ສະຖາບັນການຕ່າງປະເທດ

ສປປ ລາວ ຢຶດໝັ້ນຈັດຕັ້ງປະຕິບັດ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ

ໂດຍ:ສະຖາບັນການຕ່າງປະເທດ ເມື່ອພວກເຮົາຄໍານຶງເຖິງບັນດາກົດລະບຽບ, ກົດເກນ ຫຼື ຫຼັກການ ທີ່ຖືກໝູນໃຊ້ ແລະ ຜັນຂະຫຍາຍ ເພື່ອເປັນພື້ນຖານໃນການຮັກສາສະຖຽນລະພາບ ແລະ ການຮ່ວມມືກັບສາກົນ ຂອງທຸກປະເທດໃນໂລກ,

5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ຖືເປັນອະລິຍະທໍາທີ່ມີຄວາມໝາຍຄວາມສໍາຄັນ ອັນມີຈຸດເລີ່ມຕົ້ນມາຈາກຊົນຊັ້ນກຳມະກອນຊາວຜູ້ອອກແຮງງານ ພາຍໃຕ້ຍຸກແຫ່ງການນໍາພາຂອງທ່ານ ເລນິນ ທີ່ຕ້ອງການສະແຫວງຫາຄວາມສະເໝີພາບກັນ ຂອງມະນຸດ, ຍົກສູງສິດ ແລະ ປົກປ້ອງຜົນປະໂຫຍດຄວາມເປັນທໍາໃຫ້ກັບປະຊາຊົນຊາວຜູ້ອອກແຮງງານ.ໃນພາກປະຕິບັດຕົວຈິງ, ຫຼັກການແຫ່ງການຢູ່ຮ່ວມກັນຢ່າງສັນຕິແມ່ນໄດ້ກຳເນີດເກີດຂຶ້ນຢູ່ໃນດິນແດນອາຊີ ແລະ ໄດ້ປະກາດນໍາໃຊ້ຫຼັກການນີ້ຢ່າງເປັນທາງການ ໃນວັນທີ 29 ມິຖຸນາ 1954ໂດຍໃນຍຸກຂອງ ທ່ານ ອະດີດນາຍົກລັດຖະມົນຕີໂຈວ ເອີ໋ນຫຼາຍ ຂອງ ຈີນ. ຫຼັກການດັ່ງກ່າວໄດ້ຄ່ອຍໆຖືກຍອມຮັບ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ໃນຫຼາຍປະເທດບ້ານໃກ້ເຮືອນຄຽງ ໂດຍສະເພາະບັນດາປະເທດທີ່ຮັກຫອມສັນຕິພາບໃນທົ່ວໂລກຕ່າງກໍໄດ້ຢຶດເອົາຫຼັກການດັ່ງກ່າວເປັນທີ່ຕັ້ງ ແລະ ຍອມຮັບຢ່າງກວ້າງຂວາງສູ່ປະຊາຄົມໂລກ.ໃນປີ 1955 ຫຼັກການດັ່ງກ່າວໄດ້ຖືກບັນຈຸເຂົ້າໃນກົດບັດຂອງສະຫະປະຊາຊາດ ທີ່ໄດ້ປະຕິບັດຢ່າງເປັນຫຼັກການ ແລະ ໃນລະດັບພາກພື້ນ ກໍໄດ້ຖືກນຳໃຊ້ເຂົ້າໃນກົດບັດຂອງອາຊຽນເພື່ອເປັນຫຼັກການພື້ນຖານອັນສຳຄັນໃນການຮັດແໜ້ນການຮ່ວມມືພາຍໃນພາກພື້ນ ແລະ ກັບຄູ່ເຈລະຈາພາຍນອກ.
ຕະຫຼອດໄລຍະ 7 ທົດສະວັດທີ່ຜ່ານມາ, ເນື້ອໃນສໍາຄັນຂອງ 5 ຫຼັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ ຄື: ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນແລະກັນ, ບໍ່ຮຸກຮານເຊິ່ງກັນແລະກັນ, ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນແລະກັນ, ສະເໝີພາບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຢູ່ຮ່ວມກັນໂດຍສັນຕິ ຊຶ່ງໄດ້ກາຍເປັນຫຼັກການທີ່ມີຄຸນຄ່າ ແລະ ສາມາດນໍາໃຊ້ໄດ້ຕະຫຼອດມາ, ໂດຍສະເພາະແມ່ນສຳລັບປະເທດທີ່ດ້ອຍພັດທະນາ ແລະ ກໍາລັງພັດທະນາ, ເນື່ອງຈາກວ່າ 5 ຫຼັກການນີ້ໄດ້ເປັນເຄື່ອງມືອັນສໍາຄັນ ທີ່ສາມາດຊ່ວຍເຮັດໃຫ້ບັນດາປະເທດເຫຼົ່ານີ້ ມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຮັກສາໄດ້ຜົນປະໂຫຍດຂອງຊາດ ກໍຄືຜົນປະໂຫຍດຈາກການຮ່ວມມືກັບສາກົນ;ສິ່ງສຳຄັນ, ບັນດາຫຼັກການດັ່ງກ່າວ ໄດ້ຊ່ວຍໃຫ້ບັນດາປະເທດນ້ອຍມີສະຖານະພາບ ແລະ ຄວາມເທົ່າທຽມກັນໃນເວທີສາກົນ.
ສໍາລັບ ສປປ ລາວ, ພາຍຫຼັງການສະຖາປະນາປະເທດໃນປີ 1975,ລາວເຮົາກໍໄດ້ເສີມຂະຫຍາຍຍົກສູງສາຍພົວພັນ ແລະ ການຮ່ວມມືກັບບັນດາປະເທດທີ່ມີອຸດົມການຕາມທິດສັງຄົມນິຍົມ ເພື່ອຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງພາຍໃນ ກໍຄືຄວາມສາມັກຄີໃນພາກພື້ນ. ແຕ່ພາຍຫຼັງການພັງທະລາຍຂອງອະດີດສະຫະພາບໂຊວຽດ, ສປປ ລາວ ໃນເວລານັ້ນພາຍໃຕ້ການນໍາພາ ຂອງທ່ານ ປະທານ ໄກສອນ ພົມວິຫານ ທີ່ໄດ້ຊີ້ນໍາວຽກງານຕ່າງປະເທດດ້ວຍທິດນຳ “ເພີ່ມມິດ ຫຼຸດຜ່ອນສັດຕູ”, ພ້ອມດຽວກັນນັ້ນ ກໍໄດ້ໝູນໃຊ້ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ໂດຍສະເພາະແມ່ນການເປີດກວ້າງການຮ່ວມມືກັບຕ່າງປະເທດແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮັກສາໄດ້ຄວາມສະຫງົບພາຍໃນປະເທດ, ເຄົາລົບອໍານາດອະທິປະໄຕ ແລະ ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງປະເທດອື່ນ, ຊຸກຍູ້ໃຫ້ມີການເຈລະຈາ ເພື່ອຫຼີກລ່ຽງການໃຊ້ຄວາມຮຸນແຮງ ທີ່ອາດຈະສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນ.ສປປ ລາວ ເຮົາ ໄດ້ໝູນໃຊ້ເນື້ອໃນຈິດໃຈຂອງ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິເຂົ້າໃນການເຄື່ອນໄຫວການທູດຕົວຈິງຂອງລາວເຮົາຢ່າງສະເໝີຕົ້ນສະເໝີປາຍແລະ ສ້າງສັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຊຶ່ງ ສປປລາວໄດ້ໝູນໃຊ້ເນື້ອໃນຫຼັກການດັ່ງກ່າວເຂົ້າໃນການເຈລະຈາ ເພື່ອແກ້ໄຂບັນຫາຊາຍແດນກັບປະເທດທີ່ມີຊາຍແດນຕິດກັບປະເທດລາວ. ສປປ ລາວ ຍາມໃດກໍໄດ້ຍຶດຖືພ້ອມໃຫ້ການສະໜັບສະໜູນໃນຫຼັກການຈີນດຽວ ແລະ ຖືວ່າໄຕ້ຫວັນເປັນສ່ວນໜຶ່ງຂອງ ສປ ຈີນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ຄັດຄ້ານທຸກເຈດຈໍານົງທີ່ມຸ່ງຫວັງສ້າງສະຖານະການ ເພື່ອສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ”, “ໜຶ່ງໄຕ້ຫວັນ”. ສປປ ລາວ ຢ້ໍາຄືນການສະໜັບສະໜູນນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ.
ໃນປີ 2024 ນີ້, ທ່າມກາງບັນຍາກາດທີ່ສອງຊາດລາວ-ຈີນ ກຳລັງສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ ໄລຍະທີສອງ (2024-2028) ໃຫ້ເກີດດອກອອກຜົນແລະ ເປັນປີທີ່ມີຄວາມໝາຍຄວາມສໍາຄັນ ສຳລັບສອງຊາດລາວ-ຈີນ, ນອກຈາກຈະເປັນປີສ້າງຕັ້ງສາຍພົວພັນການທູດຄົບຮອບ 63 ປີ ແລ້ວ, ຍັງເປັນປີສ້າງຕັ້ງ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ ຄົບຮອບ 70 ປີ ແລະ ເປັນປີທີ 3 ໃນການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ອັນໄດ້ປ່ຽນແປງໂສມໜ້າໃໝ່ໃຫ້ແກ່ຂະແໜງການຂົນສົ່ງຂອງລາວ ແລະ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນປ່ຽນແປງສະຖານະພາບຂອງລາວຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກໃນພາກພື້ນ. ສິ່ງສຳຄັນ, ໂຄງການເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນຂົວຕໍ່ແຫ່ງການເຊື່ອມໂຍງເຊື່ອມຈອດ ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດລາວ-ຈີນ ໃຫ້ມີຄວາມຮັກແພງ ແລະ ໃກ້ຊິດກັນຫຼາຍຂຶ້ນກວ່າເກົ່າ ຊຶ່ງໄດ້ກາຍເປັນແຮງຍູ້ໜູນໃນການຮ່ວມມືໃນຂົງເຂດຕ່າງໆໃຫ້ມີການຂະຫຍາຍຕົວ ແລະ ເກີດດອກອອກຜົນຢ່າງເປັນຮູບປະທຳ ແລະ ໄດ້ນຳເອົາຜົນປະໂຫຍດອັນມະຫາສານມາໃຫ້ປະຊາຊົນສອງຊາດ ລາວ-ຈີນ ຢ່າງແທ້ຈິງ.
ດ້ານການຄ້າ-ການລົງທຶນ ກໍແມ່ນຂົງເຂດໜຶ່ງທີ່ມີການຂະຫຍາຍຕົວຢ່າງແຂງແຮງ. ອີງຕາມສະຖິຕິ, ໃນປີ 2023 ທີ່ຜ່ານມາ, ການຄ້າສອງຝ່າຍລາວ-ຈີນ ມີມູນຄ່າຫຼາຍກວ່າ 7,09 ຕື້ໂດລາ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 26,6%. ສປ ຈີນ ຍັງຄອງອັນດັບ 1 ໃນຈໍານວນ 53 ປະເທດທີ່ເຂົ້າມາລົງທຶນໃນ ສປປ ລາວ. ສະເພາະໃນປີ 2023 ສປ ຈີນ ໄດ້ລົງທຶນຫຼາຍກວ່າ 986 ລ້ານໂດລາ ໃນທັງໝົດ 17 ໂຄງການ ຊຶ່ງມີໂຄງການສໍາຄັນດັ່ງນີ້: ໂຄງການລົງທຶນດ້ານພະລັງງານ, ໂຄງການສາຍສົ່ງແຫ່ງຊາດ, ໂຄງການທາງດ່ວນ (ນະຄອນຫຼວງວຽງຈັນ ຫາ ຊາຍແດນລາວ-ຈີນ), ລວມເຖິງການພັດທະນາເຂດເສດຖະກິດພິເສດຢູ່ລາວ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ.
ນອກຈາກການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນແລ້ວ, ທັງ 2 ປະເທດຍັງໄດ້ເອົາໃຈໃສ່ເສີມຂະຫຍາຍວຽກງານການທູດວັດທະນະທໍາໂດຍສະເພາະແມ່ນການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ-ຈີນອັນເປັນພື້ນຖານຫຼັກໃຫ້ມີການຮ່ວມມືໃນດ້ານຕ່າງໆ. ພ້ອມກັນນັ້ນ, ໃນວັນທີ 13 ເມສາ 2023, ສອງລັດຖະບານ ລາວ-ຈີນ ກໍໄດ້ເປີດນໍາໃຊ້ຂະບວນລົດໄຟຂົນສົ່ງໂດຍສານສາກົນ ເພື່ອເຊື່ອມໂຍງເຊື່ອມຈອດລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ ແຂວງຢຸນໜານ ຊຶ່ງໄດ້ກາຍເປັນນິມິດໝາຍອັນສໍາຄັນໃນການເພີ່ມຊ່ອງທາງຂອງການເດີນທາງ ລະຫວ່າງ ປະຊາຊົນສອງຊາດ ໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ ແລະ ໃນວັນທີ 27 ເມສາ 2024, ລາວ ແລະ ຈີນ ຍັງໄດ້ເປີດສາຍການບິນໂດຍກົງ ນະຄອນຫຼວງວຽງຈັນ- ເຂດປົກຄອງພິເສດ ຮົງກົງ- ນະຄອນຫຼວງວຽງຈັນ ແລະ ໄດ້ເປີດສາຍການບິນໃໝ່ລະຫວ່າງນະຄອນປາກເຊ - ແຂວງກວາງໂຈ - ນະຄອນປາກເຊ ເພີ່ມຕື່ມໃນວັນທີ 19 ພຶດສະພາ 2024 ຜ່ານມາ.
ໝາກຜົນອັນສໍາຄັນຂອງການຮ່ວມມືລະຫວ່າງສອງຊາດ ລາວ-ຈີນ ແມ່ນຢຶດຖື ແລະ ປະຕິບັດເນື້ອໃນຕາມ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ ຊຶ່ງໄດ້ນໍາມາໝູນໃຊ້ເຂົ້າໃນການພັດທະນາຮ່ວມມື ໂດຍສະເພາະກັບປະເທດທີ່ເດີນຕາມເສັ້ນທາງສັງຄົມນິຍົມ ອັນໄດ້ເຮັດໃຫ້ການພົວພັນຮ່ວມມື ລາວ-ຈີນ ໄດ້ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງ ຈົນກາຍມາເປັນປະເທດຄູ່ຮ່ວມຊາຕາກໍາດຽວກັນ. ພ້ອມດຽວກັນນັ້ນ, ການພົວພັນອັນດີລະຫວ່າງປະຊາຊົນສອງຊາດ ຍັງໄດ້ກາຍເປັນແບບຢ່າງອັນແໜ້ນແຟ້ນໃຫ້ແກ່ການສ້າງຄູ່ຮ່ວມຊາຕາກໍາຂອງມວນມະນຸດຕື່ມອີກ. ສປປ ລາວ ຈະຍັງຄົງສືບຕໍ່ຢຶດຖື ແລະ ປະຕິບັດຕາມ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ ຢ່າງເປັນເອກະພາບ, ເພາະຖືໄດ້ວ່າຫຼັກການດັ່ງກ່າວ ເປັນແນວທາງທີ່ຖືກຕ້ອງແບບສັດຈະວິພາກ ໂດຍສະເພາະໃນຂອບເຂດວຽກງານການເມືອງ ແລະ ການພົວພັນສາກົນ, ການເຄົາລົບອໍານາດອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນ ແລະ ໃຫ້ກຽດຊຶ່ງກັນແລະກັນ ຖືເປັນຫຼັກການທີ່ທຸກປະເທດຕ້ອງໃຫ້ການຮ່ວມມື. ຄ່ຽງຄູ່ກັນນັ້ນ, ຕ້ອງມີນໍ້າໃຈຍົກສູງການຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນແລະກັນ ກໍຖືເປັນສິ່ງສໍາຄັນ ເພື່ອຮັກສາສະຖຽນລະພາບຂອງການພັດທະນາ ແລະ ປົກປັກຮັກສາ ຄວາມສີວິໄລຂອງມວນມະນຸດ ແລະ ຂອງໂລກໄປພ້ອມໆກັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ວັນທີ 12 ຕຸລາ ນີ້, ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫະກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃນໄວໜຸ່ມ” ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດງານໂດຍ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມີທ່ານ ບິລາລ ອຸແຮັງ ເຊັບ ດູຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າບັນດາສະຖານທູດ, ອົງການສາກົນ, ບັນດາກະຊວງ, ອົງການ, ຄູ່ຮ່ວມພັດທະນາ ແລະ ບັນດາຊາວໜຸ່ມ-ໄວ ໜຸ່ມເຂົ້າຮ່ວມ.
81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ເພີ່ມເຕີມ