ສປປ ລາວ ສົ່ງເສີມການນໍາໃຊ້ພະລັງງານສະອາດເຂົ້າໃນການຄົມມະນາຄົມ ແລະ ຂົນສົ່ງ

ສປປ ລາວ ສົ່ງເສີມການນໍາໃຊ້ພະລັງງານສະອາດເຂົ້າໃນການຄົມມະນາຄົມ ແລະ ຂົນສົ່ງ
ໂດຍອີງໃສ່ຍຸດທະສາດສົ່ງເສີມການນໍາໃຊ້ພະລັງງານສະອາດເຂົ້າໃນຂະແໜງຄົມມະນາຄົມ-ຂົນສົ່ງ ແຜນພັດທະນາຮອດປີ 2025, ຍຸດທະສາດຮອດປີ 2030 ແລະ ວິໄສທັດ 2050 ຊຶ່ງໄດ້ຖືກຮັບຮອງ ຕາມດໍາລັດ ສະບັບເລກທີ 231/ນຍ, ລົງວັນທີ 11 ພຶດສະພາ 2020 ແລະ ມີມະຕິ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ສະບັບເລກທີ 08/ລບ, ລົງວັນທີ 04/10/2021 ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ຊຶ່ງປັດຈຸບັນ,ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສຸມໃສ່ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນກົນໄກດ້ານພາສີ-ອາກອນ, ມາດຕະຖານດ້ານເຕັກນິກຂອງລົດໄຟຟ້າ ແລະ ລະບຽບການຄຸ້ມຄອງສະຖານີສາກລົດໄຟຟ້າ ຕາມສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ. 
ປັດຈຸບັນ,ເຫັນໄດ້ແນວໂນ້ມໃນການຊົມໃຊ້ລົດໄຟຟ້າເພີ່ມຂຶ້ນ ຊຶ່ງສະແດງອອກບັນດາຕົວເລກ ລົດໄຟຟ້າ ທີ່ນໍາໃຊ້ປັດຈຸບັນມີ  ຈໍານວນ 4.631 ຄັນ. ໃນນີ້, ປະກອບມີ (ລົດໃຫຍ່ເປັນລົດໄຟຟ້າ 100% ຈໍານວນ 2.592 ຄັນ, ລົດຈັກ ໄຟຟ້າ 2.039 ຄັນ) ແລະ ໄດ້ສໍາເລັດການອອກໃບອະນຸຍາດດ້ານເຕັກນິກ ເພື່ອດໍາເນີນກິດຈະການສະຖານີ ສາກລົດໄຟຟ້າ ໃຫ້ກັບບັນດາບໍລິສັດລົງທຶນ ຈໍານວນທັງໝົດ 18 ບໍລິສັດ; ສໍາເລັດການຕິດຕັ້ງສະຖານີສາກ ລົດໄຟຟ້າ ມີຈໍານວນ 41 ຈຸດ ໃນຂອບເຂດທົ່ວປະເທດ. ເຊັນສັນຍາຮ່ວມມືສອງຝ່າຍລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອຈໍາກັດ ເພື່ອສຶກສາຄວາມເປັນໄປໄດ້ແປຮູບຂີ້ເຫຍື້ອມາເປັນພະລັງງານ ແລະ ການພັດທະນາພື້ນຖານໂຄງລ່າງສະຖານີສາກລົດໄຟຟ້າ. 
   ພ້ອມກັນນີ້, ກໍໄດ້ເອົາໃຈໃສ່ສົ່ງເສີມພະລັງງານທີ່ເປັນນະວັດຕະກໍາໃໝ່ ເປັນຕົ້ນແມ່ນ ການຜະລິດອາຍແກ໊ສ ມີເທນ, ໄຮໂດເຈນ ແລະ ເອັມໂມເນຍ. ພ້ອມທັງ, ໄດ້ສືບຕໍ່ສ້າງ ແລະ ປັບປຸງ ບັນດານິຕິກໍາ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດເປັນຕົ້ນຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ-ບໍລິຫານກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ, ຄູ່ມືແນະນໍາການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການຄຸ້ມຄອງ-ບໍລິຫານກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ, ຮ່າງດໍາລັດວ່າດ້ວຍພະລັງງານໄຮໂດເຈນ, ຮ່າງຍຸດທະສາດການພັດທະນາພະລັງງານທົດແທນໃນ ສປປ ລາວ, ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງການ ຊື້-ຂາຍ ສິນເຊື່ອກາກບອນ ໃນຂະແໜງພະລັງງານ. 
   ກ່ຽວກັບການສົ່ງເສີມການປະຢັດ ແລະ ອະນຸລັກພະລັງງານ. ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ສໍາເລັດການສ້າງເອກະສານ ໂຄສະນາ-ເຜີຍແຜ່ ກ່ຽວກັບການປະຢັດ ແລະ ອະນຸລັກພະລັງງານຢູ່ໃນອາຄານ ການຄ້າ ແລະ ສໍານັກງານລັດຖະບານ, ປັດຈຸບັນ,ກໍາລັງຈັດພິມ ແລະ ກຽມລົງເຜີຍແຜ່ໃຫ້ແກ່ກຸ່ມເປົ້າໝາຍ,ໄດ້ເຜີຍແຜ່ ແລະ ການສ້າງປຶ້ມ ຂໍ້ຕົກລົງ ວ່າດ້ວຍມາດຕະຖານ ແລະ ກາໝາຍ ປະສິດທິພາບ ສໍາລັບເຄື່ອງປັບອາກາດ ໃນ ສປປ ລາວ ສະບັບເລກທີ 0492/ພບ, ລົງວັນທີ 10 ມີນາ 2022.ໄດ້ສືບຕໍ່ວິເຄາະຂໍ້ມູນ ໃນການນໍາໃຊ້ພະລັງງານຢູ່ຕຶກອາຄານຂອງ 5 ກະຊວງ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ ແລະ ກະຊວງການເງິນ). ສໍາເລັດການເຂົ້າພົບພາກສ່ວນທີ່ກ່ຽວຂ້ອງລວມທັງພາກລັດ ແລະ ເອກະຊົນ ເພື່ອເຜີຍແຜ່ບັນດາ ເງື່ອນໄຂຂອງໂຮງງານ ແລະ ອາຄານ ເພື່ອຊິງລາງວັນ ອາຊຽນອາວອດ ປະຈໍາປີ 2024 ຊຶ່ງຈຸດປະສົງແມ່ນເພື່ອນໍາສະເໜີ ກ່ຽວກັບມາດຕະຖານເງື່ອນໄຂຂອງໂຮງງານ ແລະ ອາຄານ ການກະກຽມຮ່າງບົດລາຍງານ ນໍາໃຊພະລັງງານໂຮງງານ ແລະ ອາຄານ. (ໂດຍ: ຕະວິນຍານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ