມາກ່ອນ ກໍຄື DHIS-2 ເພື່ອເປັນແບບຖານສໍາລັບໂຄງການດັ່ງກ່າວ ຊຶ່ງເປັນລະບົບທີ່ ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ໄດ້ຮ່ວມສ້າງຕັ້ງຂຶ້ນໃນປີ 2013 ແລະ ປັດຈຸບັນແມ່ນໄດ້ຂະຫຍາຍການນຳໃຊ້ໄປທົ່ວປະເທດແລ້ວ. ອົງການ ອະນາໄມໂລກ ຮ່ວມກັບ ອົງການອຸຍເຊັບ ຢືນຢັນຄືນເຖິງການສະໜັບສະໜູນຮ່ວມຂອງພວກເຮົາ ຕໍ່ ກະຊວງສາທາລະນະສຸກ ໃນການປັບປຸງການການເກັບກຳ ແລະ ພັດທະນາຖານຂໍ້ມູນຂ່າວສານ ເພື່ອນໍາໃຊ້ເຂົ້າໃນການຕັດສິນໃຈກ່ຽວກັບ ວຽກງາານໂພຊະນາການຕ່າງໆໃນ ສປປ ລາວ."
ຂ່າວ:ອົງການອຸຍນີເຊັບ

ຄໍາເຫັນ

ຂ່າວການຮ່ວມມື

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ໃນວັນທີ 25 ທັນວານີ້, ທີ່ຫ້ອງວ່າການສູນກາງພັກ,ໄດ້ຈັດຕັ້ງປາຖະກະຖາ“ ເນື້ອໃນຈິດໃຈ ກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ໂດຍ ມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ